ປະທານ FIFA ກຳລັງພິຈາລະນາ ຄຳສະເໜີຂອງ Arsene Wenger ທີ່ຢາກໃຫ້ບານໂລກ ແລະ ບານຢູໂຣ ຈັດຂຶ້ນໃນທຸກໆ 2 ປີ


ອາແຊນ ເວັນເກີ ຫົວໜ້າຝ່າຍພັດທະນາກິລາບານເຕະສາກົນ ຂອງສະຫະພັນບານເຕະນາໆຊາດ (FIFA) ໄດ້ສະເໜີໄປທີ່ ອິນຟານຕິໂນ້ ປະທານສະຫະພັນບານເຕະສາກົນ ຫຼື ຟີຟ້າວ່າ: ຢາກໃຫ້ປ່ຽນຮູບແບບການແຂ່ງຂັນບານໂລກ ຫຼື FIFA World Cup ແລະ ບານຢູໂຣ ຈາກທີ່ແຕ່ກ່ອນນັ້ນແມ່ນໄດ້ຈັດຂຶ້ນທຸກໆ 4 ປີຕໍ່ 1 ຄັ້ງ ເປັນ 2 ປີ ຕໍ່ຄັ້ງ ແລະ ຢາກຍົກເລີກການແຂ່ງຂັນລະດັບທີມຊາດທີ່ຢູ່ໃນອັນດັບຮອງໆຂອງລາຍການອື່ນທັງໝົດ ໂດຍກ່ອນໜ້ານີ້ ເວັນເກີ ກໍໄດ້ສະເໜີຮຽກຮ້ອງໃຫ້ຟີຟ້າຍົກເລີກການແຂ່ງຂັນ ຢູຟ້າ ເນຊັນລີກ ຂອງສະຫະພັນບານເຕະຢູຟ້າ ມາແລ້ວ.

ອາແຊນ ເວັນເກີ ໄດ້ໃຫ້ເຫດຜົນວ່າ: ການຈັດການແຂ່ງຂັນ 4 ປີຕໍ່ຄັ້ງນັ້ນ ນັກເຕະຕ້ອງໄດ້ຖ້າ ທົວນາເມນ ຫຼາຍຈົນເກີນໄປ, ໃນຂະນະທີ່ການແຂ່ງຂັນ ທີ່ບໍ່ໄດ້ມີຄວາມສຳຄັນເກີດຂຶ້ນມາຫຼາຍທົວນາເມນ ຈຶ່ງຄວນຕັດໃຫ້ເຫຼືອສະເພາະລາຍການທີ່ມີຄວາມໝາຍຢ່າງແທ້ຈິງ ແລ້ວຄວນຈະຈັດປ່ຽນເປັນ 2 ປີຕໍ່ຄັ້ງດີກວ່າ.

ພາບ: https://zeenews.india.com

ອະດີດທີ່ປຶກສາ ຊາວຝຣັ່ງເສດກ່າວວ່າ: ຖ້າຫາກເບິ່ງຈາກການສະເລ່ຍອາຍຸຂອງນັກເຕະ World Cup ຈະມີອາຍຸປະມານ 27-28 ປີ, ຖ້າຫາກຕ້ອງຖ້າເຖິງ 4 ປີ ຈຶ່ງຈະຈັດງານແຂ່ງຂັນອີກຄັ້ງນັ້ນ ນັກເຕະຈຳນວນດັ່ງກ່າວກໍຈະມີອາຍຸປະມານ 32-33 ປີ, ເຊິ່ງເປັນເລື່ອງຍາກທີ່ຈະສາມາດຄວ້າແຊ້ມໄດ້ 2 ສະໄໝຕິດຕໍ່ກັນ.

ພາບ: https://louis103.tistory.com

ນອກຈາກນີ້ ອາແຊນ ເວັນເກີ ຍັງໄດ້ສະເໜີໃຫ້ຟີຟ້າພິຈາລະນາລົດຈຳນວນອາທິດທີ່ແຂ່ງຂັນຂອງທີມຊາດ ລະຫວ່າງລະດູການ Football League ລວມທັງຈັດກຸ່ມການແຂ່ງຂັນຮອບຄັດເລືອກລາຍການໃຫຍ່ໆໃໝ່ ເພື່ອໃຫ້ນັກເຕະໄດ້ມີເວລາພັກຜ່ອນຫຼາຍຂຶ້ນ ໂດຍສະເພາະຢ່າງຍິ່ງໃນຍຸກປັດຈຸບັນນີ້ ນັກເຕະຄວນມີເວລາພັກຕິດໆກັນ 4 ອາທິດ ຈາກທີ່ແຕ່ກ່ອນໄດ້ກະຈາຍການແຂ່ງເຕະທີມຊາດໃນເດືອນ ມີນາ; ມິຖຸນາ; ກັນຍາ; ຕຸລາ ແລະ ພະຈິກ ກໍຄວນປ່ຽນມາເຕະຮອບຄັດເລືອກໃນເດືອນດຽວ ຫຼື ແບ່ງເປັນ 2 ໄລຍະໃນເດືອນຕຸລາກັບເດືອນກຸມພາ ເພື່ອໃຫ້ນັກເຕະໄດ້ມີເວລາໃນການທຸ່ມເທແຮງກາຍແຮງໃຈ ເຝິກຝົນຫຼໍ່ຫຼອມໃຫ້ເປັນນັກເຕະທີ່ມີຄວາມຊຳນິຊຳນານ ແລະ ເກັ່ງກ້າຂຶ້ນ ເກັບຕົວເຝິກຊ້ອມໃຫ້ແກ່ສະໂມສອນຢ່າງເຕັມທີ່ ໃນໄລຍະເດືອນມີນາຮອດເດືອນມິຖຸນາ.

ພາບ: https://www.spiegel.de

ເຊິ່ງໃນການສະເໜີ ຂອງ ອາແຊນ ເວັນເກີ ຫົວໜ້າຝ່າຍພັດທະນາກິລາເຕະບານທົ່ວໂລກ ຂອງສະຫະພັນບານເຕະນາໆຊາດ ອິນຟານຕິໂນ້ ປະທານສະຫະພັນບານເຕະສາກົນ ຫຼື ຟີຟ້າ ໄດ້ຮັບເອົາຄຳສະເໜີ ທີ່ຢາກຈະໃຫ້ບານໂລກຈັດຂຶ້ນ 2 ປີຕໍ່ຄັ້ງ.

ພາບ: https://www.spiegel.de

ຂອບໃຈຂໍ້ມູນຈາກ:
https://www.matichon.co.th/sport/footballinter/news_2627255