ກຳປູເຈຍ ປະຕິເສດການຂະຫຍາຍບໍລິການລົດແທັກຊີໄຟຟ້າຂອງ Vingroup


ສື່ຕ່າງໆໄດ້ລາຍງານວ່າ Vingroup ບໍລິສັດສັນຊາດຫວຽດນາມ ມີແຜນທີ່ຈະໃຫ້ບໍລິການແທັກຊີໄຟຟ້າໃນກຳປູເຈຍ ໃນຕົ້ນປີ 2024 ເຊິ່ງໄດ້ສ້າງຄວາມສັບສົນໃຫ້ບັນດາປະຊາຊົນຊາວກຳປູເຈຍວ່າບໍລິສັດດັ່ງກ່າວຈະເຂົ້າມາດຳເນີນທຸລະກິດໃນປະເທດປີໜ້າ ໂຄສົກລັດຖະບານຂອງກຳປູເຈຍ (RGC) ຈຶ່ງໄດ້ອອກຖະແຫຼງການ ເພື່ອຕອບໂຕ້ຂ່າວ ໄດ້ປະຕິເສດຄຳຮ້ອງຂໍຂອງບໍລິສັດຫວຽດນາມແລ້ວ.

ຮອງປະທານບໍລິຫານຂອງ Vingroup ໄດ້ຍື່ນຂໍ້ສະເໜີທີ່ຈະເຂົ້າມາລົງທຶນໃນກໍາປູເຈຍ ແຕ່ລັດຖະມົນຕີຍັງບໍ່ໄດ້ອະນຸຍາດ ຫຼື ອະນຸມັດໃດໆທັງໝົດ. ທັງໝົດເປັນພຽງແຕ່ການຮ້ອງຂໍ ຍັງບໍ່ມີການລົງນາມໃນຂໍ້ຕົກລົງຢ່າງເປັນທາງການໃນລະຫວ່າງການປະຊຸມ ເພາະໂດຍປົກກະຕິແລ້ວ RGC ຈະຕ້ອງມີການສຶກສາ ວິໄຈ ແລະ ກວດສອບຢ່າງລະອຽດກ່ອນທີ່ຈະອະນຸຍາດໃຫ້ມີການລົງທຶນໃນປະເທດ.

ການສະເໜີການລົງທຶນໃນພາກຍານພາຫະນະລົດໄຟຟ້າ ດ້ວຍການໃຫ້ບໍລິການແທັກຊີໄຟຟ້າ 2,500 ຄັນ ໂດຍບໍລິສັດຈະເລີ່ມດໍາເນີນການຢ່າງເປັນທາງການໃນເດືອນມີນາຄົມ 2024 ໃນພະນົມເປນ ແລະ ກະຈາຍໄປແຂວງອື່ນໆຕໍ່ໄປ.

ກຳປູເຈຍ ຊົມເຊີຍຂໍ້ສະເໜີຂອງ Vingroup ແລະ ສະໜັບສະໜູນການລົງທຶນອື່ນໆ ເພື່ອຂະຫຍາຍທຸລະກິດ ໃນໂຄງການໃຊ້ພະລັງງານສະອາດທີ່ມີສ່ວນຊ່ວຍໃນການອະນຸລັກສິ່ງແວດລ້ອມ. ສ່ວນລາວ ປັດຈຸບັນແມ່ນລົດໄຟຟ້າດັ່ງກ່າວໄດ້ບໍລິການປົກກະຕິແລ້ວ.

ຂໍ້ມູນຈາກ:

AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/