ກອງທຶນການເງິນລະຫວ່າງປະເທດ IMF ຮຽກຮ້ອງໃຫ້ທຸກຝ່າຍ ແບນ Cryptocurrency ເພາະ ມັນອາດທຳລາຍລະບົບການເງິນທົ່ວໂລກ

ກອງທຶນການເງິນ

ກອງທຶນການເງິນສາກົນ (IMF) ໄດ້ສະແດງທ່າທີຂອງຕົນກ່ຽວກັບການເພີ່ມຂຶ້ນຂອງການຮັບຮອງເອົາ Crypto ໂດຍຮຽກຮ້ອງໃຫ້ປະເທດສະມາຊິກຂອງຕົນ ເຮັດວຽກຮ່ວມກັນເພື່ອຕອບສະໜອງສະຖານະການທີ່ອາດຈະທໍາລາຍລະບົບການເງິນທົ່ວໂລກ.

ໂດຍ IMF ລະບຸໃນຖະ​ແຫຼງການວ່າການຂະຫຍາຍການນໍາໃຊ້ຊັບສິນດິຈິຕອລ ຫຼື Crypto ອາດຈະທໍາລາຍປະສິດທິພາບຂອງນະໂຍບາຍການເງິນ, ຫຼີກເວັ້ນມາດຕະການເຄື່ອນຍ້າຍເງິນທຶນ ​ແລະ ​ເພີ່ມ​ຄວາມ​ສ່ຽງ​ທາງ​ການ​ເງິນ.

ກອງທຶນການເງິນ

IMF ລາຍງານຕໍ່ຄະນະບໍລິຫານວ່າ: ຄະນະບໍລິຫານງານຄວນສັງເກດການ ໃນຂະນະທີ່ຜົນປະໂຫຍດທີ່ມີທ່າແຮງຂອງຊັບສິນ crypto ຍັງບໍ່ທັນເຫັນໄດ້ຊັດເຈນ ແຕ່ຄວາມສ່ຽງທີ່ສໍາຄັນໄດ້ເລີີ່ມກໍ່ຕົວຂຶ້ນແລ້ວ, crypto ບໍ່ຄວນໄດ້ຮັບສະຖານະພາບຢ່າງເປັນທາງການ ຫຼື ຮອງຮັບໃຫ້ຖືກກົດໝາຍ. ໃນຂະນະທີ່ຄະນະບໍລິຫານງານເຫັນວ່າ “ການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ ຍັງບໍ່ແມ່ນທາງເລືອກທີ່ດີທີ່ສຸດ”.

ກອງທຶນການເງິນ

ຄວາມກັງວົນຂອງ IMF ເກີດມາຈາກອິດທິພົນຂອງ Crypto ກ່ຽວກັບຄວາມໝັ້ນຄົງທາງດ້ານການເງິນ, ຄວາມ​ສ່ຽງ​ທາງ​ດ້ານ​ກົດ​ໝາຍ,​ ການປົກປ້ອງຜູ້ບໍລິໂພກ ແລະ ຄວາມສົມບູນຂອງຕະຫຼາດ ແລະ ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ອົງປະກອບ 9 ​ປະ​ການ ​ທີ່​ຈະສາ​ມາດ​ຊ່ວຍ​ໃຫ້​ປະ​ເທດ​ສະ​ມາ​ຊິກ​ສາມາດ ພັດທະນາການຕອບສະໜອງນະໂຍບາຍທີ່ຄອບຄຸມ, ສອດຄ່ອງ ແລະ ປະສານກັນ,ໃນຂະນະທີ່ໜຶ່ງໃນຄໍາແນະນໍາປະກອບມີ: ການປະຕິບັດ ການເກັບພາສີ Crypto ທີ່ຊັດເຈນ.

ກອງທຶນການເງິນ

IMF ຍັງໄດ້ກ່າວວ່າປະເທດສະມາຊິກອາດຈະລົດຜ່ອນຄວາມສ່ຽງຂອງ Crypto ໂດຍການເສີມສ້າງພື້ນຖານໂຄງລ່າງດິຈິຕອລໃຫ້ແຂງແຮງຂຶ້ນ ແລະ ມີທາງເລືອກອື່ນໆ ທາງດ້ານການເງິນ ແລະ ການຊຳລະເງິນຂ້າມປະເທດ.

ນອກຈາກນີ້ ຄະນະກໍາມະການບໍລິຫານຍັງໄດ້ລະບຸວ່າອົງການທາງດ້ານກົດໝາຍຄວນລະມັດລະວັງບໍ່ໃຫ້ ປິດກັ້ນນະວັດຕະກຳ ແລະ ລັດຖະບານຄວນໃຊ້ປະໂຫຍດຈາກເທັກໂນໂລຢີ Crypto ເພື່ອບັນລຸເປົ້າໝາຍນະໂຍບາຍສາທາລະນະ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/