ປົກເວັບ 2026 09 14T232158 231

ສປປ ລາວ ຮຽກຮ້ອງໃຫ້ເພີ່ມທະວີການແກ້ໄຂໄພຂົ່ມຂູ່ຈາກລະເບີດທີ່ຍັງບໍ່ທັນແຕກ

ສປປ ລາວ ໄດ້ຮຽກຮ້ອງໃຫ້ສາກົນເພີ່ມທະວີການສະໜັບສະໜູນ ເພື່ອເລັ່ງລັດການເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ໃນຂະນະທີ່ລະເບີດເຫຼົ່ານີ້ຍັງສືບຕໍ່ຂົ່ມຂູ່ເຖິງຊີວິດ ແລະ ກີດຂວາງການພັດທະນາເສດຖະກິດ-ສັງຄົມ.

ຄຳຮຽກຮ້ອງດັ່ງກ່າວ ມີຂຶ້ນໃນ ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (3RC-CCM) ໄດ້ສືບຕໍ່ດໍາເນີນພາຍໃຕ້ພາກກອງປະຊຸມລະດັບສູງ (High Level Segment) ໂດຍ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານ.

ໃນກອງປະຊຸມ ທ່ານ ທອງສະຫວັນ ໄດ້ຍົກໃຫ້ເຫັນຈຸດປະສົງ ແລະ ລະດັບຄາດໝາຍຂອງກອງປະຊຸມທົບທວນຄັ້ງນີ້ ແມ່ນເພື່ອຄວາມກວດກາຄືນຄວາມຄືບໜ້າຜ່ານມາ ແລະ ກຳນົດທິດທາງໃນການຮ່ວມມືໃນອະນາຄົດ ເປັນຕົ້ນແມ່ນ ໄດ້ຮຽກຮ້ອງໃຫ້ປະເທດສະມາຊິກ ກໍຄື ວົງຄະນະຍາດສາກົນ ເອົາໃຈໃສ່ປະຕິບັດສົນທິສັນຍາດັ່ງກ່າວໃຫ້ເກີດຜົນເປັນຈິງ, ເພີ່ມທະວີຄວາມສາມັກຄີ, ຖືເອົາປະຊາຊົນ ແລະ ຜູ້ລອດຊີວິດເປັນໃຈກາງ, ຫຼີກລ້ຽງການສ້າງພາລະເພີ່ມແກ່ປະເທດທີ່ໄດ້ຮັບຜົນກະທົບ, ເລັ່ງລັດຈັດຕັ້ງປະຕິບັດສົນທິສັນຍາ, ເພີ່ມທະວີການບຸກເບີກພື້ນທີ່, ໃຫ້ການສຶກສາກ່ຽວກັບຄວາມສ່ຽງດ້ານລະເບີດ, ຊ່ວຍເຫຼືອຜູ້ປະສົບເຄາະຮ້າຍ, ຊຸກຍູ້ການເຂົ້າຮ່ວມເປັນພາຄີທົ່ວໂລກ, ເພີ່ມທະວີການຮ່ວມມື ແລະ ລະດົມທຶນຮອນຈາກສາກົນ.

ໃນພາກກອງປະຊຸມລະດັບສູງນີ້, ທ່ານ ນາງ ອາມິດາ ອາລິສຈາບານາ, ຮອງເລຂາທິການໃຫຍ່ ອົງການສະຫະປະຊາຊາດ, ເລຂາບໍລິຫານຄະນະກຳມະການເສດຖະກິດ-ສັງຄົມ ສປຊ ປະຈຳພາກພື້ນ ອາຊີ-ປາຊີຟິກ (UN ESCAP), ທ່ານ ຢືກ ເລົາເບີ, ຮອງປະທານຄະນະກຳມະການກາແດງສາກົນ (ICRC) ແລະ ຜູ້ຕາງໜ້າຈາກເຄືອຂ່າຍເພື່ອການເກືອດຫ້າມລະເບີດລູກຫວ່ານ (CMC) ໄດ້ຜັດປ່ຽນກັນຂຶ້ນກ່າວຄຳເຫັນ ກ່ຽວກັບການຈັດຕັ້ງປະຕິ ບັດສົນທິສັນຍາ ແລະ ຄວາມຄາດຫວັງຕໍ່ກອງປະຊຸມທົບທວນຄັ້ງນີ້, ຊຶ່ງສະແດງໃຫ້ເຫັນເຖິງການສະໜັບສະໜູນອັນສະເໝີຕົ້ນສະເໝີປາຍ ຈາກອົງການສາກົນ ຕໍ່ຂະບວນການຂອງສົນທິສັນຍາ, ຊົມເຊີຍຄວາມພະຍາຍາມຂອງ ສປປ ລາວ ຕະຫຼອດ 16 ປີທີ່ຜ່ານມາ ນັບແຕ່ການເປັນເຈົ້າພາບກອງປະຊຸມລັດພາຄີຄັ້ງທີ 1 ໃນປີ 2010 ຈາກເປັນປະເທດຜູ້ເຄາະຮ້າຍ ກາຍເປັນປະເທດທີ່ນຳພາການຈັດຕັ້ງປະຕິບັດສົນທິສັນຍາດັ່ງກ່າວຢ່າງຕັ້ງໜ້າ.

ໃນວາລະດັ່ງກ່າວ, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໄດ້ຕາງໜ້າຄະນະຜູ້ແທນ ສປປ ລາວ ຂື້ນກ່າວຄໍາເຫັນ ໂດຍຢໍ້າຄືນເຖິງ ຜົນກະທົບຂອງລະເບີດບໍ່ທັນແຕກ ຢູ່ ສປປ ລາວ ຍັງສືບຕໍ່ເປັນໄພອັນຕະລາຍຕໍ່ຊີວິດ ແລະ ເປັນອຸປະສັກຕໍ່ການພັດທະນາເສດຖະກິດ-ສັງຄົມ ນັບແຕ່ອະດີດຈົນເຖິງປັດຈຸບັນ, ເຊິ່ງລັດຖະບານ ແຫ່ງ ສປປ ລາວ ໄດ້ກໍານົດເອົາການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ເປັນບູລິມະສິດໃນຍຸດທະສາດໄລຍະຍາວ ແລະ ຮັບຮອງເອົາເປົ້າໝາຍການພັດທະນາທີ່ຍືນຍົງແຫ່ງຊາດທີ 18 “ຊີວິດປອດໄພຈາກລະເບີດບໍ່ທັນແຕກ”. 

ພ້ອມກັນນັ້ນ, ທ່ານກໍໄດ້ກ່າວເຖິງ ສິ່ງທ້າທາຍດ້ານງົບປະມານທີ່ສົ່ງຜົນກະທົບຕໍ່ການເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ຢ່າງຫຼີກລ່ຽງບໍ່ໄດ້, ຈຶ່ງຮຽກຮ້ອງໃຫ້ມີການຊ່ວຍເຫຼືອ ແລະ ຄວາມຮ່ວມມືຈາກສາກົນຢ່າງຕໍ່ເນື່ອງ, ຢໍ້າຄືນຄວາມໝາຍໝັ້ນຮ່ວມກັນ ແລະ ເປົ້າໝາຍທີ່ສຳຄັນໃນການປະຊຸມຄັ້ງນີ້ ກໍເພື່ອຮັບຮອງເອົາ ແຜນປະຕິບັດງານນະຄອນຫຼວງວຽງຈັນ ປີ 2027–2031 ເພື່ອເປັນທິດທາງໃນການຮ່ວມມືກັນແກ້ໄຂບັນຫາລະເບີດລູກຫວ່ານໃນ 5 ປີຂ້າງໜ້າ.

ນອກຈາກນັ້ນ, ຜູ້ແທນຂັ້ນສູງຈາກ 4 ປະເທດໄດ້ຜັດປ່ຽນກັນຂຶ້ນກ່າວຄຳປາໄສ ປະກອບມີ: ທ່ານ ລີ ທຸດ(H.E Dr. Ly Thuch), ລັດຖະມົນຕີອາວຸໂສ, ຮອງປະທານຜູ້ທີ່ໜຶ່ງຂອງຄະນະກຳມະການແກ້ໄຂບັນຫາລະເບີດຕົກຄ້າງ ແລະ ການຊ່ວຍເຫລືອຜູ້ຖືກເຄາະຮ້າຍ ລາຊະອານາຈັກ ກຳປູເຈຍ; ທ່ານ ເບັນດິໂຕ ດອສ ຊານໂຕສ ຟີອິດຕ້າ (H.E Mr. Bendito dos Santos Freitas), ລັດຖະມົນຕີກະຊວງການຕ່າງປະເທດ ຕິມໍເລສເຕ; ທ່ານ ນາງ ຫງວຽນວາງ ເວິນ (H.E Ms. Nguyen Thi Hoang Van), ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ; ແລະ ທ່ານ ຊາລຸນ ຈະເລີນສຸວັນ (H.E Sarun Charoensuwan), ຮອງລັດຖະມົນຕີກະຊວງການຕ່າງປະເທດ ລາຊາອານາຈັກໄທ. ບັນດາຜູ້ແທນໄດ້ສະແດງຄວາມມຸ່ງໝັ້ນຕໍ່ສົນທິສັນຍາ, ຍົກຜົນງານ ແລະ ຄວາມສຳຄັນຂອງການຮ່ວມມືພາກພື້ນ ແລະ ສາກົນເພື່ອຮັບປະກັນການປະຕິບັດສົນທິສັນຍາໃຫ້ເກີດຜົນຈິງ.

ໃນຕອນແລງຂອງວັນດຽວກັນ, ທ່ານ ທອງສະຫວັນ ພົມວິຫານ ໄດ້ຕາງໜ້າໃຫ້ ລັດຖະບານແຫ່ງ ສປປ ລາວ ເປັນເຈົ້າພາບຈັດງານລ້ຽງອາຫານຄໍ່າ ເພື່ອຕ້ອນຮັບບັນດາຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ງານດັ່ງກ່າວເປັນໂອກາດອັນດີໃຫ້ບັນດາຜູ້ແທນໄດ້ພົບປະສົນທະນາແລກປ່ຽນຄວາມຄິດເຫັນໃນບັນຍາກາດບໍ່ເປັນທາງການ, ພ້ອມກັນນັ້ນກໍໄດ້ຮັບຊົມການສະແດງສິນລະປະ ແລະ ວັດທະນະທຳອັນເປັນເອກະລັກຂອງ ສປປ ລາວ ອີກດ້ວຍ.

ກອງປະຊຸມ 3RC-CCM ຈະດຳເນີນແຕ່ເປັນວັນທີ 14 ເຖິງ 18 ກັນຍາ 2026, ເຊິ່ງຈະຮ່ວມກັນເຈລະຈາ ແລະ ຮັບຮອງເອົາເອກະສານສຳຄັນ 3 ສະບັບ ຄື: ເອກະສານທົບທວນການຈັດຕັ້ງປະຕິບັດສົນທິສັນຍາ, ແຜນປະຕິບັດງານນະຄອນຫຼວງວຽງຈັນ 2027-2031 (Vientiane Capital Action Plan 2027-2031) ແລະ ຖະແຫຼງການການເມືອງ (Political Declaration) ທີ່ຈະກໍານົດທິດທາງ ແລະ ບຸລິມະສິດຂອງສົນທິສັນຍາ CCM ໃນໄລຍະ 5 ປີຕໍ່ໜ້າ. 

ກອງປະຊຸມທົບທວນຄັ້ງນີ້ ແມ່ນການສືບຕໍ່ບາດກ້າວສຳຄັນໜຶ່ງ ໃນຄວາມພະຍາຍາມຮ່ວມກັນຂອງປະຊາຄົມໂລກ ເພື່ອສ້າງໂລກທີ່ປາສະຈາກໄພຂົ່ມຂູ່ຈາກລະເບີດລູກຫວ່ານຢ່າງແທ້ຈິງ.

ສຳລັບ ສປປ ລາວ, ກອງປະຊຸມຄັ້ງນີ້ໄດ້ຈັດຂຶ້ນໃນຊ່ວງເວລາທີ່ ການເກັບກູ້ UXO ຍັງຕິດພັນຢ່າງແໜ້ນແຟ້ນກັບການພັດທະນາ. ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກສາມາດເຮັດໃຫ້ພື້ນທີ່ດິນມີຄວາມປອດໄພຂຶ້ນສຳລັບຊຸມຊົນ ແລະ ເປີດກວ້າງພື້ນທີ່ສຳລັບກະສິກຳ, ພື້ນຖານໂຄງລ່າງ ແລະ ກິດຈະກຳທາງເສດຖະກິດອື່ນໆ.

#LaoX #UXOLaos #Laos #UXOClearance #ClusterMunitions #SDG18 #Vientiane #ສປປລາວ #ເກັບກູ້ລະເບີດ #ລະເບີດລູກຫວ່ານ

Comments are disabled