ແມ່ຍິງໄຕ້ຫວັນເບິ່ງຊີຣີ້ເກົາຫຼີ 50 ຕອນຕິດໃນມື້ດຽວ ຈົນກາຍເປັນວຸ້ນຕາເສື່ອມ


ປະຕິເສດບໍ່ໄດ້ເລີຍວ່າໃນຍຸກປັດຈຸບັນຊີຣີ້ເກົາຫຼີມາແຮງຫຼາຍ ຫຼາຍຄົນກໍມັກເບິ່ງຈົນເຖິງຂັ້ນເສບຕິດບໍ່ຫຼັບບໍ່ນອນ ເຊິ່ງມັນອາດສົ່ງຜົນກະທົບກັບສຸຂະພາບໄດ້ ເຊັ່ນດຽວກັບຜູ້ຍິງຊາວໄຕ້ຫວັນຄົນນີ້ ທີ່ປະສົບກັບບັນຫາທາງສາຍຕາ ມີອາການເບິ່ງເຫັນຈຸດດຳລອຍໄປລອຍມາ ມີເສັ້ນສີດຳ-ເທົາ ຜ່ານໄປມາ,​ ອາການເຫຼົ່ານີ້ເອີ້ນວ່າ “ອາການວຸ້ນຕາເສື່ອມ”

ຜູ້ຍິງໄຕ້ຫວັນຄົນນີ້ມີອາຍຸ 30 ປີ ໄດ້ເຂົ້າພົບແພດ ຫຼັງຈາກທີ່ຕົນເອງເລີ່ມມີອາການເບິ່ງເຫັນບໍ່ຊັດເຈນ ແລະ ມີຈຸດດຳລອຍໄປມາ, ເມື່ອແພດຖາມວ່າກ່ອນໜ້ານີ້ລາວໄປເຮັດຫຍັງມາ ປາກົດວ່າໃນວັນພັກຍາວຂອງຈີນ ລາວໄດ້ເບິ່ງຊີຣີ້ເກົາຫຼີໄປ 50 ຕອນພາຍໃນມື້ດຽວ.

Lin Jen-chieh ຜູ້ອຳນວຍການຜະແນກໂຣກກ່ຽວກັບຕາ ຂອງໂຮງໝໍໄທເປ ໄດ້ອອກຖະແຫຼງຂ່າວ ພ້ອມຊີ້ແຈງວ່າ ຜູ້ປ່ວຍທີ່ມີອາການຂອງວຸ້ນຕາເສື່ອມເປັນຈຳນວນຫຼາຍ ເລີ່ມເປັນໃນວັນພັກຍາວຂອງຈີນທີ່ຜ່ານມາ ເນື່ອງຈາກຜູ້ປ່ວຍສ່ວນຫຼາຍຈະຢູ່ຈົນເດິກ ຫຼື ຊອດແຈ້ງ ເພື່ອເບິ່ງຊີຣີ້, ຮູບເງົາ ແລະ ຫຼິ້ນເກມໃນວັນພັກຍາວ.

ອາການວຸ້ນຕາເສື່ອມ ອາດເກີດຂຶ້ນຈາກການທີ່ອາຍຸຫຼາຍຂຶ້ນ ແຕ່ໃນໄລຍະບໍ່ດົນທີ່ຜ່ານມາ ຕົວເລກອາຍຸຂອງຜູ້ປ່ວຍດ້ວຍໂຣກນີ້ເລີ່ມລົດໜ້ອຍລົງ ເນື່ອງຈາກເທັກໂນໂລຢີຕ່າງໆເຂົ້າເຖິງຄົນຍຸກໃໝ່ໄດ້ງ່າຍ ແລະ ຄົນເອງກໍເສບຕິດມັນ ໂດຍສະເພາະໂທລະສັບມືຖື ເຊິ່ງເຮັດໃຫ້ສາຍຕາໄດ້ພັກຜ່ອນໜ້ອຍລົງ.​ ຖ້າກໍລະນີຮ້າຍແຮງ ອາການວຸ້ນຕາເສື່ອມ ອາດນຳໄປສູ່ການສູນເສຍການເບິ່ງເຫັນຖາວອນໄດ້.

ແພດແນະນຳໃຫ້ລົດຄວາມສ່ຽງບໍ່ໃຫ້ເກີດອາການວຸ້ນສາຍຕາເສື່ອມ ດ້ວຍການອອກກຳລັງກາຍບໍລິຫານດວງຕາ 5-10 ນາທີ  ປ່ອຍໃຫ້ດວງຕາໄດ້ພັກຜ່ອນຫຼັງຈາກເບິ່ງໜ້າຈໍດົນໆ.

ຂອບໃຈຂໍ້ມູນຈາກ: https://www.catdumb.tv/eye-floaters-by-k-series-290/?fbclid=IwAR2Zg7iNPRNA0SpxVnxzrZ-0sP0GL2sW_pe8zsHCSnp-l8iGE7wVnknvPVM