ປົກເວັບ 2026 09 14T224135 239

ຖົ່ວລຽນລາວເຕີບໂຕກ້າວກະໂດດ, ລັດ-ເອກະຊົນ ຍົກລະດັບມາດຕະຖານສູ່ຕະຫຼາດໂລກ

ອຸດສາຫະກຳຖົ່ວລຽນລາວພວມເຕີບໂຕຢ່າງກ້າວກະໂດດດ້ວຍການຂະຫຍາຍຕົວເຖິງ 15 ແຂວງ, ຫຼ້າສຸດພາກລັດ ແລະ ເອກະຊົນໄດ້ຮ່ວມກັນຈັດຕິວເຂັ້ມມາດຕະຖານການຜະລິດໃຫ້ຊາວສວນ ມຸ່ງເປົ້າສ້າງຜົນຜະລິດທີ່ແຊບ ສະອາດ ແລະ ກວດສອບແຫຼ່ງທີ່ມາໄດ້ ເພື່ອແນໃສ່ຍົກລະດັບມູນຄ່າການສົ່ງອອກ ແລະ ສ້າງລາຍຮັບທີ່ຍືນຍົງ.

ໃນປີ 2026 ນີ້, ຂະແໜງການປູກຖົ່ວລຽນໃນ ສປປ ລາວ ໄດ້ຮັບຄວາມສົນໃຈຢ່າງຫຼວງຫຼາຍ ໂດຍມີເມັດເງິນລົງທຶນມະຫາສານຈາກທັງນັກທຸລະກິດພາຍໃນ ແລະ ຕ່າງປະເທດ. 

ຕາມການລາຍງານຂອງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ປັດຈຸບັນ ກຸ່ມປູກຖົ່ວລຽນລາວມີສະມາຊິກຫຼາຍກວ່າ 100 ສວນ ກວມເອົາເນື້ອທີ່ໃນ 15 ແຂວງທົ່ວປະເທດ ຊຶ່ງໃນປີນີ້ສາມາດເກັບກ່ຽວຜົນຜະລິດເພີ່ມຂຶ້ນຈາກປີຜ່ານມາຫຼາຍເທົ່າຕົວ. ຈາກປະລິມານຜົນຜະລິດທີ່ເພີ່ມຂຶ້ນນີ້, ສິ່ງສຳຄັນທີ່ສຸດໃນການກະຈາຍສິນຄ້າເຂົ້າສູ່ຕະຫຼາດແມ່ນການຄຳນຶງເຖິງມາດຕະຖານ ແລະ ຂໍ້ກຳນົດຂອງຕະຫຼາດປາຍທາງ ທີ່ຮຽກຮ້ອງໃຫ້ຜູ້ປູກຕ້ອງພັດທະນາການຜະລິດໃຫ້ສາມາດກວດສອບແຫຼ່ງທີ່ມາໄດ້ຢ່າງຊັດເຈນ.

ເພື່ອຕອບສະໜອງຕໍ່ເງື່ອນໄຂດັ່ງກ່າວ, ໃນວັນທີ 13 ກັນຍາ 2026 ທີ່ຜ່ານມາ ຢູ່ທີ່ສວນ ດຣ ໃບໂອຟາມ ເມືອງວັງວຽງ ແຂວງວຽງຈັນ, ຂະແໜງທຸລະກິດຖົ່ວລຽນລາວ ຮ່ວມກັບ ສະມາຄົມທຸລະກິດກະສິກຳລາວ ໄດ້ຈັດຊຸດຝຶກອົບຮົມໃນຫົວຂໍ້ “ການບໍລິຫານຈັດການ ແລະ ການຜະລິດຖົ່ວລຽນໃຫ້ໄດ້ຄຸນນະພາບ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ”. 

ງານຄັ້ງນີ້ໄດ້ຮັບກຽດເຂົ້າຮ່ວມຈາກພາກສ່ວນສຳຄັນທັງ ທ່ານ ວັນທຽງ ພົມມະສຸລິນ ຮອງຫົວໜ້າກົມປູກຝັງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ຄໍາອ້ວນ ຄໍາພູແກ້ວ ຮອງປະທານສະມາຄົມທຸລະກິດກະສິກຳລາວ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມດ້ວຍຕົວແທນຊາວສວນຈາກຫຼາຍແຂວງທົ່ວປະເທດ.

ທ່ານ ເອລາວັນ ລາດປາກດີ ຫົວໜ້າຂະແໜງທຸລະກິດຖົ່ວລຽນລາວ ໄດ້ເນັ້ນຢ້ຳວ່າ ການຝຶກອົບຮົມຄັ້ງນີ້ບໍ່ພຽງແຕ່ເປັນການໃຫ້ຄວາມຮູ້ທາງດ້ານທິດສະດີເທົ່ານັ້ນ ແຕ່ຍັງມີນັກວິຊາການຈາກພາກລັດ ໂດຍສະເພາະພະແນກມາດຕະຖານ ແລະ ການຢັ້ງຢືນ (GAP) ພ້ອມດ້ວຍຊ່ຽວຊານທັງພາຍໃນ ແລະ ຕ່າງປະເທດ ລົງພື້ນທີ່ສາທິດການປະຕິບັດຕົວຈິງຢູ່ໃນສວນ. 

ເປົ້າໝາຍສູງສຸດແມ່ນເພື່ອເຕົ້າໂຮມຄວາມສາມັກຄີຂອງຜູ້ປະກອບການ ສ້າງຖົ່ວລຽນລາວໃຫ້ມີຄຸນນະພາບ ປອດໄພ ແລະ ໄດ້ມາດຕະຖານສາກົນ. ພ້ອມດຽວກັນນີ້ ຍັງເປັນການປ່ຽນໂສມໜ້າການເຮັດກະສິກຳແບບທົ່ວໄປ ໄປສູ່ການບໍລິຫານຈັດການແບບທຸລະກິດຢ່າງແທ້ຈິງ ໂດຍຊາວສວນຈະໄດ້ຮຽນຮູ້ການຄວບຄຸມຕົ້ນທຶນ, ການວາງແຜນນຳໃຊ້ແຮງງານ ແລະ ການບັນທຶກລາຍຮັບ-ລາຍຈ່າຍ ເຊິ່ງທັງໝົດນີ້ຈະເປັນພື້ນຖານອັນແຂງແກ່ນ ທີ່ຊ່ວຍໃຫ້ຖົ່ວລຽນລາວສາມາດແຂ່ງຂັນໃນຕະຫຼາດໂລກໄດ້ຢ່າງເຕັມພາກພູມ.

#LaoXperts #ຖົ່ວລຽນລາວ #ສົ່ງອອກຖົ່ວລຽນ #ກະສິກຳລາວ #LaoDurian #DurianExport #ເສດຖະກິດລາວ #ມາດຕະຖານGAP

Comments are disabled