ລັດຖະບານຍີ່ປຸ່ນອອກມາດຕະການໃຫ້ຄວາມຊ່ວຍເຫຼືອຜູ້ຍິງ ເລີ່ມແຈກຜ້າອະນາໄມ ແລະ ຜະລິດຕະພັນເພື່ອສຸຂະອະນາໄມ ຟຣີ!!!


ເລື່ອງສຸຂະອະນາໄມເປັນເລື່ອງສຳຄັນ ໂດຍສະເພາະເພດຍິງ ທີ່ມີຄວາມສ່ຽງໃນການຕິດເຊື້ອໂຣກຕ່າງໆໄດ້ງ່າຍກວ່າເພດຊາຍ, ແຕ່ເຖິງຢ່າງໃດກໍຕາມ ຜະລິດຕະພັນກ່ຽວກັບສຸຂະອະນາໄມຂັ້ນພື້ນຖານຂອງເພດຍິງ ເຊິ່ງເປັນສິ່ງທີ່ຈຳເປັນ ແລະ ຫຼີກເວັ້ນບໍ່ໄດ້ ກໍຍັງຕ້ອງມີຄ່າໃຊ້ຈ່າຍ ເຮັດໃຫ້ຄົນທີ່ມີລາຍໄດ້ໜ້ອຍ ໂດຍສະເພາະໃນຍຸກໂຄວິດ-19 ທີ່ເສດຖະກິດຝືດເຄືອງແບບນີ້ ຍິ່ງສ້າງຄວາມລຳບາກຂຶ້ນຕື່ມ.

ເມື່ອຕົ້ນເດືອນມີນາ 2021 ໂຊຊຽວມີເດຍຂອງຍີ່ປຸ່ນໄດ້ເກີດແຮສແທັກ #みんなの生理 ເຊິ່ງແປວ່າ “ປະຈຳເດືອນຂອງທຸກຄົນ” ທີ່ເວົ້າເຖິງບັນຫາການຂາດຜ້າອະນາໄມ ຍິ່ງເປັນສະຖານະການໂຄວິດທີ່ຫຼາຍຄົນປະສົບບັນຫາເລື່ອງລາຍໄດ້ ກໍຍິ່ງຫຍຸ້ງຍາກຂຶ້ນ ເພາະວ່າປະຈຳເດືອນເປັນສິ່ງທີ່ຜູ້ຍິງຫຼີກເວັ້ນບໍ່ໄດ້ ແຕ່ກໍມີຜູ້ຍິງຈຳນວນຫຼາຍ ບໍ່ສາມາດຈ່າຍເງິນເພື່ອຊື້ສິ່ງທີ່ຈຳເປັນພື້ນຖານໄດ້.

ຫຼັງຈາກແຮສແທັກດັ່ງກ່າວກາຍເປັນປະເດັນ ກໍມີໜ່ວຍງານຕ່າງໆຫັນມາເອົາໃຈໃສ່ຫຼາຍຂຶ້ນ, ມີຫຼາຍບ່ອນອອກມາແຈກຜ້າອະນາໄມຟຣີຕາມສະຖານທີ່ຕ່າງໆ.

ວັນທີ 19 ມີນາທີ່ຜ່ານມາ ປະເດັນດັ່ງກ່າວໄດ້ຖືກນຳສະເໜີໃນສະພາຢ່າງໄວວາ ວ່າມັນເປັນເລື່ອງດ່ວນທີ່ຕ້ອງຮີບແກ້ໄຂ.

ມາຮອດວັນທີ 23 ມີນາ ລັດຖະບານໄດ້ຕົກລົງຈະຈັດສັນງົບປະມານ 1,350 ລ້ານເຢນ ໃຫ້ການຊ່ວຍເຫຼືອຜູ້ຍິງທີ່ໄດ້ຮັບຜົນກະທົບຈາກວິກິດການແຜ່ລະບາດຂອງໂຄວິດ-19 ໜຶ່ງໃນການຊ່ວຍເຫຼືອນັ້ນລວມເຖິງການແຈກຜ້າອະນາໄມ ແລະ ຜະລິດຕະພັນເພື່ອສຸຂະອະນາໄມອື່ນໆ ຟຣີ.

ຫຼາຍໜ່ວຍງານຫຼາຍພື້ນທີ່ກໍໄດ້ດຳເນີນການແຈກຜະລິດຕະພັນເພື່ອສຸຂະອະນາໄມແລ້ວ ຍົກຕົວຢ່າງ ໃນເມືອງທາມະ ໄດ້ແຈກໃຫ້ເດັກຍິງທີ່ຂາດເຂີນ ໃນໂຮງຮຽນປະຖົມ ແລະ ມັດທະຍົມຕົ້ນ 26 ແຫ່ງ, ເຂດໂທຊິມະ ມີການແຈກຜ້າອະນາໄມ,​ ມີຜະແນກປຶກສາບັນຫາແມ່ຍິງ. ທີ່ສຳນັກງານເຂດ ພະຍາຍາມເຮັດໃຫ້ຜູ້ຍິງບໍ່ຕ້ອງອາຍເວລາມາຮັບຜ້າອະນາໄມ ໂດຍການເຮັດບັດວາງໄວ້ ໃຫ້ມາຍື່ນຮັບເອົາ ຫຼື ການເປີດໜ້າເພຈ ແລ້ວສະແດງໜ້າຈໍໂທລະສັບມືຖືແລ້ວຮັບເອົາ ໂດຍບໍ່ຕ້ອງເວົ້າຫຍັງຈັກຄຳ.

ຂອບໃຈຂໍ້ມູນຈາກ:
https://twitter.com/WAjapanth/status/1374329087779434496
https://twitter.com/thematterco/status/1374330087458414595
https://twitter.com/komei_woman/status/1374231651002191873