ພະແນກກວດກາ ແລະ ຄວບຄຸມຢາເສບຕິດໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດໃຫ້ແກ່ນັກຮຽນ


ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍຢາເສບຕິດ ໃຫ້ແກ່ນັກຮຽນຈຳນວນ 3 ໂຮງຮຽນ ຂອງແຂວງບໍລິຄຳໄຊ. ການເຜີຍແຜ່ໃນຄັ້ງນີ້ແມ່ນໄດ້ເວົ້າເຖິງຜົນຮ້າຍຂອງສິ່ງເສບຕິດໂດຍກົງ ໄດ້ອະທິບາຍເຖິງຜົນໂທດຂອງຢາເສບຕິດ ແລ້ວກ່າວສູ່ນັກຮຽນຟັງວ່າ: ຢາເສບຕິດໃນປັດຈຸບັນແມ່ນສ້າງຄວາມເສຍຫາຍໃຫ້ແກ່ສັງຄົມລາວເຮົາຢ່າງໜ້າເປັນຫ່ວງ ມັນສາມາດເຮັດໃຫ້ຄົນໆໜຶ່ງຈາກຄົນດີກາຍເປັນຄົນບໍ່ດີ ເມື່ອເສບເຂົ້າໄປແລ້ວມັນເຮັດໃຫ້ຮ່າງກາຍຈ່ອຍຜອມພາໃຫ້ເປັນອັນຕະລາຍຕໍ່ສຸຂະພາບ, ເຮັດໃຫ້ມີພະຍາດແຊກຊ້ອນໄດ້ງ່າຍ ພ້ອມຍັງເຮັດໃຫ້ມີອາການພາບຫຼອນຄວບຄຸມໂຕເອງບໍ່ໄດ້ ເຖິງຂັ້ນທຳຮ້າຍຕົນເອງ ແລະ ບຸກຄົນອື່ນທີ່ຢູ່ອ້ອມຂ້າງ.

ຢາເສບຕິດ ຍັງເປັນສາເຫດທີ່ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບສຸກ, ສ້າງຄວາມເສຍຫາຍໃຫ້ແກ່ສັງຄົມ, ເຮັດໃຫ້ມີຜົນກະທົບຕໍ່ການພັດທະນາປະເທດຊາດບ້ານເມືອງ, ສ້າງປາກົດການຫຍໍ້ທໍ້ໃຫ້ແກ່ສັງຄົມ ເຊັ່ນ: ການລັກງັດແງະ, ການປຸ້ນຈີ້, ການກໍ່ອາລະວາດຕີກັນ, ການຄາຕະກຳ,… ສົ່ງຜົນກະທົບໂດຍກົງຕໍ່ກັບຄວາມສະຫງົບສຸກຂອງບ້ານເມືອງ, ເສດຖະກິດ-ສັງຄົມ ແລະ ວັດທະນະທຳ ເຊິ່ງເປັນການກົດໜ່ວງ ຖ່ວງດຶງຕໍ່ການພັດທະນາສ້າງສາປະເທດຊາດ.

ນອກຈາກນີ້ ທາງພາກສ່ວນຍັງໄດ້ບອກໃຫ້ຮູ້ຜົນຮ້າຍຂອງຢາເສບຕິດແຕ່ລະຊະນິດ ພ້ອມສາຍວີດີໂອຕ່າງໆໃຫ້ແກ່ນັກຮຽນຟັງ ແລະ ຍັງໄດ້ໃຫ້ນັກຮຽນຖາມ-ຕອບ ກ່ຽວກັບຜົນຮ້າຍຂອງຢາເສບຕິດ ວ່ານັກຮຽນຈະມີຄວາມຮູ້ເລິກເຊິ່ງປານໃດ ແລະ ມີນ້ອງນັກຮຽນຫຼາຍຄົນທີ່ໄດ້ອອກຄຳຄິດເຫັນເຖິງຜົນຮ້າຍຂອງຢາເສບຕິດ.

ການເຜີຍແຜ່ມີຜົນປະໂຫຍດຫຼາຍ ໃຫ້ແກ່ບັນດານ້ອງນັກຮຽນ ເພື່ອເປັນການໃຫ້ນັກຮຽນມີສະຕິລະມັດລະວັງບໍ່ຫຼົງເຊື່ອຄຳຊັກຊວນຕ່າງໆ ບໍ່ໄປພົວພັນກັບຢາເສບຕິດ ແລະ ຍັງເຮັດໃຫ້ນັກຮຽນນັ້ນ ຕັ້ງໃຈຮ່ຳຮຽນສຶກສາໃຫ້ພໍ່ແມ່ພູມໃຈ ແລະ ເປັນອະນາຄົດທີ່ດີຕໍ່ປະເທດຊາດບ້ານເມືອງ.

ຂອບໃຈຂໍ້ມູນຈາກ:

https://www.facebook.com/watch/live/?v=283467349794384&ref=watch_permalink