ຫວຽດນາມ ກຽມຕິດຕັ້ງສາຍສົ່ງເພີ່ມອີກ ມູນຄ່າ 45 ລ້ານໂດລາ ນຳເຂົ້າໄຟຟ້າຈາກລາວ ແກ້ໄຂບັນຫາໄຟຟ້າບໍ່ພຽງພໍໃນຍາມແລ້ງ


ຫວຽດນາມ ກຽມຕິດຕັ້ງສາຍສົ່ງເພີ່ມອີກ ມູນຄ່າ 45 ລ້ານໂດລາ ນຳເຂົ້າໄຟຟ້າຈາກລາວ ເພື່ອສະໜອງໄຟຟ້າທາງພາກເໜືອຂອງປະເທດ ເພື່ອແກ້ໄຂບັນຫາໄຟຟ້າບໍ່ພຽງພໍໃນຍາມແລ້ງ.

ອີງຕາມການລາຍງານຂອງ ໜັງສືພິມຫວຽດນາມຫຼາຍສະບັບ ລາຍການ ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໄດ້ຮຽກຮ້ອງໃຫ້ ​ກຸ່ມ​ບໍລິສັດ​ໄຟຟ້າ​ຫວຽດນາມ (EVN) ພິຈາລະນາ​ກໍ່ສ້າງ​ສາຍ​ສົ່ງ​ໃໝ່​ເພື່ອ​ນຳ​ເຂົ້າ​ໄຟຟ້າ​ຈາກ​ລາວ​ໃຫ້​ຫຼາຍ​ກວ່າ​ເກົ່າ.

ໂດຍການເຄື່ອນໄຫວດັ່ງກ່າວ ​ແມ່ນ​ແນ​ໃສ່​ເພີ່ມ​ການ​ນຳ​ເຂົ້າ​ພະລັງງານ​ໄຟຟ້າ​ຈາກ​ປະ​ເທດ​ເພື່ອນ​ບ້ານ​ເພື່ອ​ສະໜອງ​ໃຫ້​ເຂດ​ພາກ​ເໜືອ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ລະດູ​ແລ້ງ, ​ເນື່ອງ​ຈາກ​ບໍ່​ມີ​ໂຄງການ​ໄຟຟ້າ​ໃໝ່ໃນໄລຍະນີ້.

ທ່ານ Nguyen Hong Dien ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າກ່າວໃນກອງປະຊຸມເມື່ອບໍ່ດົນມານີ້ວ່າ: “ໂຄງການນີ້ຈະ​ຊ່ວຍ​ຮັບປະກັນ​ຄວາມ​ໝັ້ນຄົງ​ດ້ານ​ພະລັງງານ​ໃຫ້​ພາກ​ເໜືອ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ລະດູ​ແລ້ງ, ​ເພາະວ່າ​ບໍ່​ມີ​ໂຮງ​ໄຟຟ້າ​ໃຫຍ່​ແຫ່ງ​ໃໝ່​ຈະ​ດຳ​ເນີນ​ໄປ​ຮອດ​ປີ 2025”.

ປັດຈຸບັນຫວຽດນາມ ນໍາເຂົ້າກະແສໄຟຟ້າຈາກລາວ 3,000 ເມກາວັດ ຜ່ານສາຍ 220 ກິໂລໂວນ ແລະ ໃນ​ເດືອນ​ຕຸລາ​ຜ່ານ​ມາ, ​ໄຟຟ້າ​ຫວຽດນາມ ​ໄດ້​ເລີ່​ມວາງ​ສາຍ​ໄຟຟ້າ 500 ກິ​ໂລ​ວັດ ​ໃນ​ໄລຍະ 45 ກິ​ໂລ​ແມັດ ​ເພື່ອ​ເຊື່ອມ​ຕໍ່​ສອງ​ປະ​ເທດ.

ວຽກງານດັ່ງກ່າວ, ຈະມີມູນຄ່າປະມານ 1.100 ຕື້ດົ່ງ ຫຼື ປະມານ 45,26 ລ້ານໂດລາສະຫະລັດ, ຄາດຈະໃຫ້ສຳເລັດໃນທ້າຍປີໜ້າ, ເຊິ່ງຈະຊ່ວຍເພີ່ມກຳລັງການຜະລິດຂຶ້ນອີກ 2,500 MW ຕໍ່ປີ.

ໂດຍສັນຍາຊື້ຂາຍ ໄຟຟ້າ ຫວຽດນາມ-ລາວ ໄດ້ລົງນາມເຊັນ​ສັນຍາ​ກັນຕັ້ງແຕ່​ປີ 2019 ​ໃນ​ການ​ຊື້ 3,000 MW ຮອດ​ປີ 2025 ​ແລະ 5,000 MW ຕໍ່​ປີ​ໃນ​ປີ 2026-30.

https://e.vnexpress.net/news/business/economy/new-transmission-line-proposed-to-import-more-electricity-from-laos-4687399.html

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/