ນະໂຍບາຍດີໆ! ຊາວເຢຍລະມັນທຸກຄົນເມື່ອອາຍຸຄົບ 18 ປີ ໃນປີ 2023 ຈະໄດ້ຮັບບັດເປັນເງິນ 200 ຢູໂຣ ເພື່ອເອົາໄປນຳໃຊ້ໃນດ້ານທີ່ສົນໃຈ

ນະໂຍບາຍດີໆ

ຖ້າຈະກ່າວເຖິງປະເທດທີ່ມີນະໂຍບາຍດີໆ ອອກມາເພື່ອປະຊາຊົນຢູ່ຕະຫຼອດ ເຢຍລະມັນ ກໍຄືຈະເປັນໜຶ່ງໃນນັ້ນ ເພາະຫຼ້າສຸດນີ້ລັດຖະບານເຢຍລະມັນໄດ້ອອກໂຄງການທີ່ມີຊື່ວ່າ “Kulturpass” ໂດຍຈະເປັນການມອບເງິນຈໍານວນ 200 ຢູໂຣ ຫຼື ປະມານ 3.800.000 ກີບ ຜ່ານບັດ Kulturpass ໃຫ້ກຸ່ມຄົນທີ່ມີອາຍຸຄົບ 18 ປີ ໃນປີ 2023 ທີ່ຈະມາຮອດນີ້ ເຊິ່ງຈຸດປະສົງກໍເພື່ອຢາກໃຫ້ກຸ່ມຄົນໄວໜຸ່ມໄດ້ໄປສຳຜັດປະສົບການ “ວັດທະນະທຳທີ່ມີຊີວິດ” (live culture).

ນະໂຍບາຍດີໆ

ໂດຍໂຄງການນີ້ທາງການລະບຸວ່າສາມາດເຂົ້າເຖິງຊາວເຢຍລະມັນໄດ້ 7,5 ແສນຄົນ ພ້ອມນັ້ນຍັງມີເປົ້າໝາຍເພື່ອຊ່ວຍໃຫ້ກຸ່ມຄົນໄວໜຸ່ມໄດ້ອອກມາຈາກເຮືອນ ມາສຳຜັດກັບບັນຍາກາດຂ້າງນອກຫຼັງຈາກທີ່ເກີດໂຣກລະບາດ ແລະ ຄາດວ່ານະໂຍບາຍນີ້ຈະຊ່ວຍສະໜັບສະໜູນດ້ານການເງິນໃຫ້ກັບແວດວົງສິລະປະ ເນື່ອງຈາກໄດ້ຮັບຜົນກະທົບຈາກການປິດເມືອງຫຼາຍຄັ້ງ.

ນະໂຍບາຍດີໆ

ສຳລັບບັດ Kulturpass ແມ່ນບັດທີ່ໃຊ້ງານຜ່ານແອັບພລິເຄຊັ່ນ ສາມາດໃຊ້ກັບສິ່ງຕ່າງໆທີ່ໄວໜຸ່ມສົນໃຈໄດ້ຢ່າງຫຼວງຫຼາຍບໍ່ວ່າຈະເປັນ ດ້ານດົນຕີ, ລະຄອນ, ຄອນເສີດ ແລະ ປຶ້ມ. ຢ່າງໃດກໍຕາມ ບັດແມ່ນບໍ່ອະນຸຍາດໃຫ້ໃຊ້ຈ່າຍທັງໝົດ 200 ຢູໂຣ ກັບປີ້ຄອນເສີດທີ່ມີລາຄາແພງພຽງໃບດຽວ. ນອກຈາກນີ້ແອັບພິເຄຊັ່ນຂອງບັດ Kulturpass ຈະແນະນໍາໃຫ້ຜູ້ໃຊ້ໄປຍັງໂຮງຮູບເງົາອິດສະຫຼະ ຫຼື ຮ້ານປຶ້ມນ້ອຍໆ ເພື່ອເປັນການຊ່ວຍອຸດໜູນທຸລະກິດ.

ນະໂຍບາຍດີໆ

ທັງນີ້ ໂຄງການ Kulturpass ຄາດວ່າຈະນໍາໃຊ້ເງິນ 100 ລ້ານຢູໂຣ ນອກເໜືອຈາກງົບປະມານປະຈຳປີຂອງເຢຍລະມັນ 2,3 ພັນລ້ານຢູໂຣ ແລະຫາກວ່າໂຄງການນີ້ປະສົບຜົນສຳເລັດ ບັນດາລັດຖະມົນຕີກ່າວວ່າໂຄງການນີ້ອາດຈະຂະຫຍາຍອອກໄປ ໂດຍມີເປົ້າໝາຍທີ່ຈະສະເໜີໃຫ້ຜູ້ທີ່ມີອາຍຸຕັ້ງແຕ່ 15 ປີຂຶ້ນໄປ.

.

ທີ່ມາ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/