ປີນີ້ສະຫວັນນະເຂດ ເກັບລາຍຮັບເຂົ້າແຂວງໄດ້ໜ້ອຍກວ່າປີທີ່ຜ່ານມາ


ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໃນກອງປະຊຸມສະຫຼຸບວຽກງານ ການເກັບລາຍຮັບເຂົ້າງົບປະມານ 6 ເດືອນຕົ້ນປີ ແລະ ຄາດຄະເນ 6 ເດືອນທ້າຍປີ 2023.

ໃນວັນທີ 21 ກໍລະກົດ 2023 ທີ່ຜ່ານມາໄດ້ຈັດກອງປະຊຸມ ເຫັນໄດ້ວ່າໃນເຄິ່ງປີທຳອິດການຈັດເກັບລາຍຮັບແມ່ນໄດ້ເກືອບ 60% ຂອງແຜນປີ ແຕ່ໂດຍລວມຍັງຫຼຸດຈາກໄລຍະດຽວກັນ ໃນເດືອນຜ່ານມາ. ທ່ານ ຄຳພຽນ ມາດນີວົງ ຫົວໜ້າຫ້ອງການ-ການເງິນນະຄອນ ໄດ້ລາຍງານໃຫ້ຮູ້ວ່າ ຜ່ານມາການຈັດຕັ້ງປະຕິບັດວຽກງານງົບປະມານຂອງນະຄອນໄກສອນ ພົມວິຫານ ໃນໄລຍະ 6 ເດືອນຜ່ານມາ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 8,612 ຕື້ກວ່າກີບ ເທົ່າກັບ 58,23% ຂອງແຜນການປີ ຖ້າທຽບໃສ່ປີ 2022 ລົດລົງ 17,69%.

ໄດ້ຈາກອາກອນ 4,242 ຕືກວ່າກີບ ເທົ່າກັບ 63,69% ຄ່າທຳນຽມປະຕິບັດໄດ້ 2,401 ຕື້ກວ່າກີບ ເທົ່າກັບ 187,58%; ຄ່າບໍລິການ ປະຕິບັດໄດ້ 254 ລ້ານກວ່າກີບ ເທົ່າກັບ 32,26%;​ພາສີທີ່ດິນ ບັນລຸໄດ້ 1,342 ຕື້ກວ່າກີບ ເທົ່າກັບ 25,51%;​ ຊັບສິນລັດ ປະຕິບັດໄດ້ 371 ລ້ານກວ່າກີບ ເທົ່າກັບ 46,46%. ສ່ວນການປະຕິບັດລາຍຈ່າຍງົບປະມານ 6 ເດືອນ ມີຈໍານວນ 2,338 ຕື້ກວ່າກີບ ເທົ່າກັບ 69,95% ຂອງແຜນການ. ສໍາລັບແຜນຈັດເກັບລາຍຮັບງົບປະມານໃນ 6 ເດືອນທ້າຍປີ 2023 ນະຄອນໄກສອນຈະໃຫ້ໄດ້ບັນລຸຕາມແຜນການ 100% ຫຼື ລື່ນແຜນການປີ.

ຂໍ້ມູນຈາກ: ຂ່າວເສດຖະກິດ-ການຄ້າ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/