ບັນດາບໍລິສັດ ເລີ່ມພັບແຜນ ໜີພາສີອອກຈາກຈີນ ຫຼັງ ຕ່ອງໂສ້ການສະໜອງ, ແຮງງານປະເທດອື່ນຍັງບໍ່ຕອບໂຈດ
ບັນດາບໍລິສັດຂ້າມຊາດຫຼາຍແຫ່ງເລີ່ມຍ້າຍຖານການຜະລິດ ແລະ ຄຳສັ່ງຊື້ກັບຄືນສູ່ປະເທດຈີນ ຫຼັງຈາກພົບວ່າການຍ້າຍໜີກຳແພງພາສີສະຫະລັດຕ້ອງແລກມາດ້ວຍຕົ້ນທຶນທີ່ບານປາຍ, ຂາດແຄນແຮງງານຝີມື ແລະ ລະບົບຊັບພລາຍເຊນທີ່ບໍ່ຄົບວົງຈອນ ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ປະສິດທິພາບໃນການແຂ່ງຂັນ ແລະ ເຮັດໃຫ້ຍຸດທະສາດຍົກຍ້າຍການຜະລິດອອກຈາກຈີນຕ້ອງສະດຸດລົງ. Reuter ລາຍງານ.
ກ່ອນໜ້ານີ້ ມາດຕະການທາງພາສີຂອງສະຫະລັດໄດ້ກະຕຸ້ນໃຫ້ທຸລະກິດທົ່ວໂລກເລັ່ງກະຈາຍຖານການຜະລິດອອກຈາກຈີນ (China Plus One) ເພື່ອຫຼຸດຜ່ອນຄວາມສ່ຽງ ແຕ່ລາຍງານຫຼ້າສຸດຈາກສຳນັກຂ່າວຣອຍເຕີຊີ້ໃຫ້ເຫັນວ່າ ປັດຈຸບັນຫຼາຍບໍລິສັດກຳລັງທົບທວນແຜນດັ່ງກ່າວຄືນໃໝ່.
ຕົວຢ່າງເຊັ່ນບໍລິສັດ Dawang Metals ທີ່ພົບວ່າລູກຄ້າລາຍໃຫຍ່ຈາກສະຫະລັດໄດ້ກັບມາສັ່ງຊື້ສິນຄ້າອີກຄັ້ງ ຫຼັງຈາກພະຍາຍາມຍ້າຍຖານໄປອິນເດຍແຕ່ປະເຊີນກັບອຸປະສັກໃນການຜະລິດຫຼາຍຢ່າງ.
Reuter ລາຍງານວ່າ ຜູ້ບໍລິຫານຂອງບໍລິສັດລະບຸຢ່າງຊັດເຈນວ່າ ຄວາມໄດ້ປຽບດ້ານຊັບພລາຍເຊນຂອງຈີນນັ້ນຍັງຄົງແຂງແກ່ນຫຼາຍ ແລະ ເປັນເລື່ອງຍາກທີ່ປະເທດອື່ນໆຈະສາມາດສ້າງລະບົບຂຶ້ນມາທົດແທນໄດ້ໃນໄລຍະເວລາອັນສັ້ນ.
ເຖິງແມ່ນວ່າພາກພື້ນອາຊີຕາເວັນອອກສຽງໃຕ້ຈະດຶງດູດການລົງທຶນໄດ້ຫຼາຍ ແຕ່ໃນທາງປະຕິບັດພັດຍາກກວ່າທີ່ຄາດໄວ້. ຍັກໃຫຍ່ຄ້າປີກຂອງສະຫະລັດຢ່າງ Target ຫຼື ແມ່ນແຕ່ຍີ່ຫໍ້ແຟຊັ່ນ Shein ຕ່າງກໍຕ້ອງດຶງບາງພາກສ່ວນກັບຄືນສູ່ຈີນ ຍ້ອນບັນຫາລະບົບການຜະລິດທີ່ຢຸດສະງັກ ແລະ ຂໍ້ຈຳກັດດ້ານກຳລັງການຜະລິດໃນຫວຽດນາມ.
ກໍລະນີຂອງຜູ້ສົ່ງອອກເຟີນິເຈີລາຍໜຶ່ງທີ່ຕັດສິນໃຈປິດໂຮງງານໃນຫວຽດນາມແລ້ວກັບຄືນຈີນ ກໍໄດ້ສະທ້ອນໃຫ້ເຫັນຢ່າງຈະແຈ້ງວ່າ ການຈັດຫາວັດຖຸດິບພື້ນຖານໃນປະເທດປາຍທາງນັ້ນເປັນເລື່ອງຍາກ ຈົນສຸດທ້າຍກໍຕ້ອງນຳເຂົ້າອຸປະກອນນ້ອຍໆຈາກຈີນຢູ່ດີ ເຊິ່ງເມື່ອຄຳນວນແລ້ວເຮັດໃຫ້ຕົ້ນທຶນລວມບໍ່ໄດ້ແຕກຕ່າງກັນຈົນຄຸ້ມຄ່າທີ່ຈະຍ້າຍຖານການຜະລິດໄປຕ່າງປະເທດ.
ນອກຈາກນີ້ ຊ່ອງຫວ່າງຄວາມໄດ້ປຽບທາງພາສີກໍເລີ່ມຫຼຸດລົງ ຫຼັງຈາກສະຫະລັດເລີ່ມຂະຫຍາຍການເກັບພາສີໄປຍັງປະເທດອື່ນໆໃນວົງກວ້າງຂຶ້ນ. ອີກໜຶ່ງປັດໄຈສຳຄັນທີ່ເຮັດໃຫ້ຈີນຍັງຄົງເປັນຜູ້ຊະນະຄື ຄວາມໝັ້ນຄົງດ້ານພະລັງງານ ເຊິ່ງໂຮງງານໃນຈີນສາມາດຕອບໂຈດຄວາມສະຖຽນລະພາບໄດ້ດີກວ່າໃນຍາມທີ່ເກີດວິກິດພະລັງງານໂລກ ໃນຂະນະທີ່ການຍ້າຍໄປປະເທດອື່ນອາດເຮັດໃຫ້ຕົ້ນທຶນຕໍ່ໜ່ວຍສູງຂຶ້ນເຖິງ 2-3 ເທົ່າ.
ຢ່າງໃດກໍຕາມ ເຖິງວ່າທ່າອ່ຽງການກັບຄືນສູ່ຈີນຈະເລີ່ມຊັດເຈນຂຶ້ນ ແຕ່ກໍຍັງມີຜູ້ຜະລິດບາງສ່ວນທີ່ເລືອກຮັກສາຖານການຜະລິດໃນປະເທດອື່ນໆໄວ້ເພື່ອເປັນການກະຈາຍຄວາມສ່ຽງ ທ່າມກາງຄວາມບໍ່ແນ່ນອນຂອງນະໂຍບາຍການຄ້າສະຫະລັດ ເຊິ່ງພາກທຸລະກິດກຳລັງຈັບຕາເບິ່ງການພົບປະກັນລະຫວ່າງຜູ້ນຳສະຫະລັດ ແລະ ຈີນ ໃນໄວໆນີ້ ວ່າຈະມີທິດທາງການຜ່ອນປົນອຸປະສັກທາງການຄ້າທີ່ພວກເຂົາກຳລັງປະເຊີນຢູ່ໄດ້ຫຼືບໍ່.
#LaoXperts #ChinaPlusOne #SupplyChain #ການຄ້າສາກົນ #ເສດຖະກິດໂລກ #ທຸລະກິດ #ຈີນ


