ນາຍົກໄທປະຕິເສດ ບໍ່ອະນຸຍາດໃຫ້ລາວໃຊ້ສາຍສົ່ງຂອງໄທຂາຍໄຟຟ້າໃຫ້ ສິງກະໂປ ກັງວົນກະທົບຄວາມສຳພັນ ໄທ-ລາວ-ສິງກະໂປ


ທ່ານ ເສດຖາ ທະວີສິນ ນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ກ່າວໃນນາມລັດຖະບານໄທ ຢືນຢັນວ່າ ໄທ ຈະບໍ່ອະນຸຍາດໃຫ້ ສປປ ລາວ ໃຊ້ໄທເປັນທາງຜ່ານ ຫຼື ຂາຍໄຟຟ້າ ພະລັງງານສະອາດ ຂອງຕົນໃຫ້ກັບທາງສິງກະໂປ ໂດຍຜ່ານລະບົບສາຍສົ່ງກຳລັງແຮງຂອງໄທ ຢ່າງເດັດຂາດ ສົ່ງຜົນໃຫ້ຫຼາຍຝ່າຍອອກມາວິເຄາະ ອາດກະທົບຄວາມສຳພັນ ໄທ-ລາວ-ສິງກະໂປ.

ໃນວັນທີ 30 ຕຸລາ 2023 ຜ່ານມາ ພະນະທ່ານ ເສດຖາ ທະວີສິນ, ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ເເລະ ການພັດທະນາເເບບຍືນຍົງ ໃຫ້ນັບມື້ຈະເລີນງອກງາມຍິ່ງໆຂຶ້ນ ແລະ ໄດ້ປຶກສາຫາລືແລກປ່ຽນຄວາມຄິດເຫັນກັນ ລວມໄປເຖິງການຮ່ວມລົງທຶນຕ່າງໆ, ພິເສດແມ່ນໄດ້ໂອ້ລົມກັນເລື່ອງການສົ່ງໄຟຟ້າຜ່ານໄທໄປສິງສິງກະໂປ ເຊິ່ງລາວໄດ້ສະເໜີຕໍ່ກັບນາຍົກປະເທດໄທ ແຕ່ກໍໄດ້ປະຕິເສດຂໍ້ສະເໜີໄປ.

ມາຮອດວັນທີ 14 ທັນວາ 2023 ຜ່ານມາ ນາຍົກໄທໄດ້ຕອບຄໍາສະເໜີຈາກ ສປປ ລາວ ແບບໜັກແໜ້ນ ຜ່ານງານ SUSTAINABILITI FORUM 2024 ວ່າ ໄທຈະບໍ່ອະນຸຍາດ ຖ້າຈະຂາຍຕ້ອງຂາຍໃຫ້ໄທ ໄທຈະຊື້ໝົດ.

ໂດຍທ່ານ ເສດຖາກ່າວວ່າ: “ໄທ ແລະ ສິງກະໂປເປັນຄູ່ແຂ່ງກັນໃນຫຼາຍໆດ້ານ ແລະ ມີການແຂ່ງຂັນກັນສູງ ແຕ່ສິ່ງທີ່ໄທໄດ້ປຽບກໍຄື ໄທຍັງມີພື້ນທີ່ກວ້າງຂວາງ ແລະ ສາມາດຜະລິດໄຟຟ້າພະລັງງານສະອາດໄດ້ຫຼາຍກວ່າ ເຊິ່ງສິງກະໂປຍັງຕ້ອງຮັບຊື້ຈາກປະເທດອື່ນ”.

ນາຍົກໄທ ກ່າວຕື່ມອີກວ່າ: “ເມື່ອບໍ່ດົນມານີ້ ໄດ້ມີໂອກາດໄປຢ້ຽມຢາມທາງຝັ່ງລາວ ແລະ ຜູ້ນຳລາວ ໄດ້ຂໍໃຊ້ລະບົບສາຍສົ່ງຂອງໄທເຮົາ ເພື່ອຂາຍໄຟຟ້າໃຫ້ສິງກະໂປ. ແຕ່ຂ້າພະເຈົ້າ ແລະ ທີມງານໄດ້ພິຈາລະນາຢ່າງຮອບຄອບແລ້ວ ດ້ວຍການແຂ່ງຂັນໃນການດຶງດູດການລົງທຶນລະຫວ່າງໄທ ກັບ ສິງກະໂປແລ້ວ ພວກເຮົາຈຳເປັນຕ້ອງຈຳກັດເລື່ອງນີ້ໄວ້”.

ທ່ານເສດຖາເນັ້ນວ່າ: “ຂ້າພະເຈົ້າບໍ່ອະນຸຍາດໃຫ້ລາວ ຂາຍໄຟຟ້າໃຫ້ສິງກະໂປ ໂດຍຜ່ານລະບົບສາຍສົ່ງຂອງໄທ. ເຊິ່ງໃນຖານະຜູ້ນໍາກໍມີຄວາມລໍາບາກໃຈ ການແຂ່ງຂັນໃນໂລກແຫ່ງການລົງທຶນ ເປັນການແຂ່ງຂັນທີ່ຊັບຊ້ອນ ເຊິ່ງໄທເອງກໍຕ້ອງສູ້ຕ້ອງມີຈຸດຢືນທີ່ຊັດເຈນເພື່ອປົກປ້ອງຜົນປະໂຫຍດຂອງຕົນເອງ”.

ພາຍຫຼັງມີການຖະແຫຼງດັ່ງກ່າວອອກ ກໍໄດ້ມີຫຼາຍຝ່າຍອອກມາສະແດງຄວາມກັງວົນຕໍ່ກັບຄຳປາໄສຂອງນາຍົກໄທ ໂດຍສະເພາະ ສຸດທິໄຊ ຫຍຸ່ນ ນັກຂ່າວອາວຸໂສ ອະດີດປະທານບໍລິຫານ ສຳນັກຂ່າວ nation ທີ່ສະແດງຄວາມກັງວົນວ່າ ຄໍາປາໄສນີ້ ຈະກະທົບເຖິງຄວາມສໍາພັນລະຫວ່າງປະເທດ ໄທ-ລາວ ແລະ ສິງກະໂປ.

ໂດຍທ່ານ ສຸດທິໄຊ ໃຫ້ມຸມມອງວ່າ ໃນທາງການທູດແລ້ວ ການປະຕິເສດ ຂໍ້ສະເໜີ ຫຼື ເງື່ອນໄຂຕ່າງໆ ນັ້ນຖືເປັນເລື່ອງປົກກະຕິ ແຕ່ຕ້ອງເປັນການປະຕິເສດທີ່ບ່ອນລັບ ບໍ່ຄວນເອົາອອກມາເວົ້າໃນສະຖານທີ່ສາທາລະນະ.

ນັກຂ່າວອາວຸໂສ ກ່າວຕໍ່ອີກວ່າ: ການທີ່ຈະໃຫ້ລາວຂາຍໃຫ້ແຕ່ໄທມັນກໍອາດຈະເປັນເລື່ອງແປກ ເພາະລາວເອງກໍຢາກຂາຍໃຫ້ແກ່ປະເທດອື່ນໆ ເພື່ອກະຈາຍການສົ່ງອອກໄດ້ຫຼາຍປະເທດ ແລະ ຮ່ວມມືກັບບັນດາປະເທດພັນທະມິດໂດຍກົງ ເຊິ່ງການທີ່ຈະໃຫ້ລາວຂາຍໃຫ້ໄທ ແລະ ໃຫ້ໄທໄປຂາຍຕໍ່ນັ້ນ ກໍຄົງຈະເປັນເລື່ອງທີ່ແປກປະຫຼາດພໍສົມຄວນ”

ແຕ່ໃນອີກມຸມໜຶ່ງ ການເຄື່ອນໄຫວດັ່ງກ່າວ ກໍຖືວ່າເປັນການປົກປ້ອງສິດຜົນປະໂຫຍດຂອງໄທໂດຍກົງ ໃນການຍາດຊີງເງື່ອນໄຂ ໃນການດຶງດູດເງິນລົງທຶນຈາກຕ່າງປະເທດຂອງ ທາງໄທ ແລະ ສິງກະໂປ.

ໂດຍໃນການພົບປະກັນຂອງຜູ້ນຳລາວ-ໄທ ກ່ອນໜ້ານີ້ ສອງຝ່າຍໄດ້ເຫັນດີຊຸກຍູ້ກົນໄກການຮ່ວມມື ລະຫວ່າງ ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ແລະ ກະຊວງພານິດຂອງໄທ ເພື່ອປຶກສາຫາລືກັນສ້າງເງື່ອນໄຂອຳນວຍຄວາມສະດວກໃນການສົ່ງເສີມການຄ້າ-ການລົງທຶນຂອງສອງປະເທດ ໃຫ້ຫຼາຍຂຶ້ນອີກໃນຕໍ່ຫນ້າ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືດ້ານພະລັງງານໄຟຟ້າ ທີ່ໄດ້ເປັນເອກະພາບຮ່ວມກັນໃນການຊື້-ຂາຍໄຟຟ້າ ຈຳນວນ 10,500 ເມກາວັດ, ເຊິ່ງສາມາດປະຕິບັດໄດ້ແລ້ວ 5,929 ເມກາວັດ ແລະ ຈະສືບຕໍ່ສະໜອງໃຫ້ໄດ້ຕາມກໍານົດໃນຕໍ່ໜ້າ ແລະ ປຶກສາຫາລືກັນ ເພື່ອເພີ່ມຂຶ້ນຕື່ມ. ສອງຝ່າຍ ເຫັນດີຈະສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ ໂດຍສະເພາະ ໃນປີ 2024 ທີ່ລາວຈະເປັນປະທານອາຊຽນນີ້.

ຝ່າຍລາວ ໄດ້ຕີລາຄາສູງຕໍ່ການຮ່ວມມືດ້ານການຄ້າ-ການລົງທຶນ ລາວ-ໄທ ທີ່ສືບຕໍ່ມີທ່າຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຊິ່ງປັດຈຸບັນ ໄທ ເປັນຄູ່ຄ້າອັນດັບໜຶ່ງຂອງລາວ, ເປັນຜູ້ລົງທຶນ ອັນດັບ 3 ຂອງການລົງທຶນຈາກຕ່າງປະເທດໃນລາວ ແລະ ມີບົດບາດສໍາຄັນໃນການພັດທະນາພື້ນຖານໂຄງລ່າງ, ເຊິ່ງສອດຄ່ອງກັບເປົ້າໝາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລ ເປັນປະເທດເຊື່ອມໂຍງ-ເຊື່ອມຈອດ ກັບອະນຸພາກພື້ນ ແລະ ພາກພື້ນ.

ຂໍ້ມູນຈາກ:

Bangkokbiznews

ຂໍ້ມູນເພີ່ມຕື່ມ:

Lao National Radio

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/