Xiaomi ເປີດຕົວ Smartphone Mi11 Series ມີທັງ Mi11 Pro, Mi11 Ultra ແລະ Mi11 Lite


ຖືວ່າເປີດຕົວຢ່າງອະລັງການ ແລະ ເປັນທາງການສຳລັບທາງ Xiaomi Global ທີ່ໄດ້ເຮັດການເປີດຕົວ Smartphone Series ໃໝ່ທີ່ມາພ້ອມກັນເຖິງ 3 ຮຸ່ນນັ້ນກໍຄື: Xiaomi Mi11 Pro, Mi11 Ultra ແລະ Mi11 lite ເຊິ່ງມີທັງລະບົບ LTE ແລະ 5G.

Xiaomi Mi11 Pro

ເລີ່ມດ້ວຍ Xiaomi Mi11 Pro ດ້ວຍໜ້າຕາທີ່ຄ້າຍຄືກັບ Mi11 ທີ່ອອກມາກ່ອນໜ້ານີ້ ທີ່ມີຄວາມບາງພຽງ 8,5 ມິນລີແມັດ ແຕ່ສາມາດໃສ່ແບັດໄດ້ເຖິງ 5,000 mAh ແລະ ສາມາດກັນນ້ຳໄດ້, ໜ້າຈໍໄດ້ຖືກອອກແບບມາໃຫ້ມີຄວາມໂຄ້ງໄປທາງດ້ານຫຼັງ ໂດຍເປັນໜ້າຈໍແບບ AMOLED ຂະໜາດ 6.81 ນິ້ວ ໂດຍມີອັດຕາການ ຣີເຟສ 120Hz ສາມາດສະແດງຜົນ HDR 10+ ໄດ້ ແລະ ຍັງຮອງຮັບການສະແດງຜົນແບບ Dolby Vision ເຊິ່ງເຮັດໃຫ້ການສະແດງຮູບພາບເທິງໜ້າຈໍມີສີສັນທີ່ສົດໃສ ແລະ ສົມຈິງຂຶ້ນ, ຮອງຮັບການສາກໄວ 67 W ໂດຍຜ່ານສາຍສາກ ແລະ ແບບໄຮ້ສາຍສາກ. ນອກຈາກນັ້ນຍັງມີລຳໂພງແບບ Stereo ຂອງ HARDMAN-KARDON.

Xiaomi Mi11 Pro ມາພ້ອມກັບລະບົບປະຕິບັດການ Android 11 ແລະ Interface MIUI 12.5 ແລະ ຍັງມາພ້ອມກັບຊິບປະມວນຜົນ Qualcomm Snapdragon 888 ແບບດຽວກັບ Mi11, ໂດຍ Mi11 Pro ທີ່ອອກມາທຳອິດນີ້ມີ RAM 8/12GB ແລະ ຄວາມຈຳເຄື່ອງຢູ່ທີ່ 128/256GB. ອີກຢ່າງໜຶ່ງທີ່ເຮັດໃຫ້ຖືກໃຈຜູ້ໃຊ້ທີ່ມັກຫຼິ້ນເກມກໍຄື ຕົວເຄື່ອງມີລະບົບລະບາຍຄວາມຮ້ອນແບບໃໝ່ ທີ່ເຮັດໃຫ້ຕົວເຄື່ອງບໍ່ຮ້ອນຫຼາຍເຖິງຈະຫຼິ້ນເກມໜັກໆຕໍ່ກັນເປັນເວລາດົນ.

ສຳລັບເລື່ອງກ້ອງຖ່າຍຮູບ Xiaomi Mi11 Pro ເລືອກໃຊ້ເປັນ Samsung ISOCELL GN2 ໂດຍມີຄວາມລະອຽດ 50 ລ້ານ Pixel ໂດຍປະສານເຂົ້າກັບເທັກໂນໂລຢີ Dual Pixel Pro ແລະ Dual Native ISO Fusion ເຊິ່ງຈະໂຟກັດໃນພື້ນທີ່ທີ່ມີແສງໜ້ອຍໃຫ້ເປັນໄປໄດ້ໄວຂຶ້ນ, ມີເລນແບບ Periscope Telephoto 8 ລ້ານ Pixel ພ້ອມກັບເລນ Ultrawide 13 ລ້ານ Pixel ເຊິ່ງຮອງຮັບການຖ່າຍວີດີໂອ 8K ແລະ ວີດີໂອ Slow-Motion ແບບ FULL HD 1080p.

Xiaomi Mi11 Ultra

ເອີ້ນໄດ້ວ່າ Xiaomi Mi 11 Ultra ເປັນຮຸ່ນອັບເກດຂອງ ຮຸ່ນ Mi11 Pro ເພາະທັງໜ້າຈໍ, ລະບົບສຽງແບບດຽວກັນແຕ່ທີ່ແຕກຕ່າງອອກໄປນັ້ນກໍຄືກ້ອງຫຼັງ 3 ເລນໂດຍມີທັງເລນ Wide ທີ່ມີຄວາມລະອຽດເຖິງ 50 ລ້ານ Pixel ພ້ອມກັບລະບົບກັນສັ່ນສະເທືອນ OIS, ເລນ Periscope telephoto 48 ລ້ານ Pixel ແລະ ເລນ Ultrawide 48 ລ້ານ Pixel ເຊິ່ງພາບທີ່ຖືກຖ່າຍອອກມາກຈາກກ້ອງຂອງ Mi11 Ultra ໄດ້ຮັບການຍອມຮັບວ່າເປັນອັນດັບ 1 ຈາກເວັບໄຊ DXOMARK.

ອີກສິ່ງໜຶ່ງທີ່ເປັນຈຸດເດັ່ນຂອງ Mi11 Ultra ກໍຄືຈໍທີ 2 ທີ່ຢູ່ຕິດກັບກ້ອງດ້ານຫຼັງເພື່ອໃຊ້ສຳລັບການເຊລຟີ່ ແລະ ເພື່ອສະແດງຜົນຂອງບາງພາກສ່ວນ ເຊັ່ນ: ຕອນມີສາຍໂທເຂົ້າ, ສະແດງອຸນຫະພູມອາກາດ, ປະລິມານແບັດເຕີຣີ່ ເຊີ່ງຖືໄດ້ວ່າເປັນການອອກແບບທີ່ເປັນຈຸດເດັ່ນຂອງໂທລະສັບຮຸ່ນນີ້.

Xiaomi Mi 11 Lite ແລະ Mi 11 Lite 5G

Mi11 Lite ແລະ Mi11 Lite 5G ຖືວ່າເປັນຮຸ່ນນ້ອຍສຸດສຳລັບຊີຣີ່ Mi11 ແຕ່ມີຈຸດເດັ່ນຢູ່ທີ່ມີສີສັນທີ່ສົດໃສໜ້າຮັກໃຫ້ໄດ້ເລືອກກັນຫຼາຍສີຕາມຄວາມມັກ, ເຊິ່ງສອງຮຸ່ນນີ້ໄດ້ຖືກເປີດຕົວພ້ອມກັນ ໂດຍທີ່ມີຂະໜາດຂອງຕົວເຄື່ອງເທົ່າກັນ, ມີໜ້າຈໍສະແດງຜົນ AMOLED 6.55 ນິ້ວ ມີອັດຕາ ຣີເຟສ 90Hz, ກ້ອງຫຼັງ 3 ຕົວແບບດຽວກັນ, ແບັດເຕີຣີ່ 4,250 mAh ເທົ່າກັນໝົດ, ແຕ່ຈະມີສ່ວນທີ່ແຕກຕ່າງຢູ່ທີ່ການເຊື່ອມຕໍ່ສັນຍານ, ຊິບເຊັດ, ຄວາມຈຳຂອງເຄື່ອງ ແລະ ກ້ອງໜ້າທີ່ແຕກຕ່າງກັນ.

ຂໍຂອບໃຈຂໍ້ມູນຈາກ :