ອາສາສະໝັກຫຼາຍພາກສ່ວນ ໄດ້ພາກັນຈັດກິດຈະກຳອະນາໄມແມ່ນ້ຳຊອງ ໃຫ້ສະອາດງາມຕາ


ປັດຈຸບັນ ບັນຫາເລື່ອງຂີ້ເຫຍື້ອ ຫຼື ບັນຫາຄວາມບໍ່ສະອາດໃນສະຖານທີ່ສຳຄັນຕ່າງໆ, ໃນສະຖານທີ່ທ່ອງທ່ຽວທາງທຳມະຊາດອື່ນໆ ເປັນບັນຫາໜຶ່ງທີ່ສົ່ງຜົນຮ້າຍຕໍ່ລະບົບນິເວດ.

ເມື່ອເປັນດັ່ງນັ້ນແລ້ວ ທາງພາກສ່ວນຕ່າງໆ ໂດຍສະເພາະຊາວໜຸ່ມເຍົາວະຊົນ ພ້ອມດ້ວຍປະຊາຊົນໃນບໍລິເວນໃກ້ຄຽງ ແລະ ມີບໍລິສັດ ເສດຖາ ທຣານສະປອດ ຈຳກັດ ຈຶ່ງໄດ້ປະກອບສ່ວນເຂົ້າໃນກິດຈະກຳຄັ້ງນີ້ ແລະ ມີອີກຫຼາຍອາສາສະໝັກເກືອບ 100 ຄົນມາຊ່ວຍກັນອະນາໄມຕາມບໍລິເວນແມ່ນ້ຳ, ຂົງເຂດແຫຼ່ງທ່ອງທ່ຽວທີ່ວັງວຽງ. ໃນກ່ອນໜ້ານີ້ ກໍຍັງມີອາສາສະໝັກຈຳນວນໜຶ່ງໄດ້ໄປເກັບສິ່ງຂອງເສດເຫຼືອໃນແມ່ນ້ຳ ໃນເຟສບຸກທີ່ມີຊື່ວ່າ: Smiler Tour Guide ໄດ້ພາກັນລ່ອງເຮືອເກັບສິ່ງເສດເຫຼືອກັບໝູ່ເພື່ອນອີກຫຼາຍຄົນ.

ໃນການຈັດກິດຈະກຳດັ່ງກ່າວ ສະແດງໃຫ້ເຫັນເລີຍວ່າທຸກຄົນທີ່ໄດ້ມາປະກອບສ່ວນເປັນອາສາສະໝັກ ລ້ວນແຕ່ມີຈິດໃຈທີ່ຮັກໂລກ ແລະ ຮັກຄວາມສະອາດ. ນອກຈາກນີ້ ໃນກິດຈະກຳດັ່ງກ່າວ ຍັງໄດ້ອະນາໄມເສດໄມ້ຕ່າງໆທີ່ເປັນການກີດຂວາງທາງນ້ຳຊອງ.

ຖືໄດ້ວ່າເປັນການຊ່ວຍກະຕຸ້ນຈິດສຳນຶກຂອງແຕ່ລະຄົນໄດ້ດີພໍສົມຄວນ ພ້ອມທັງເປັນການຊຸກຍູ້ໃຫ້ທຸກຄົນຮັກສາຄວາມສະອາດຊ່ວຍກັນ ບໍ່ຖິ້ມຂີ້ເຫຍື້ອແບບຊະຊາຍລົງແມ່ນ້ຳ ພ້ອມກັນນັ້ນຍັງເປັນການປົກປັກຮັກສາແມ່ນ້ຳ, ສະຖານທີ່ທ່ອງທ່ຽວທາງທຳມະຊາດຂອງແຂວງໃຫ້ຍືນຍົງ ແລະ ຢູ່ກັບເຮົາໄປດົນໆ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/smiler.tourguide.3/posts/771811793773640

https://www.facebook.com/permalink.php?story_fbid=309336717428661&id=109283237434011