ຫວຽດນາມ ກຽມຕິດຕັ້ງສາຍສົ່ງເພີ່ມອີກ ມູນຄ່າ 45 ລ້ານໂດລາ ນຳເຂົ້າໄຟຟ້າຈາກລາວ ເພື່ອສະໜອງໄຟຟ້າທາງພາກເໜືອຂອງປະເທດ ເພື່ອແກ້ໄຂບັນຫາໄຟຟ້າບໍ່ພຽງພໍໃນຍາມແລ້ງ.
ອີງຕາມການລາຍງານຂອງ ໜັງສືພິມຫວຽດນາມຫຼາຍສະບັບ ລາຍການ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ ກຸ່ມບໍລິສັດໄຟຟ້າຫວຽດນາມ (EVN) ພິຈາລະນາກໍ່ສ້າງສາຍສົ່ງໃໝ່ເພື່ອນຳເຂົ້າໄຟຟ້າຈາກລາວໃຫ້ຫຼາຍກວ່າເກົ່າ.
ໂດຍການເຄື່ອນໄຫວດັ່ງກ່າວ ແມ່ນແນໃສ່ເພີ່ມການນຳເຂົ້າພະລັງງານໄຟຟ້າຈາກປະເທດເພື່ອນບ້ານເພື່ອສະໜອງໃຫ້ເຂດພາກເໜືອ, ໂດຍສະເພາະແມ່ນໃນລະດູແລ້ງ, ເນື່ອງຈາກບໍ່ມີໂຄງການໄຟຟ້າໃໝ່ໃນໄລຍະນີ້.
ທ່ານ Nguyen Hong Dien ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າກ່າວໃນກອງປະຊຸມເມື່ອບໍ່ດົນມານີ້ວ່າ: “ໂຄງການນີ້ຈະຊ່ວຍຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ພາກເໜືອຫວຽດນາມ, ພິເສດແມ່ນໃນລະດູແລ້ງ, ເພາະວ່າບໍ່ມີໂຮງໄຟຟ້າໃຫຍ່ແຫ່ງໃໝ່ຈະດຳເນີນໄປຮອດປີ 2025”.
ປັດຈຸບັນຫວຽດນາມ ນໍາເຂົ້າກະແສໄຟຟ້າຈາກລາວ 3,000 ເມກາວັດ ຜ່ານສາຍ 220 ກິໂລໂວນ ແລະ ໃນເດືອນຕຸລາຜ່ານມາ, ໄຟຟ້າຫວຽດນາມ ໄດ້ເລີ່ມວາງສາຍໄຟຟ້າ 500 ກິໂລວັດ ໃນໄລຍະ 45 ກິໂລແມັດ ເພື່ອເຊື່ອມຕໍ່ສອງປະເທດ.
ວຽກງານດັ່ງກ່າວ, ຈະມີມູນຄ່າປະມານ 1.100 ຕື້ດົ່ງ ຫຼື ປະມານ 45,26 ລ້ານໂດລາສະຫະລັດ, ຄາດຈະໃຫ້ສຳເລັດໃນທ້າຍປີໜ້າ, ເຊິ່ງຈະຊ່ວຍເພີ່ມກຳລັງການຜະລິດຂຶ້ນອີກ 2,500 MW ຕໍ່ປີ.
ໂດຍສັນຍາຊື້ຂາຍ ໄຟຟ້າ ຫວຽດນາມ-ລາວ ໄດ້ລົງນາມເຊັນສັນຍາກັນຕັ້ງແຕ່ປີ 2019 ໃນການຊື້ 3,000 MW ຮອດປີ 2025 ແລະ 5,000 MW ຕໍ່ປີໃນປີ 2026-30.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/