ຖືກໃຊ້ແທ້! “ຕຽງ” ທີ່ປ້ອງກັນການມີເພດສຳພັນ ໃນໂອລິມປິກປາຣີສ


ໂອລິມປິກ 2024 ທີ່ຈະມາເຖິງອາດຈະບໍ່ມີແມ່ນເສັ້ນທາງຄວາມຮັກຂອງນັກກິລາອີກຕໍ່ໄປ ເພາະຕຽງນອນ ທີ່ເອົາໄວ້ຮອງຮັບນັກກິລາຈະເປັນຕຽງ ປ້ອງກັນການມີເພດສຳພັນ Anti-sex beds ມັນຈະມີຂະໜາດນ້ອຍ ເຊິ່ງຂະໜາດມັນບໍ່ເໝາະສົມກັບການມີເພດສຳພັນນັ້ນເອງ ນອກຈາກປ້ອງກັນການມີເພດສຳພັນແລ້ວ ຕຽງທີ່ໃຊ້ໃນເທື່ອນີ້ເຮັດມາດ້ວຍເຈ້ຍແຂງ ທີ່ສາມາດເອົາມາຣີໄຊເຄິນໄດ້ 100%.

ທັງນີ້ໃນໄລຍະຫຼາຍປີທີ່ຜ່ານມາ ເລື່ອງລາວການມີເພດສຳພັນກັນຢ່າງດຸເດືອດເກີດຂຶ້ນໃນກຸ່ມນັກກິລາໂອລິມປິກທີ່ມີຫຼາກຫຼາຍໃນສື່ ແຕ່ເຖິງຢ່າງໃດກໍບໍ່ສາມາດກາລັນຕີໄດ້ວ່າຕຽງນອນເຈ້ຍແຂງຈະສາມາດຢຸດຢັ້ງການມີເພດສຳພັນໃນກຸ່ມນັກກິລາໄດ້ນັ້ນເອງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/