New Normal

ວິຖີຊີວິດແບບໃໝ່ຫຼື New Normal ຖືເປັນອີກໜຶ່ງສິ່ງທີ່ເຂົ້າມາປ່ຽນແປງພຶດຕິກຳຂອງຄົນເຮົາໃນປັດຈຸບັນ ໂດຍສະເພາະຄ່ານິຍົມທີ່ແຕກຕ່າງອອກໄປຈາກແຕ່ກ່ອນ ເຊັ່ນ: ການພົບປະແບບເຊິ່ງໜ້າ, ປ່ຽນຈາກການໃຊ້ຊີວິດທີ່ເຫັນໜ້າກັນທຸກມື້ຫັນມາເປັນການໃຊ້ຊີວິດແບບມີໄລຍະຫ່າງ (Social distancing) ໂດຍການນຳເອົາສັງຄົມອອນລາຍ (Social networks) ເຂົ້າມາມີບົດບາດໃນຊີວິດ ເຮັດໃຫ້ການປະຕິສຳພັນທາງສັງຄົມລົດລົງ ອີກປັດໄຈໜຶ່ງກໍມາຈາກການແກ່ຍາວຂອງໂຣກລະບາດ.

New Normal

ເມື່ອເວລາຜ່ານໄປ ການໃຊ້ຊີວິດໃນຮູບແບບດັ່ງກ່າວກາຍເປັນຄວາມລຶ້ງເຄີຍ ເຮັດໃຫ້ຜູ້ຄົນສາມາດເຮັດກິດຈະກຳຕ່າງໆໄດ້ດ້ວຍຕົນເອງ ເຊັ່ນ: ການໄປເບິ່ງຮູບເງົາ, ອ່ານປຶ້ມ, ການອອກກຳລັງກາຍ…ທີ່ສາມາດປະຕິບັດໄດ້ດ້ວຍຕົນເອງ ເຊິ່ງກໍປຽບເໝືອນການສ້າງຄວາມຮັກດ້ວຍຕົນເອງ ໂດຍບໍ່ຈຳເປັນຕ້ອງອາໄສຊີວິດຄູ່ອີກຕໍ່ໄປກໍໄດ້.

New Normal

ການໃຊ້ຊີວິດຄົນດຽວຍັງສາມາດອຳນວຍຄວາມສະດວກໄດ້ຫຼາຍຢ່າງ ໂດຍອາໄສເທັກໂນໂລຢີ  (Technology) ບໍລິຫານຈັດການທີ່ອຳນວຍປະໂຫຍດຕໍ່ການໃຊ້ຊີວິດ ແລະ ເຮັດທຸລະກິດຕ່າງໆ. ຮູບແບບການເຮັດວຽກ ແລະ ການເຂົ້າສັງຄົມແບບນີ້ ຍັງສົ່ງຜົນໃຫ້ຄົນພົບກັນແບບເຊິ່ງໜ້າໜ້ອຍລົງ ຫັນມາພົບປະສົນທະນາຜ່ານລະບົບອອນລາຍຫຼາຍຂຶ້ນ ແລະ ການປ່ຽນແປງຈຸດນີ້ ມັນສົ່ງຜົນຕໍ່ເລື່ອງຊີວິດຄູ່ເຊັ່ນດຽວກັນ. ເຖິງແມ່ນວ່າເຮົາຈະກ້າວສູ່ການໃຊ້ວິຖີຊີວິດໃໝ່ (New normal) ພຽງໃດກໍຕາມ ການວັດແທກຄຸນະພາບຊີວິດ ແລະ ຄວາມສຳເລັດຈາກກຸ່ມຄົນທີ່ແຕ່ງດອງ ຫຼື ມີຄອບຄົວ ຈະບໍ່ໄດ້ເປັນຕົວຊີ້ວັດແຕ່ຢ່າງໃດ.

New Normal

ສະນັ້ນ ຄົນຈະຫັນມາໂສດດ້ວຍການສ້າງຄວາມຮັກດ້ວຍຕົນເອງ, ຊ່ວຍເຫຼືອເບິ່ງແຍງຕົນເອງ ໂດຍບໍ່ຕ້ອງອາໄສການສ້າງຄວາມຮັກດ້ວຍຊີວິດຄູ່ ນັ້ນຄືສິ່ງທີ່ດີກວ່າສຳລັບພວກເຂົາ. ແຕ່ກໍຢ່າລືມວ່າທັງໝົດທັງມວນກໍລ້ວນເປັນການຄາດການລ່ວງໜ້າ, ສ່ວນສະຖານະການໃນອະນາຄົດຈະເປັນແນວໃດຂໍໃຫ້ທຸກຄົນຕິດຕາມໄປນຳກັນ.

ຮຽບຮຽງໂດຍ: ສຸລິໂຍ ເມກສຸວັນ

ແຫຼ່ງທີ່ມາ: https://cutt.ly/MZeHe2K

ຮູບພາບ: https://cutt.ly/cZeHoej

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/

No comment

ຕອບກັບ