ງົວລາຍ? ນັກວິທະຍາສາດຄົ້ນພົບວ່າການທາສີງົວເຮົາໃຫ້ເປັນມ້າລາຍ ຈະຊ່ວຍງົວໃຫ້ຖືກແມງໄມ້ກັດໜ້ອຍລົງ 50%

ງົວລາຍ

ແມງໄມ້ ຖືເປັນອີກບັນຫາໜຶ່ງທີ່ອຸດສາຫະກຳການລ້ຽງງົວຕ້ອງປະເຊີນ ເຊິ່ງເປັນບັນຫາໃຫຍ່ທີ່ສົ່ງຜົນກະທົບໃຫ້ຜົນຜະລິດລົດໜ້ອຍລົງ ເພາະມັນເຮັດໃຫ້ງົວມີຄວາມຄຽດ ແລະ ກິນອາຫານໄດ້ໜ້ອຍລົງ ຈົນຕ້ອງໃຊ້ສານເຄມີທີ່ມີລາຄາແພງ ແລະ ເປັນອັນຕະລາຍໃນການກຳຈັດພວກມັນ.

ງົວລາຍ

ເພື່ອລົດຜ່ອນບັນຫາດັ່ງກ່າວ ນັກວິທະຍາສາດ ຊາວຍີ່ປຸ່ນ ຈຶ່ງໄດ້ໝູນໃຊ້ຄວາມຮູ້ ແລະ ຄວາມຈິງທີ່ວ່າລາຍຂອງມ້າລາຍນັ້ນຊ່ວຍປ້ອງກັນແມງໄມ້ ແລະ ເຮັດໃຫ້ພວກມັນຖືກກັດໜ້ອຍລົງ ມາໃຊ້ກັບງົວ ໂດຍການທົດລອງທາສີງົວ  ໃຫ້ເປັນລາຍຄືກັບ ລາຍຂອງມ້າລາຍ ເພື່ອເບິ່ງວ່າ ມັນຈະສາມາດປ້ອງກັນແມງໄມ້ຈາກງົວໄດ້ຫຼືບໍ່.

ງົວລາຍ

ເຊິ່ງຜົນປາກົດວ່າ ງົວທີ່ເຮັດການທາສີໃຫ້ເປັນມ້າລາຍນັ້ນ ມີອັດຕາການຖືກແມງໄມ້ກັດໜ້ອຍລົງເຖິງ 50% ເລີຍ ເມື່ອທຽບໃສ່ງົວທີ່ບໍ່ໄດ້ທາສີ. ນອກຈາກນີ້ຍັງພົບວ່າ ງົວທີ່ເຮັດການທາສີໃຫ້ເປັນມ້າລາຍ ຍັງສະແດງພຶດຕິກຳໄລ່ແມງໄມ້ ເຊັ່ນ: ແກວ່ງຫາງປັດໄປມາຕາມໂຕ, ແກວ່ງຫົວ ຫຼື ສັ່ນຫູ ໜ້ອຍລົງເຖິງ 20%.

ໂດຍກຸ່ມນັກວິທະຍາສາດສະຫຼຸບເຖິງເຫດຜົນທີ່ເປັນແບບນີ້ໄດ້ວ່າ ລາຍຂາວດຳແບບມ້າລາຍນັ້ນເຮັດໃຫ້ແມງໄມ້ຮູ້ສຶກມຶນງົງ ແລະ ລົງມາເກາະຕາມງົວໄດ້ລຳບາກຂຶ້ນ. ພ້ອມບອກວ່າການທົດລອງຄັ້ງນີ້ມີປະໂຫຍດຫຼາຍ ເພາະສາມາດລົດບັນຫາແມງໄມ້ກັດງົວທີ່ເຮົາລ້ຽງໄດ້ ພຽງແຕ່ທາສີທີ່ປອດໄພ ແລະ ບໍ່ມີສານຕົກຄ້າງລົງໄປເທິງງົວຂອງເຮົາເທົ່ານັ້ນ.

ງົວລາຍ

ເອີ້ນໄດ້ວ່າເປັນຜົນການທົດລອງທີ່ເປັນປະໂຫຍດໃຫ້ທັງງົວ ແລະ ຊາວກະສິກອນ ທີ່ຈະໄດ້ລົດສານເຄມີທີ່ເປັນອັນຕະລາຍໃຫ້ໜ້ອຍລົງ ລົດຄວາມຄຽດຂອງງົວໃນເລື່ອງຂອງແມງໄມ້ ທີ່ຈະນຳໄປສູ່ຜົນຜະລິດທີ່ດີຂຶ້ນນັ້ນເອງ ແຖມເບິ່ງໄປເບິ່ງມາກໍມີຄວາມໜ້າຮັກໄປອີກແບບໜຶ່ງອີກພ້ອມ.

ຂອບໃຈຂໍ້ມູນຈາກ: https://bit.ly/3k3T7jS

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/