ຊ້ອມເປັນຫົວໜ້າ ທັກສະຫຍັງແດ່ທີ່ຈະຊ່ວຍໃຫ້ເລື່ອນຕຳແໜ່ງໄວ?

ຊ້ອມເປັນຫົວໜ້າ

ຫຼາຍຄົນອາດຈະຄິດວ່າການເລື່ອນຂັ້ນເປັນຫົວໜ້າ ເປັນເລື່ອງຂອງຈຳນວນປີທີ່ເຮົາເຮັດວຽກ ເຊັ່ນ: ຖ້າເຮັດວຽກຈັກ 2 ປີກໍໜ້າຈະຮອດຈຸດທີ່ໄດ້ເລື່ອນຕຳແໜ່ງ ແຕ່ອີກມຸມໜຶ່ງເຊື່ອວ່າອາດຈະມີຫຼາຍຄົນທີ່ເຄີຍອົກຫັກ ເພາະຄິດແບບນີ້ມາແນ່ແລ້ວ ຄືເຄີຍຄິດວ່າຈະໄດ້ເລື່ອນຕຳແໜ່ງຂຶ້ນ ແຕ່ສຸດທ້າຍບໍ່ໄດ້ເລື່ອນຂຶ້ນ.

ຖ້າຈະວິເຄາະບັນຫານີ້ ອາດຈະຕ້ອງມາເບິ່ງວ່າ ການເຮັດວຽກທີ່ຜ່ານມາເປັນການເຮັດວຽກແບບໃດ ໜຶ່ງ ແບບທີ່ເຮົາເກັ່ງ ຫຼື ສອງ ແບບທີ່ເຮົາເກັ່ງເພື່ອເປັນຫົວໜ້າ ເພາະຫຼາຍຄົນມັກເຂົ້າໃຈວ່າຖ້າເຮັດວຽກຈົນເກັ່ງເຊັ່ນ: ເຮັດວຽກຈົນຄ່ອງ ບໍ່ມີບັນຫາ ກໍຕ້ອງໄດ້ເລື່ອນຂັ້ນເປັນຫົວໜ້າຢ່າງແນ່ນອນ ແຕ່ຄວາມເປັນຈິງ ການກ້າວມາເປັນຫົວໜ້າບໍ່ໄດ້ເກີດຈາກການເກັ່ງວຽກເທົ່ານັ້ນ ແຕ່ເກີດຈາກການສະແດງທັກສະຫົວໜ້າອອກມາລ່ວງໜ້າຕ່າງຫາກ.

ຍົກຕົວຢ່າງເຊັ່ນ ເວລາຈະປັບຕຳແໜ່ງໃຫ້ໃຜເປັນຫົວໜ້າ ເຮົາຈະປະເມີນກ່ອນວ່າເຂົາມີຄຸນສົມບັດຂອງຫົວໜ້າຫຼືບໍ່ ບາງເທື່ອເຮົາສົນໃຈເລື່ອງຄຸນສົມບັດຂອງຫົວໜ້າຫຼາຍກວ່າການເຮັດວຽກເກັ່ງເສຍອີກ ເວົ້າອີກຢ່າງຄືການເລື່ອນຂັ້ນເປັນຫົວໜ້າ ເປັນເລື່ອງຂອງທັກສະການເປັນຜູ້ນຳຫຼາຍກວ່າຄວາມສາມາດດ້ານການເຮັດວຽກ ສະນັ້ນ ໃຜກໍຕາມທີ່ຢາກເປັນຫົວໜ້າ ແຕ່ຍັງສາລະວົນກັບການເຮັດວຽກໃຫ້ເກັ່ງຢ່າງດຽວ ໂດຍບໍ່ຄິດພັດທະນາ ຫຼື ສະແດງທັກສະຄວາມເປັນຫົວໜ້າ ກໍມີໂອກາດທີທ່ານຈະໄດ້ເລື່ອນຕຳແໜ່ງຄືກັນ ແຕ່ອາດຈະຊ້າແນ່ ຫຼື  ບໍ່ກໍຄືໄດ້ເລື່ອນຕຳແໜ່ງທາງສາຍຊຳນານການ ແຕ່ບໍ່ແມ່ນສາຍບໍລິຫານ. ມາຮອດນີ້ ມາເບິ່ງນຳກັນວ່າມີທັກສະ ຫຼື ຄຸນສົມບັດຫຍັງແນ່ ທີ່ເຮັດແລ້ວມີສິດຈະເຂົ້າຕາກຳມະການ:

ຊ້ອມເປັນຫົວໜ້າ
  1. ຄິດພາບໃຫຍ່

ຫົວໜ້າບໍ່ຄືກັບລູກນ້ອງຢູ່ຢ່າງໜຶ່ງ ຄືຕ້ອງຄິດພາບໃຫຍ່ ເພາະວ່າຫົວໜ້າຈະບໍ່ໄດ້ຄິດວຽກຂອງລູກນ້ອງຄົນດຽວ ແຕ່ຕ້ອງຄິດເພື່ອລູກນ້ອງຄົນອື່ນໆ ແລະ ຕ້ອງສາມາດເຊື່ອມໂຍງວ່າວຽກລູກນ້ອງແຕ່ລະຄົນຈະໄປຕໍ່ກັບຂອງຄົນອື່ນໄດ້ແນວໃດ ຫຼື ມີຫຍັງແດ່ທີ່ຕ້ອງເຕີມເຂົ້າໄປໃນວຽກຂອງລູກນ້ອງເພື່ອໃຫ້ສົມບູນຂຶ້ນ.

ດັ່ງນັ້ນ ຖ້າຢາກໂດດເດັ່ນເຂົ້າຕາກຳມະການ ສິ່ງໜຶ່ງທີ່ຕ້ອງຝຶກເຮັດເລື້ອຍໆຄືພະຍາຍາມບໍ່ເບິ່ງແຕ່ວຽກຂອງຕົນເອງ ແຕ່ພະຍາຍາມເບິ່ງມຸມທີ່ສູງຂຶ້ນວ່າວຽກທີ່ໄດ້ຮັບເປັນສ່ວນໜຶ່ງຂອງແຜນການລວມແນວໃດ ເພາະການເບິ່ງເຫັນພາບລວມອອກຈະຊ່ວຍໃຫ້ເຮົາເຮັດວຽກເກີນຄວາມຄາດຫວັງຂອງຫົວໜ້າ ເຮັດໃຫ້ເຮົາຮູ້ຈັກຕັນຈຸດອ່ອນ ທີ່ຫົວໜ້າຕາມປິດໃຫ້. ເຊັ່ນ ເຈົ້າໄດ້ຮັບມອບໝາຍໃຫ້ເຮັດບົດນຳສະເໜີສົ່ງລູກຄ້າ ແຕ່ເຈົ້າປະເມີນແລ້ວວ່າຖ້າເພີ່ມຂໍ້ມູນບາງສ່ວນເຂົ້າໄປອີກໜ້ອຍໜຶ່ງຈະຊ່ວຍໂນ້ມນ້າວລູກຄ້າໄດ້ດີຂຶ້ນ ເຮົາຈຶ່ງຂໍອະນຸຍາດຫົວໜ້າໃຫ້ໃສ່ slide ເພີ່ມ ປາກົດວ່າການເພີ່ມໜ້າສະໄລນັ້ນປະສົບຜົນສຳເລັດ ລູກຄ້າເຂົ້າໃຈໃນສິ່ງທີ່ເຈົ້າສະເໜີ ແລະ ຕັດສິນໃຈເລືອກບໍລິສັດເຈົ້າທັນທີ ເວົ້າງ່າຍໆຄື ທ່ານລອງຄິດໃນມຸມຂອງຫົວໜ້າ ບໍ່ໄດ້ຄິດແບບລູກນ້ອງທີ່ເຮັດຕາມຄຳສັ່ງເທົ່ານັ້ນ ແຕ່ເຈົ້າໄດ້ເບິ່ງການໄກ ແລະ ວຽກທີ່ແທ້ຈິງກໍບໍ່ແມ່ນແຕ່ເລື່ອງການເຮັດບົດນຳສະເໜີ ແຕ່ເປັນການຂາຍງານລູກຄ້າໃຫ້ຜ່ານຕ່າງຫາກ ຖ້າເວົ້າອີກຢ່າງໜຶ່ງກໍຄື ເຈົ້າລັກວຽກຫົວໜ້າມາເຮັດນັ້ນເອງ.

ຊ້ອມເປັນຫົວໜ້າ
  1. ສື່ສານໄດ້ດີ

ເປັນເລື່ອງໜ້າເສຍດາຍທີ່ຄົນເກັ່ງໆຫຼາຍຄົນພາດໂອກາດເປັນຫົວໜ້າ ພຽງເພາະຂາດທັກສະດ້ານການສື່ສານ ເພາະຢ່າລືມວ່າຫົວໜ້າຕ້ອງສັ່ງວຽກໄດ້ ຫົວໜ້າຕ້ອງສອນວຽກລູກນ້ອງໄດ້ ຫົວໜ້າຕ້ອງເຈລະຈາລະຫວ່າງພະແນກໄດ້ ຫົວໜ້າຕ້ອງລາຍງານໃຫ້ເຈົ້າຂອງບໍລິສັດໄດ້ ເຊິ່ງທັງໝົດລ້ວນແຕ່ເປັນເລື່ອງຂອງການສື່ສານທັງນັ້ນ ດັ່ງນັ້ນ ຖ້າທ່ານເປັນຄົນສື່ສານບໍ່ເກັ່ງ ຫຼື ບໍ່ມັກສື່ສານ ແບບນີ້ອາດຈະເອີ້ນວ່າລຳບາກ.

ແຕ່ວ່າການສື່ສານໄດ້ດີໃນທີ່ນີ້ ບໍ່ໄດ້ແປວ່າ “ເວົ້າເກັ່ງ” ແຕ່ຕ້ອງເອີ້ນວ່າ “ເວົ້າເປັນ” ຈຶ່ງຈະຖືກເອີ້ນວ່າ ສື່ສານເພື່ອໃຫ້ພາບລວມອອກມາດີ. ສະນັ້ນ, ທັກສະຂໍ້ນີ້ບໍ່ໄດ້ຢູ່ແບບໂດດໆ ແຕ່ພົວພັນກັບທັກສະການຄິດພາບໃຫຍ່ ຖ້າເບິ່ງພາບໃຫຍ່ອອກ ເຈົ້າກໍຈະຮູ້ວ່າເຈົ້າຕ້ອງສື່ສານຫຍັງ ເຊັ່ນ: ຫນ້າທີ່ໜຶ່ງຂອງຄົນເປັນຫົວໜ້າຄືສື່ສານເພື່ອສັ່ງວຽກ ແລະ ສອນລູກນ້ອງເຮັດວຽກໄດ້ຢ່າງທີ່ຕົວເອງຕ້ອງການ ສື່ສານໃຫ້ລູກນ້ອງເອົາວຽກຕົວເອງອອກມາປະກອບກັນໄດ້ຢ່າງລົງຕົວ.

ແຕ່ຖ້າເຈົ້າເປັນລູກນ້ອງທີ່ຢາກສະແດງທັກສະຫົວໜ້າ ເຈົ້າກໍຈະຮູ້ແລ້ວວ່າທ່ານຕ້ອງສື່ສານຫຍັງແນ່ ເພື່ອລົດພາລະຫົວໜ້າຫຼືຊ່ວຍວຽກທີມ ເຊັ່ນ: ທ່ານຖ້າສື່ສານກັບຄົນໃນທີມເພື່ອໃຫ້ໝັ້ນໃຈວ່າເວລາເອົາວຽກມາປະກອບຈະລົງຕົວ ໂດຍທີ່ຫົວໜ້າບໍ່ຕ້ອງຖ້າມາບອກ ຫຼື ເມື່ອວຽກທີ່ເຈົ້າເຮັດມີບັນຫາ ເຈົ້າກໍຕ້ອງຟ້າວລາຍງານຫົວໜ້າ ໂດຍທີ່ບໍ່ຕ້ອງຖ້າໃຫ້ຫົວໜ້າເປັນຄົນມາຖາມ ຫົວໜ້າກໍຈະອຸ່ນໃຈ ແລະ ວາງແຜນຮັບມືໄດ້ຖືກ ເພາະເຈົ້າບອກຫົວໜ້າສະເໝີ ແບບນີ້ເອີ້ນວ່າການສະແດງທັກສະສື່ສານ ບໍ່ແມ່ນສື່ສານໄປລ້າໆແຕ່ສື່ສານເພື່ອໃຫ້ພາບລວມອອກມາດີ.

ຊ້ອມເປັນຫົວໜ້າ
  1. ເລີ່ມສິ່ງໃໝ່ດ້ວຍຕົວເອງ

ອີກທັກສະໜຶ່ງທີ່ສຳຄັນຄືການເລີ່ມສິ່ງໃໝ່ ເຊິ່ງຂໍ້ນີ້ລວມເຖິງຄວາມເປັນຜູ້ນຳ, ຄວາມກ້າສ່ຽງ, ຄວາມກ້າຕັດສິນໃຈ ແລະ ຄວາມສາມາດໃນການແກ້ໄຂບັນຫາທີ່ສັບຊ້ອນ ນັ້ນເພາະການເປັນຫົວໜ້າຕ້ອງຄິດແທນຄົນອື່ນ ຄິດວາງແຜນໜຶ່ງແຜນສອງໃຫ້ລູກນ້ອງ, ຕ້ອງຮັບທັງຜິດແລະຮັບທັງຖືກຈາກທັງທີມ ແລະ ຫຼາຍຄັ້ງຫົວໜ້າມັກຈະບໍ່ມີຄຳແນະນຳວ່າຈະຕ້ອງເຮັດຫຍັງຫນຶ່ງສອງສາມ ແຕ່ຜູ້ທີ່ຈະເປັນຫົວໜ້ານີ້ແຫຼະ ຄືຄົນທີ່ບອກໜຶ່ງສອງສາມໃຫ້ລູກນ້ອງເຮັດຕ່າງຫາກ.

ສະນັ້ນ ຄົນທີ່ຈະເປັນຫົວໜ້າຈຶ່ງຕ້ອງຮູ້ຈັກເລີ່ມເປັນ ເຊັ່ນ: ເລີ່ມທີ່ຈະສ້າງຮູບແບບການເຮັດວຽກເພື່ອໃຫ້ລູກນ້ອງເຮັດວຽກຕາມໄດ້ງ່າຍ, ເລີ່ມຫາວິທີແກ້ໄຂບັນຫາສະເພາະໜ້າ, ເລີ່ມທີ່ຈະຕັນຮູຮົ່ວທີ່ທີມຍັງຂາດຢູ່ເຊັ່ນ ສອນທັກສະທີ່ລູກນ້ອງຍັງຂາດ ແລະ ແນ່ນອນຄືຕ້ອງກ້າສ່ຽງ ກ້າລຸຍໄປຂ້າງໜ້າ ກ້າຕັດສິນໃຈ ບາງຢ່າງກໍບໍ່ມີໃຜບອກໄດ້ວ່າມັນຈະອອກມາດີຫຼືບໍ່ ແຕ່ຫົວໜ້າຕ້ອງກ້າເຮັດກ່ອນ ເພາະຖ້າຫົວໜ້າບໍ່ກ້າເຮັດແລ້ວ ວຽກກໍບໍ່ຍ່າງ ລູກນ້ອງກໍບໍ່ໝັ້ນໃຈໄດ້.

ຖ້າຢາກກ້າວຂຶ້ນມາເປັນຫົວໜ້າ ກໍຕ້ອງຮູ້ຈັກວິທີຫາທາງອອກໃຫ້ຫົວໜ້າ ບໍ່ແມ່ນຖ້າໃຫ້ຫົວໜ້າບອກໜຶ່ງສອງສາມສີ່ ແຕ່ສາມາດຍາດບອກຫົວໜ້າໄດ້ວ່າ ເຈົ້າຄິດວ່າເຈົ້າຄວນເຮັດໜຶ່ງສອງສາມສີ່ຫຍັງແນ່ ແລ້ວໃຫ້ຫົວໜ້າຊ່ວຍຕັດສິນໃຈອີກບາດໜຶ່ງ ຫຼື ຖ້າວຽກມີບັນຫາ ເຈົ້າບໍ່ໄດ້ມາລາຍງານແຕ່ວ່າເກີດຫຍັງຂຶ້ນແຕ່ເຈົ້າຕ້ອງລິເລີ່ມບອກທາງອອກເປັນຕົວເລືອກໃຫ້ຫົວໜ້າຊ່ວຍເລືອກກັບເຈົ້າ ເຊິ່ງນອກຈາກຫົວໜ້າຈະເບົາວຽກລົງ ຫົວໜ້າຈະເຫັນທັກສະການແກ້ໄຂບັນຫາ ການເບິ່ງພາບລວມ ແລະ ການສື່ສານຂອງເຈົ້າອີກດ້ວຍ.

ແລະ ນີ້ຄື 3 ທັກສະສຳຄັນທີ່ຈະຊ່ວຍໃຫ້ທຸກຄົນໂດດເດັ່ນເຂົ້າຕາກຳມະການ ໂດຍຈະເຫັນໄດ້ວ່າ ມັນບໍ່ກ່ຽວກັບອາຍຸ ຫຼື ຈຳນວນປີທີ່ເຮັດວຽກເລີຍ ຍິ່ງໃນປັດຈຸບັນເຮົາໄດ້ເຫັນຄົນອາຍຸນ້ອຍໆຫຼາຍໆຄົນກ້າວຂຶ້ນມາເປັນຫົວໜ້າ ເຊິ່ງສ່ວນໃຫຍ່ລ້ວນແຕ່ມີຄຸນສົມບັດ ຫຼື ທັກສະເຫລົ່ານີ້ໝົດທັງນັ້ນ. ດັ່ງນັ້ນ ສຳລັບໃຜທີ່ຢາກເລື່ອນຕຳແໜ່ງໃນການເຮັດວຽກໄດ້ໄວ ກໍລອງພັດທະນາ 3 ເລື່ອງນີ້ຂອງຕົວເອງເບິ່ງ ເຈົ້າອາດຈະຖືກເລື່ອນຕຳແໜ່ງໄດ້ໄວກວ່າທີ່ຄິດກໍເປັນໄດ້.

ທີ່ມາ: https://adaybulletin.com/know-work-actually-leadership-skills/42403