ຍີ່ປຸ່ນປ່ອຍຍານເກັບຂີ້ເຫຍື້ອອະວະກາດ ເພື່ອຈະເອົາລົງມາກຳຈັດຢູ່ໂລກ


ນອກຈາກຂີ້ເຫຍື້ອພາຍໃນໂລກທີ່ມີປະລິມານມະຫາສານແລ້ວ ໃນອະວະກາດກໍຍັງມີຂີ້ເຫຍື້ອຕ່າງໆທີ່ມາຈາກການປະຕິບັດພາລະກິດນອກໂລກ ເອີ້ນວ່າ: ຂີ້ເຫຍື້ອອະວະກາດ ແມ່ນສ່ວນປະກອບຂອງດາວທຽມ ຫຼື ຈະຫຼວດເກົ່າ, ເຊິ່ງຂີ້ເຫຍື້ອດັ່ງກ່າວ ຍາກທີ່ຈະກຳຈັດ ເພາະມັນຈະລອຍໄປຕາມແຮງດຶງດູດໃນອະວະກາດ ບໍ່ຕົກລົງມາໂລກໄດ້ງ່າຍໆ.

Astroscale ບໍລິສັດກຳຈັດເສດຊາກວົງໂຄຈອນໃນອະວະກາດ ທີ່ມີສຳນັກງານໃຫຍ່ຕັ້ງຢູ່ປະເທດຍີ່ປຸ່ນ ຈຶ່ງໄດ້ປ່ອຍຍານເກັບຂີ້ເຫຍື້ອອະວະກາດ ພ້ອມແມ່ເຫຼັກດູດຂີ້ເຫຍື້ອ ແລ້ວນຳລົງມາກຳຈັດຢູ່ໂລກ ເພື່ອຫວັງຈະແກ້ບັນຫາຂີ້ເຫຍື້ອດາວທຽມທີ່ຖືກປ່ອຍຂຶ້ນໄປ ແລະ ເປັນອັນຕະລາຍຕໍ່ອຸປະກອນອື່ນໆ.

ເທັກໂນໂລຢີນີ້ເອີ້ນວ່າ ELSA (End of life Service by Astroscale) ໂດຍໄດ້ປ່ອຍພາລະກິດຕົວຢ່າງໄປແລ້ວ ເມື່ອວັນທີ 23 ມີນາ 2021 ທີ່ຜ່ານມາ ທີ່ປະເທດຄາຊັກສະຖານ.

ຕົວຍານ ELSA-d ນີ້ ຖືກປ່ອຍຕົວພ້ອມດາວທຽມທີ່ຕິດຢູ່ກັບມັນ ເມື່ອລອຍຂຶ້ນສູ່ອະວະກາດແລ້ວ ມັນຈະແຍກຕົວອອກ ແລະ ເຮັດໜ້າທີ່ກວດຈັບຂີ້ເຫຍື້ອໃນອະວະກາດ ທົດລອງຈັບ ແລະ ດູດຂີ້ເຫຍື້ອກັບລົງມາກຳຈັດໃນຊັ້ນບັນຍາກາດຂອງໂລກ. ພາລະກິດດັ່ງກ່າວນີ້ຈະສິ້ນສຸດການສາທິດຕົວຢ່າງລົງໃນເດືອນຕຸລາ 2021 ນີ້.

ຂອບໃຈຂໍ້ມູນຈາກ:

http://gklaunch.ru/en/news/elsa-satellite-for-removal-of-space-debris-prepared-for-launch-at-baikonur-launch-site/?fbclid=IwAR2QJj_NOG1tnwMSeyoMxlBSL863mCscS-RfpDZctU0eeUar_Mp9iNj0QhE