My Hero Academia ຊີຊັນ 7 ຈະກັບມາອອກອາກາດເດືອນ ພຶດສະພາ 2024


ໃນງານ Jump Festa ອອກມາປະກາດວ່າອະນິເມະເລື່ອງ My Hero Academia ຊີຊັນ 7 ຈະກັບມາອອກອາກາດອີກຄັ້ງໃນວັນທີ 4 ພຶດສະພາ 2024 ທີ່ຈະມາເຖິງນີ້ ຫຼັງຈາກຈົບຊີຊັນ 6 ທີ່ອອກອາກາດເດືອນ ມີນາ ປີ 2023.

ໂດຍໃນ My Hero Academia ຊີຊັນ 7 ຈະເລີ່ມອອກອາກາດໃນຕອນທີ 139 ແຕ່ກ່ອນໜ້ານັ້ນຈະມີການອອກອາກາດຕອນພິເສດຂອງ My Hero Academia Memories ເພື່ອເປັນການທົບທວນເລື່ອງລາວກ່ອນຈະເຂົ້າສູ່ ຊີຊັນ 7 ມີດ້ວຍກັນທັງໝົດ 4 ຕອນ ຈະອອກສາຍວັນທີ 6 ເມສາ 2024.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/