ກົມອະນາໄມ ຈະໃຊ້ມາດຕະການຢ່າງເຂັ້ມງວດ ໃນການປູກຈິດສຳນຶກການທຳລາຍຂີ້ເຫຍື້ອ


ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຮ່ວມກັບຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ພ້ອມອົງການອະນາໄມໂລກ ໄດ້ຈັດກອງປະຊຸມປຶກສາຫາລືຈັດຕັ້ງປະຕິບັດກ່ຽວກັບບັນຫາຂີ້ເຫຍື້ອໃນສະຖານທີ່ບໍລິເວນສາທາລະນະສຸກຢ່າງມີມາດຕະການ.

ໃນກອງປະຊຸມໄດ້ສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບການຄຸ້ມຄອງຂີ້ເຫຍື້ອຢູ່ສະຖານທີ່ສາທາລະນະສຸກ ດ້ວຍມາດຕະການທີ່ເຂັ້ມງວດ ເພື່ອປູກຈິດສຳນຶກໃນການທຳລາຍຂີ້ເຫຍື້ອທຸກປະເພດ ຈາກສະຖານທີ່ບໍລິການສາທາລະນະສຸກ ໃຫ້ຖືກຕ້ອງ ແລະ ເໝາະສົມຕາມຫຼັກສຸຂະອະນາໄມ, ເພື່ອປົກປ້ອງຄົນເຈັບ; ພະນັກງານແພດໝໍ; ພະນັກງານອະນາໄມ ແລະ ປະຊາຊົນທົ່ວໄປ.

ຄວາມສ່ຽງຂອງຂີ້ເຫຍື້ອທີ່ພົວພັນຢູ່ແຖວການບໍລິການສາທາລະນະສຸກ ໃນນັ້ນກໍມີຂີ້ເຫຍື້ອທີ່ອັນຕະລາຍຢ່າງຮ້າຍແຮງ ແລະ ຂີ້ເຫຍື້ອທີ່ບໍ່ເປັນອັນຕະລາຍ, ດັ່ງນັ້ນ ຕ້ອງໄດ້ມີການຄັດແຍກທີ່ຖືກຕ້ອງແລະ ຖືກວິທີ ລວມໄປເຖິງການຈັດຕັ້ງປະຕິບັດ ພ້ອມກັບວິທີການທຳລາຍ ທີ່ຖືກຕາມຫຼັກສຸຂະອະນາໄມ.

ໃນກອງປະຊຸມຍັງໄດ້ເວົ້າເຖິງໃຫ້ຍຸຕິການນຳໃຊ້ອຸປະກອນ ແລະ ຜະລິດຕະພັນທີ່ມີສ່ວນປະກອບຂອງບາຫຼອດ ແລະ ຍັງໄດ້ນຳສະເໜີສົນທິສັນຍາ ບັນດາມາດຕະການດ້ານສຸຂະພາບ, ວິທີການໃຊ້ບົດແນະນຳຂອງເຄື່ອງມືສຳລັບການປະເມີນທັງໝົດ.

ການປະຊຸມແມ່ນຈະດຳເນີນເປັນເວລາ 3 ວັນ ແລະ ລົງພາກສະໜາມທີ່ໂຮງໝໍເດັກ 150 ຕຽງ ແລະ ສະໜາມບຳບັດຂີ້ເຫຍື້ອຫຼັກ 32.

ຂອບໃຈຂໍ້ມູນຈາກ:

https://fb.watch/4zTIggOOoQ/