ວັນທີ 21 ພະຈິກ ວັນໂທລະພາບໂລກ


ວັນທີ 21 ພະຈິກ ເປັນວັນໂທລະພາບໂລກ ກຳນົດໂດຍອົງການສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ໃນວັນທີ 17 ທັນວາ 1996 ເພື່ອລະນຶກເຕືອນໃຈເປັນອະນຸສອນເຖິງການປະຊຸມກ່ຽວກັບໂທລະພາບໂລກໃນປີດັ່ງກ່າວ, ເພື່ອລະນຶກເຖິງເທັກໂນໂລຢີທີ່ໃຊ້ສຳລັບສື່ເຖິງມວນຊົນ, ເປັນສື່ກາງໃນການແລກປ່ຽນວັດທະນະທຳ ເພື່ອໃຫ້ເຫັນຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍ, ເປັນແຫຼ່ງໃຫ້ຄວາມຮູ້ທີ່ເປັນປະໂຫຍດດ້ວຍລາຍການໂທລະພາບຕ່າງໆ ທີ່ເຮັດໃຫ້ສັງຄົມໂລກພັດທະນາ.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/