ສະຫຼຸບເຫດການ ເຮືອ Ever Given ຂວາງຄອງສຸເອດ


ຈຸດເລີ່ມຕົ້ນ ແມ່ນເຫດການເກີດຂຶ້ນເມື່ອວັນທີ 23 ມີນາ 2021 ໄດ້ມີເຮືອບັນທຸກສິນຄ້າ Ever Given ໄດ້ເກີດຂວາງຄອງສຸເອດໃນອີຢິບ ຫຼັງຈາກເດີນທາງຈາກທ່າເຮືອໃນຈີນ ແລະ ກຳລັງຈະໄປເນເທີແລນ.  

ອົງການຄອງສຸເອດ (SCA) ລາຍງານວ່າ: ສາເຫດຂອງການຂວາງຄອງໃນຄັ້ງນີ້ ແມ່ນເກີດຈາກພາຍຸທະເລຊາຍທີ່ມີຄວາມຮຸນແຮງ ໂດຍມີຄວາມເເຮງລົມເຖິງ 40 ນັອດ ຫຼື 74 ກິໂລແມັດ/ຊົ່ວໂມງ ແລະ ເຮັດໃຫ້ບໍ່ສາມາດແນມເຫັນເສັ້ນທາງໄດ້ ຈົນໃນທີ່ສຸດເຮືອກໍບໍ່ສາມາດຄວບຄຸມໄດ້ ຫົວເຮືອໄດ້ເຂົ້າໃກ້ຝັ່ງບໍລິເວນກິໂລແມັດທີ 151 ໂດຍທີ່ລຳເຮືອເກີດກີດຂວາງເສັ້ນທາງຄອງສຸເອດໂດຍສົມບູນ ສ່ວນພະນັກງານທີ່ຢູ່ເທິງເຮືອ 25 ຄົນແມ່ນປອດໄພ ແລະ ເຮືອກໍບໍ່ມີຄວາມເສຍຫາຍຫຼາຍ.

ການກູ້ເຮືອ ແມ່ນດຳເນີນໄປດ້ວຍຄວາມຫຍຸ້ງຍາກລຳບາກ ເນື່ອງຈາກເຮືອມີຄວາມຍາວເຖິງ 400  ແມັດ ກວ້າງ 60 ແມັດ ແລະ ນ້ຳໜັກອີກ 220.740 ໂຕນ ຈົນສື່ຫຼາຍແຫຼ່ງໄດ້ປຽບທຽບເຮືອກັບຕຶກເອັມໄພສະເຕດ ຂອງນະຄອນນິວຢອກ (Empire State Building).

ໃນເວລາທີ່ທີມກູ້ເຮືອໄດ້ປະຕິບັດການ ກໍມີການຄາດການໄວ້ວ່າຈະໃຊ້ເວລາເປັນອາທິດ ໂດຍທີ່ທີມກູ້ເຮືອຈາກເນເທີແລນ ແລະ ຍີ່ປຸ່ນໄດ້ມີການເລັ່ງໃຊ້ເຮືອຂຸດຊາຍ ຮ່ວມກັບ ເຮືອລາກອີກ 2 ລຳຕະຫຼອດ 24 ຊົ່ວໂມງ ໂດຍແຜນຫຼ້າສຸດຄືຕ້ອງຂຸດຊາຍໃຫ້ໄດ້ 20,000 ຄິວບິກແມັດ ເພື່ອເພີ່ມຄວາມເລິກຂອງຄອງສຸເອດເປັນ 16 ແມັດ ຮ່ວມກັບການຂົນສິນຄ້າອອກເພື່ອລົດນ້ຳໜັກຂອງເຮືອໃຫ້ສາມາດລອຍໄດ້.

ສຳລັບຄອງສຸເອດແລ້ວ ເຫດການຄັ້ງນີ້ແມ່ນສົ່ງຜົນເສຍຫາຍໃຫ້ແກ່ເສດຖະກິດທາງການຄ້າລະຫວ່າງ ເອີຣົບ ແລະ ອາຊີຢ່າງຫຼວງຫຼາຍ ເພາະປັດຈຸບັນ ຄອງສຸເອດມີເຮືອສັນຈອນໃນແຕ່ລະປີເປັນນັບແສນລຳ ແລະ ທຸກໆນາທີທີ່ຜ່ານໄປແມ່ນສ້າງຄວາມເສຍຫາຍຢ່າງມະຫາສານ ເຊິ່ງຖ້າບໍ່ສາມາດກູ້ເຮືອໄດ້ ຫຼາຍບໍລິສັດກໍຈະຕ້ອງໄດ້ປ່ຽນເສັ້ນທາງໄປອ້ອມປາຍສຸດຂອງທະວີບອາຟຣິກາແທນ ແນ່ນອນວ່າຕ້ອງກະທົບກັບເຄືອຂ່າຍການສົ່ງອອກເປັນຈຳນວນຫຼາຍ ເຊິ່ງໂດຍລວມແລ້ວອາດຈະສ້າງຄວາມເສຍຫາຍໄດ້ປະມານ 9,6 ພັນລ້ານໂດລາສະຫະລັດຕໍ່ມື້ເລີຍກໍວ່າໄດ້.

ຫຼັງຈາກເຮືອ Ever Given ທີ່ຂວາງຄອງສຸເອດມາເກືອບ 1 ອາທິດໃນທີ່ສຸດກໍສາມາດກັບມາລອຍໄດ້ອີກຄັ້ງ ເມື່ອວັນທີ 29 ມີນາ ປະມານ 15:05 ຫລື ຕາມເວລາລາວເຮົາ 19:05.

ສຳນັກຂ່າວ BBC ລາຍງານວ່າ ເຮືອລາກໄດ້ບີບແກເປັນສັນຍາລັກເພື່ອສະເຫຼີມສະຫຼອງຄວາມສຳເລັດໃນພາລະກິດດັ່ງກ່າວ ແລະ ການສັນຈອນໃນຄອງສຸເອດທັງສອງທິດທາງກໍມີສັນຍານກັບມາສັນຈອນອີກຄັ້ງໃນເວລາ 19:00 ຫຼື 23:00 ໃນເວລາປະເທດລາວ.

ເຈົ້າໜ້າທີ່ຂອງຄອງເຕືອນວ່າ ອາດຈະໃຊ້ເວລາປະມານ 3 ມື້ໃນການຈັດການເຮືອທີ່ຄ້າງທີ່ຢູ່ປາຍຄອງທັງສອງຝັ່ງ ໃນຂະນະທີ່ບໍລິສັດ Bernhard Schulte Shipmanagement (BSM) ເຊິ່ງເປັນບໍລິສັດຜູ້ຈັດການດ້ານເຕັກນິກຂອງເຮືອລະບຸວ່າ ຍັງບໍ່ມີລາຍງານກ່ຽວກັບມົນລະພິດ ຫຼື ຄວາມເສຍຫາຍທາງສິນຄ້າ ແລະ ການສືບສວນເບື້ອງຕົ້ນໄດ້ຕັດເລື່ອງເຄື່ອງຈັກທີ່ເສຍຫາຍ ທີ່ເປັນສາເຫດຫຼັກຂອງເຮືອທີ່ຂວາງຄອງ.

ພາບ: CNBC, Marine Traffic, BBC
ທີ່ມາ:
https://www.bbc.com/news/world-middle-east-56567985
https://thestandard.co/ever-given-on-suez-canal/