ອິນໂດເນເຊຍ ກຽມສ້າງເມືອງຫຼວງໃໝ່ ເປັນເມືອງ Net Zero ສ້າງຄວາມສົມດຸນໃຫ້ກັບສະພາບອາກາດໄດ້


ອິນໂດເນເຊຍ ວາງແຜນພັດທະນາເມືອງນູຊັນຕາຣາ ທີ່ກຳລັງຈະກາຍເປັນເມືອງຫຼວງແຫ່ງໃໝ່ຂອງປະເທດໃນປີ 2024 ໃຫ້ມີການອອກແບບພາຍໃຕ້ເປົ້າໝາຍການຫຼຸດການປ່ອຍກ໊າສເຮືອນແກ້ວ.

ໂດຍແຜນດັ່ງກ່າວຈະໃຫ້ຄວາມສຳຄັນກັບການພັດທະນາໂຄງສ້າງພື້ນຖານທີ່ເປັນມິດກັບສິ່ງແວດລ້ອມ ແລະ ພະລັງງານໝຸນວຽນ ລວມເຖິງການໃຊ້ລະບົບການຂົນສົ່ງທີ່ມີປະສິດທິພາບ ແລະ ການຮັກສາພື້ນທີ່ສີຂຽວ ຜ່ານແຜນການພັດທະນາພື້ນທີ່ປະມານ 3 ໃນ 4 ຂອງເມືອງໃຫ້ຖືກປົກຄຸມໄປດ້ວຍປ່າໄມ້ເຂດຮ້ອນ ແລະ ພື້ນທີ່ສີຂຽວ ເຊິ່ງຈາກນະໂຍບາຍແບບກ້າວໜ້າ ທີ່ມີການວາງແຜນຢ່າງຮັດກຸມ ຈະເຮັດໃຫ້ນູຊັນຕາຣາກາຍເປັນຜູ້ບຸກເບີກການແກ້ໄຂວິກິດສະພາບ ພູມອາກາດໃຫ້ແກ່ເມືອງຕ່າງໆທົ່ວໂລກ.

ເມື່ອບໍ່ດົນມານີ້ ປະທານາທິບໍດີອິນໂດເນເຊຍ ໄດ້ເປີດຕົວໂຄງການໂຮງໄຟຟ້າພະລັງງານແສງຕາເວັນຂະໜາດ 50 ເມກະວັດ ໂດຍຄາດຫວັງວ່າຈະຊ່ວຍຫຼຸດການປ່ອຍກ໊າສຄາບອນໄດອັອກໄຊໄດ້ເຖິງ 104,000 ໂຕນຕໍ່ປີ, ໃນຂະນະທີ່ເມືອງນູຊັນຕາຣາ ຈະມີການລົງທຶນໃນລົດໄຟຟ້າ ແລະ ການຂົນສົ່ງສາທາລະນະ ໂດຍວາງແຜນໃຫ້ສະຖານທີ່ສຳຄັນຢູ່ຫ່າງຈາກຈຸດຢຸດລົດໂດຍສານດ້ວຍໄລຍະທາງຍ່າງພຽງ 10 ນາທີ ສະແດງເຖິງຄວາມພະຍາຍາມໃນການສ້າງໂຄງຂ່າຍການຂົນສົ່ງໃຫ້ມີປະສິດທິພາບ.

ຂໍ້ມູນຈາກ: AEC Connect

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/