ວັນທີ 19 ພະຈິກຂອງທຸກໆປີ ເປັນວັນສ້ວມໂລກ ຫຼື World Toilet Day (WTD) ອະນຸມັດໂດຍອົງການສະຫະປະຊາຊາດ ເພື່ອໃຫ້ປະຊາຊົນຄຳນຶງເຖິງບັນຫາສຸຂະອະນາໄມ ແລະ ຖືກບັນຈຸເຂົ້າເປັນອີກວັນສຳຄັນຂອງສະຫະປະຊາຊາດ.
ຈາກການສຳຫຼວດໃນປີ 2021 ຜູ້ຄົນຫຼາຍເຖິງ 3.6 ພັນລ້ານຄົນ ຍັງບໍ່ເຂົ້າເຖິງສຸຂະອະນາໄມທີ່ປອດໄພ ແລະ ໄດ້ມາດຕະຖານ. ອົງກອນນ້ຳແຫ່ງສະຫະປະຊາຊາດ ໄດ້ຮັບໜ້າທີ່ດູແລກ່ຽວກັບວັນສ້ວມໂລກ, ຍັງເປັນຜູ້ພັດທະນາເວັບໄຊວັນສ້ວມໂລກ ແລະ ຈັດແຄັມເປນຕ່າງໆຂອງແຕ່ລະປີ. ທາງອົງກອນນ້ຳຍັງບອກໄວ້ວ່າ ລັດຖະບານທົ່ວໂລກຕ້ອງເຮັດວຽກເພີ່ມຂຶ້ນເຖິງ 4 ເທົ່າຕົວ ເພື່ອໃຫ້ຜູ້ຄົນທົ່ວໂລກສາມາດເຂົ້າເຖິງສຸຂະອະນາໄມທີ່ໄດ້ມາດຕະຖານ ໃນປີ 2030.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/