ຊາວຊິມູ ໃນຂະນະທີ່ປະເທດເປຣູ ກຳລັງພົບກັບບັນຫາການແຜ່ລະບາດຂອງໂຣກໄຂ້ຍຸງລາຍທີ່ຮຸນແຮງທີ່ສຸດໃນປະຫວັດສາດ ຈາກການລາຍງານພົບວ່າມີຈຳນວນຜູ້ປ່ວຍຫຼາຍກວ່າ 170.000 ຄົນ ແລະ ມີຈໍານວນຜູ້ເສຍຊີວິດຈາກໂຣກນີ້ຫຼາຍກວ່າ 225 ຄົນ, ໜຶ່ງໃນປັດໄຈທີ່ເຮັດໃຫ້ໂຣກໄຂ້ເລືອດອອກລະບາດໜັກໃນເປຣູຄືສະພາບອາກາດຊຸ່ມທີ່ຜິດປົກກະຕິຈາກປາກົດການ El Niño .
ນັກວິໄຈເຊື່ອວ່າການປ່ຽນແປງສະພາບພູມອາກາດຄືສາເຫດ ທີ່ເຮັດໃຫ້ຜົນກະທົບຈາກປາກົດການ El Niño ເພີ່ມທະວີຄວາມຮຸນແຮງຂຶ້ນ ແຕ່ຫຼັກຖານທາງປະຫວັດສາດ ຊີ້ໃຫ້ເຫັນວ່າສະພາວະອາກາດແປປວນສົ່ງຜົນກະທົບຢ່າງຮຸນແຮງຕໍ່ຊີວິດຂອງຜູ້ຄົນໃນປະເທດນີ້ຫຼາຍພັນປີແລ້ວ ຫຼັກຖານທີ່ພົບສະແດງເຖິງການຮັບມືກັບໄພທຳມະຊາດຂອງຜູ້ຄົນໃນຍຸກບູຮານໃນຮູບແບບຂອງສິ່ງກໍ່ສ້າງຊ່ວຍເຫຼືອ ຈາກເທບພະເຈົ້າຜ່ານການບູຊາຍັນຊີວິດເດັກ ເຊິ່ງບໍ່ເຄີຍເກີດຂຶ້ນໃນໜ້າປະຫວັດສາດໂລກມາກ່ອນ.
![](https://laox.la/wp-content/uploads/2023/08/image.png)
ນັບຕັ້ງແຕ່ປີ 2011 ກາບຽວ ປີເອໂຕ ນັກບູຮານຄະດີຊາວເປຣູ ແລະ ນັກສຳຫຼວດ ໄດ້ຄົ້ນພົບຮ່ອງຮອຍຂອງການບູຊາຍັນໝູ່ ໂດຍໃຊ້ເດັກເປັນເຄື່ອງສັງເວີຍອ້ອມຕົວເມືອງຊັນຊັນ (Chan Chan) ເມືອງຂະໜາດໃຫຍ່ທາງຕອນເໜືອຂອງເປຣູ ທີ່ເຕັມໄປດ້ວຍສະຖາປັດຕະຍະກໍາ ເມືອງນີ້ເປັນເມືອງຫຼວງຂອງອານາຈັກ (Chimú) ນັບແຕ່ປີ ຄສ ທີ 11 ເປັນຕົ້ນມາ ຈົນຖືກຊາວອິນຄາ ເຂົ້າມາຢຶດຄອງພື້ນທີ່ໃນປີ 1470. ປັດຈຸບັນ ນັກບູຮານຄະດີຂຸດພົບສົບຫຼາຍກວ່າ 250 ຮ່າງຂອງເຫຍື່ອອາຍຸນ້ອຍ ທີ່ຖືກຂ້າຢ່າງໂຫດຮ້າຍປ່າເຖື່ອນ ເພື່ອສັງເວີຍໃນພິທີບູຊາຍັນທີ່ຈັດຂຶ້ນໄລຍະປີ 1400-1450 ໂດຍສ່ວນໃຫຍ່ຮ່າງທີ່ພົບຈະຖືກຟັນທີ່ໜ້າເອິກ ຈາກນັ້ນຈະຖືກຫໍ່ຮ່າງດ້ວຍຜ້າຝ້າຍ ແລະ ນຳໄປຝັງໄວ້ຂ້າງກັບລູກລາມະ.
![](https://laox.la/wp-content/uploads/2023/08/image-1.png)
El Niño ກັບຊາວຮິນດູ ໂດຍສ່ວນໃຫຍ່ແລ້ວ ສະຖານທີ່ໃຊ້ປະກອບພິທີບູຊາຍັນຈະພົບໄດ້ໃນແຫຼ່ງບູຮານຄະດີ ທີ່ຕັ້ງຢູ່ຕາມແນວຊາຍຝັ່ງຂອງເປຣູ ບໍລິເວນຫຼຸມຝັງຮ່າງເຫຍື່ອ ຈາກການບູຊາຍັນທີ່ຖືກດິນເປັນຕົມຖົມຈົນກາຍເປັນຊັ້ນໜາ ເປັນຫຼັກຖານຊັດເຈນທີ່ຢືນຢັນໄດ້ວ່າບໍລິເວນນີ້ ເຄີຍໄດ້ຮັບຜົນກະທົບຈາກປາກົດການ El Niño ມາຕັ້ງແຕ່ຍຸກບູຮານ ຊັ້ນດິນໜາໆ ສະແດງໃຫ້ເຫັນວ່າເຄີຍເກີດຝົນຕົກໜັກຂຶ້ນໃນພື້ນທີ່ນີ້ມາກ່ອນ ແລະ ມີພຽງ El Niño ເທົ່ານັ້ນ ທີ່ສາມາດເຮັດໃຫ້ຝົນຕົກ ໃນແຖບຊາຍຝັ່ງທາງຕອນເໜືອຂອງເປຣູທີ່ສຸດແສນຈະແຫ້ງແລ້ງໄດ້.
ຂໍ້ມູນຈາກ: National Geographic Thailand
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/