ໝາກພ້າວເປັນໝາກໄມ້ຊະນິດໜຶ່ງ ທີ່ນອກຈາກນ້ຳຂອງມັນຈະມີຣົດຊາດຫອມຫວານແລ້ວ ສ່ວນຕ່າງໆຂອງມັນຍັງມີປະໂຫຍດ ໂດຍສາມາດເອົາໄປປະດິດເປັນເຄື່ອງໃຊ້ໄດ້ອີກຫຼາຍຢ່າງເລີຍ ເຊັ່ນດຽວກັນກັບ Botiá Nests ຊື່ຂອງພາຊະນະບັນຈຸອາຫານທີ່ເຮັດຈາກໃຍໝາກພ້າວ ສາມາດຍ່ອຍສະຫຼາຍໄດ້ເອງຕາມທໍາມະຊາດ ແລະສາມາດລົດຂີ້ເຫຍື້ອຈາກການເຮັດກະສິກໍາໄດ້ອີກ.
ພາຊະນະບັນຈຸອາຫານໃຍໝາກພ້າວນີ້ ໄດ້ຮັບຮາງວັນຈາກ Red Dot Award (ເປັນງານປະກາດຮາງວັນອັນຊົງກຽດໃນດ້ານການອອກແບບ) ໃນປີ 2013 ໂດຍເປັນຜົນງານຂອງ Natalia Chaves ແລະ Manuela Yamada ສອງສາວຜູ້ທີ່ມີຄວາມຄິດສ້າງສັນ ໄດ້ນໍາເອົາໃຍໝາກພ້າວທີ່ບໍ່ໄດ້ໃຊ້ແລ້ວມາຂຶ້ນຮູບໃໝ່ດ້ວຍກາວທຳມະຊາດຢ່າງແປ້ງມັນ ເພື່ອແປສະພາບໃຫ້ໃຍໝາກພ້າວເຫຼົ່ານີ້ກາຍເປັນກ່ອງໃສ່ຜັກ, ໝາກໄມ້ ແລະ ໄຂ່ໄດ້.
ນອກນີ້ Botiá Nests ຍັງມີຄຸນສົມບັດລົດການກະແທກໄປໃນຕົວ ແລະຊ່ວຍລົດຄວາມເສຍຫາຍທີ່ອາດເກີດຂຶ້ນໃນລະຫວ່າງການຂົນສົ່ງໄດ້ຫຼາຍເຖິງ 80% ເຊິ່ງຫຼັງຈາກການໃຊ້ງານແລ້ວ ພາຊະນະບັນຈຸນີ້ຍັງສາມາດນໍາໄປຝັງແລະສາມາດຍ່ອຍສະຫຼາຍໄປຕາມທຳມະຊາດອີກດ້ວຍ.
ທັງນີ້ ຍັງມີແບຣນ Cocoform ທີ່ໄດ້ມີການເຮັດ Packaging ຈາກເປືອກໝາກພ້າວອີກພ້ອມ ໂດຍສາມາດໃສ່ຜັກ, ໝາກໄມ້, ໄຂ່ ແລະສິ່ງຂອງຕ່າງໆໄດ້ ເອີ້ນໄດ້ວ່າແນວຄິດນີ້ເປັນແນວຄິດທີ່ດີຫຼາຍ ເພາະເປືອກໝາກພ້າວນັ້ນເປັນຂີ້ເຫຍື້ອຈາກກະສິກໍາຢ່າງມະຫາສານ ເຊິ່ງການອອກແບບພາຊະນະບັນຈຸແບບນີ້ ຈະຊ່ວຍໃນການລົດຂີ້ເຫຍື້ອໃນຈຸດນັ້ນໄດ້ເປັນຢ່າງດີ ພ້ອມທັງສ້າງລາຍໄດ້ຈາກມັນ ແລະເປັນການເພີ່ມມູນຄ່າໃນຕົວອີກພ້ອມ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/
No comment