ອິນເດຍ ເປີດຕົວຜູ້ປະກາດຂ່າວ AI ທີ່ເວົ້າໄດ້ຫຼາຍກວ່າ 70 ພາສາ


ປະເທດອິນເດຍ ກຳລັງປ່ຽນແປງອຸດສາຫະກຳສື່ຄັ້ງສຳຄັນ ດ້ວຍການໃຊ້ຜູ້ປະກາດປັນຍາປະດິດ ຫຼື AI ເຂົ້າໃນການອອກຂ່າວ ເຮັດໃຫ້ເກີດຄວາມຕື່ນເຕັ້ນ ແຕ່ກໍມີຄວາມກັງວົນໄປໃນເວລາດຽວກັນ ເຊິ່ງອາດຈະນຳໄປສູ່ການໂຕ້ຖຽງກັນກ່ຽວກັບຜົນກະທົບທີ່ອາດຈະເກີດຂຶ້ນຂອງເທັກໂນໂລຢີນີ້ຕໍ່ວຽກງານວ່າຈະມີຄວາມຖືກຕ້ອງໃນການນຳສະເໜີຂ່າວຫຼືບໍ່?.

ໂທລະພາບ Odisha TV ຫຼື OTV ໄດ້ປະກາດເປີດຕົວຜູ້ປະກາດຂ່າວທີ່ມີຊື່ວ່າ Lisa ພ້ອມກັບຄວາມສາມາດທີ່ເວົ້າໄດ້ຫຼາຍກວ່າ 70 ພາສາ ໂດຍທາງ Jagi Mangat Panda ຫົວໜ້າຂອງໂທລະພາບ Odisha TV ໄດ້ກ່າວວ່າ “ນີ້ແມ່ນບາດກ້າວຄວາມສຳຄັນຂອງວົງການສື່ມວນຊົນ ແລະ ໂທລະພາບດິຈິຕອລ”.

ແນ່ນອນວ່າຕ້ອງເກີດການໂຕ້ຖຽງໃນຫຼາຍດ້ານ ການເກີດຂຶ້ນຂອງ Lisa ເຮັດໃຫ້ມີປະຕິກິລິຍາທີ່ຫຼາກຫຼາຍຈາກສາທາລະນະຊົນ ໂດຍບາງກຸ່ມຄົົນກໍບອກວ່ານີ້ແມ່ນບາດກ້າວຂອງການບຸກເບິກໃນວົງການສື່ມວນຊົນດິຈິຕອລ ແຕ່ໃນທາງກັບກັນຍັງມີບາງກຸ່ມຄົນ ວິຈານວ່າເປັນການລາຍງານຂ່າວທີ່ຂາດອາລົມຄວາມຮູ້ສຶກຂອງມະນຸດ ໂດຍເປັນຫຸ່ນຍົນ ແລະ ໄຮ້ອາລົມ ເຊິ່ງຕ່າງຈາກການອ່ານຂ່າວແບບເກົ່າ.

ການໃຊ້ AI ໃນການອ່ານຂ່າວໃນປະເທດອິນເດຍດ້ວຍພາສາທ້ອງຖິ່ນທີ່ຫຼາກຫຼາຍ ແນ່ນອນວ່າຕ້ອງອາໄສຄົນຈຳນວນຫຼາຍໃນການອ່ານ ດັ່ງນັ້ນການມີຜູ້ປະກາດຂ່າວ AI ຈະສາມາດເຮັດໃຫ້ເລື່ອງເຫຼົ່ານີ້ງ່າຍຂຶ້ນສຳລັບວົງການສື່ມວນໃນປະເທດອິນເດຍ. ທັງນີ້ຜູ້ປະກາດ AI ຍັງສາມາດເວົ້າໄດ້ຫຼາຍກວ່າ 70 ພາສາ.

ແຕ່ກໍບໍ່ອາດປະຕິເສດໄດ້ວ່າເຖິງຈະມີຄວາມຢ້ານກົວ ແລະ ການວິພາກວິຈານ ສິ່ງທີ່ສຳຄັນຄືຕ້ອງສັງເກດວ່າປະໂຫຍດຂອງ AI ທີ່ລົດຜ່ອນຄ່າໃຊ້ຈ່າຍລົງຢ່າງຫຼວງຫຼາຍ ເຮັດໃຫ້ຂະບວນການອອກອາກາດມີປະສິດທິພາບຫຼາຍຂຶ້ນ ພ້ອມຍັງບໍ່ມີການໃຊ້ອາລົມສ່ວນຕົວລົງໄປໃນຂ່າວ ຫຼາຍໄປກວ່ານັ້ນ ຄວາມສາມາດຂອງ AI ທີ່ໄດ້ປະມວນຜົນຂໍ້ມູນຈຳນວນມະຫາສານຢ່າງວ່ອງໄວ ແລະ ສົ່ງຂ່າວສານໃນພາສາຕ່າງໆນັ້ນ ຖືເປັນການປ່ຽນແປງເກມໃນອຸດສາຫະກຳທີ່ມີການເຄື່ອນໄຫວຕະຫຼອດເວລາ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/