EU ກຽມຫ້າມເດັກຕ່ຳກວ່າ 15 ປີ ໃຊ້ໂຊຊຽວ-AI ສະກັດກັ້ນໄພອອນລາຍ
ສະຫະພາບເອີຣົບ (EU) ກຽມອອກກົດໝາຍ “EU Kids Act” ເພື່ອຈຳກັດການເຂົ້າເຖິງໂຊຊຽວມີເດຍ, ແພລັດຟອມວິດີໂອ, ແຊັດບັອດ AI ແລະ ເກມອອນລາຍ ສຳລັບເດັກອາຍຸຕ່ຳກວ່າ 15 ປີ. ເພື່ອປົກປ້ອງເດັກຈາກໄພອັນຕະລາຍເທິງໂລກອອນລາຍ ໂດຍບັງຄັບໃຫ້ບໍລິສັດເຕັກໂນໂລຊີຕ້ອງກວດສອບອາຍຸ ແລະ ເພີ່ມລະບົບຄວບຄຸມຢ່າງເຄັ່ງຄັດ ເຊິ່ງຈະສ້າງແຮງສະເທືອນຄັ້ງໃຫຍ່ຕໍ່ອຸດສາຫະກຳດິຈິຕອລທົ່ວໂລກ.
Reuter ລາຍງານວ່າ ແຜນການດັ່ງກ່າວຈະຖືກນຳສະເໜີຢ່າງເປັນທາງການໂດຍ ທ່ານນາງ ອູຊູລາ ຟອນ ເດີ ເລເຢນ ປະທານຄະນະກຳມາທິການເອີຣົບ ແລະ ທ່ານນາງ ເຮັນນາ ເວີຄູເນນ ຫົວໜ້າຝ່າຍເຕັກໂນໂລຊີຂອງ EU ເຊິ່ງເກີດຂຶ້ນທ່າມກາງຄວາມກັງວົນທົ່ວໂລກກ່ຽວກັບຜົນກະທົບຂອງແພລັດຟອມດິຈິຕອລຍັກໃຫຍ່ເຊັ່ນ Facebook, TikTok, YouTube ແລະ ChatGPT ທີ່ມີຕໍ່ສຸຂະພາບ ແລະ ຄວາມປອດໄພຂອງເດັກ.
ຫຼັກການສຳຄັນຂອງກົດໝາຍສະບັບນີ້ແມ່ນການມຸ່ງເນັ້ນຈຳກັດການເຂົ້າເຖິງເດັກຂອງບໍລິສັດເຕັກໂນໂລຊີ ຫຼາຍກວ່າການຈຳກັດສິດທິຂອງເດັກ ໂດຍຍັງຄົງເປີດໂອກາດໃຫ້ເຍົາວະຊົນໄດ້ຮັບຜົນປະໂຫຍດຈາກການນຳໃຊ້ດິຈິຕອລພາຍໃຕ້ສະພາບແວດລ້ອມທີ່ປອດໄພຈາກການຖືກລະເມີດ ແລະ ສະແຫວງຫາຜົນປະໂຫຍດ.
ພາຍໃຕ້ຮ່າງກົດໝາຍໃໝ່ນີ້ ເດັກຈະໄດ້ຮັບສິດໃນການເຂົ້າເຖິງບໍລິການຕ່າງໆແຕກຕ່າງກັນໄປຕາມຊ່ວງອາຍຸ. ເດັກອາຍຸ 15 ປີຂຶ້ນໄປຈະສາມາດເປີດບັນຊີສ່ວນຕົວໄດ້ຕາມປົກກະຕິ ຂະນະທີ່ເດັກອາຍຸ 13-14 ປີ ຈະຕ້ອງໃຫ້ຜູ້ປົກຄອງເປັນຜູ້ເປີດບັນຊີໃຫ້ ແລະ ຕ້ອງຢູ່ພາຍໃຕ້ການຄວບຄຸມຢ່າງເຄັ່ງຄັດ ທັງການຈຳກັດເວລາ ແລະ ການຕິດຕໍ່ສື່ສານ.
ສຳລັບເດັກນ້ອຍອາຍຸ 3-12 ປີ ຈະສາມາດນຳໃຊ້ໄດ້ສະເພາະບໍລິການທີ່ອອກແບບມາເພື່ອເດັກເທົ່ານັ້ນ ພາຍໃຕ້ການດູແລຂອງຜູ້ປົກຄອງທັງໝົດ ແລະ ເດັກທີ່ອາຍຸຕ່ຳກວ່າ 3 ປີ ຈະຖືກຫ້າມບໍ່ໃຫ້ເຂົ້າເຖິງບໍລິການເຫຼົ່ານີ້ຢ່າງເດັດຂາດ.
ນອກຈາກການກຳນົດຊ່ວງອາຍຸຢ່າງຊັດເຈນແລ້ວ ບໍລິສັດເຕັກໂນໂລຊียັງຕ້ອງຮັບຜິດຊອບຈ່າຍຄ່າທຳນຽມໃນການກຳກັບດູແລ ແລະ ຕ້ອງຫຼີກລ່ຽງການອອກແບບລະບົບທີ່ເຮັດໃຫ້ຜູ້ໃຊ້ເສບຕິດ ຫຼື ລະບົບຟີດທີ່ອາດນຳສະເໜີເນື້ອຫາທີ່ເປັນອັນຕະລາຍ.
ແພລັດຟອມຕ່າງໆຈະຕ້ອງມີລະບົບກວດສອບອາຍຸທີ່ໜ້າເຊື່ອຖືໄດ້ກ່ອນອະນຸຍາດໃຫ້ເປີດບັນຊີ ຫຼື ດາວໂຫຼດເກມ ພ້ອມທັງຕ້ອງມີເຄື່ອງມືໃຫ້ເດັກສາມາດລາຍງານເນື້ອຫາທີ່ບໍ່ເໝາະສົມໄດ້ຢ່າງງ່າຍດາຍ. ເຖິງແມ່ນວ່າກົດໝາຍນີ້ຈະຍັງຕ້ອງຜ່ານການຫາລືກັບປະເທດສະມາຊິກ ແລະ ລັດຖະສະພາເອີຣົບໃນອີກຫຼາຍເດືອນຂ້າງໜ້າ ແຕ່ມັນກໍສະທ້ອນໃຫ້ເຫັນເຖິງຄວາມພະຍາຍາມຢ່າງຈິງຈັງຂອງສະຫະພາບເອີຣົບ ໃນການສ້າງມາດຕະຖານໃໝ່ເພື່ອຄວາມປອດໄພທາງດິຈິຕອລສຳລັບຄົນລຸ້ນໃໝ່.
#LaoX #EUKidsAct #OnlineSafety #SocialMedia #AIChatbot #ຄວາມປອດໄພອອນລາຍ #ເຕັກໂນໂລຊີ #ຂ່າວຕ່າງປະເທດ


