Peng Shuai ໄດ້ບອກກັບ IOC ວ່າຕົນເອງປອດໄພແລະ ມີຄວາມສຸກດີ ຫຼັງຈາກຂາດການຕິດຕໍ່ເປັນເວລາເກືອບ 1 ເດືອນ


ຈາກກໍລະນີທີ່ນັກກິລາເທນນິສຊື່ດັງ Peng Shuai ອອກມາເປີດເຜີຍໃນເວັບ Weibo ວ່າຕົນເອງຖືກ ອະດີດຮອງນາຍົກລັດຖະມົນຕີ Zhang Gaolin ລ່ວງລະເມີດທາງເພດແລະຖືກບັງຄັບໃຫ້ມີເພດສຳພັນເປັນເວລາຫຼາຍປີ ໂດຍທີ່ Peng ບໍ່ມີຄວາມຍິນຍອມ. ຫຼັງຈາກຂ່າວນີ້ເຜີຍແຜ່ອອກໄປ Peng ກໍໄດ້ຫາຍຕົວໄປເປັນເວລາເກືອບ 1 ເດືອນ ເຮັດໃຫ້ຄົນທົ່ວໂລກ ແລະ ອົງກອນຕ່າງໆສະແດງຄວາມກັງວົນໃຈ ແລະເປັນຫ່ວງເຖິງຄວາມປອດໄພຂອງ Peng.

ຫຼ້າສຸດມື້ວານນີ້ Thomas Bach ປະທານຄະນະກໍາມະການໂອລິມປິກສາກົນ ຫຼື IOC ໄດ້ Video call ກັບ Peng Shui ຜູ້ທີ່ຕົກເປັນຂ່າວໃນຂະນະນີ້ ແລະ ອະນຸຍາດໃຫ້ມີການເຜີຍແຜ່ ພາບຕອນທີ່ Peng ກຳລັງ ໂອ້ລົມ ກັບ Bach ໃຫ້ກັບຫຼາຍໆຄົນທີ່ລໍຖ້າຫຼັກຖານຢັ້ງຢືນວ່າ Peng ປອດໄພດີຫຼັງຈາກຫາຍຕົວໄປເປັນເວລາຫຼາຍວັນ.

ເຊິ່ງການ Video call ນີ້ ເປັນຄັ້ງທຳອິດທີ່ຕິດຕໍ່ຫາ Peng ໂດຍກົງ, ຫຼັງຈາກທີ່ Peng ຂາດການຕິດຕໍ່ໄປເປັນເວລາດົນ. ການໂອ້ລົມໃນຄັ້ງນີ້ໄດ້ໃຊ້ເວລາໄປ 30 ນາທີ, ເຊິ່ງ Peng ໄດ້ບອກກັບທາງ IOC ວ່າ “ຂ້ອຍປອດໄພແລະສະບາຍດີ ແລະ ອາໄສຢູ່ທີ່ເຮືອນຂອງຂ້ອຍໃນນະຄອນປັກກິ່ງ, ທີ່ຫາຍຕົວໄປແມ່ນເພື່ອຕ້ອງການຄວາມເປັນສ່ວນຕົວ ແລະ ຂໍໃຫ້ທຸກຄົນເຄົາລົບຄວາມເປັນສ່ວນຕົວຂອງຂ້ອຍ ຕອນນີ້ຂ້ອຍມີຄວາມສຸກດີ ໃນການໃຊ້ເວລາກັບຄອບຄົວແລະໝູ່ສະໜິດ” ສ່ວນເລື່ອງເທນນິສເປັນສິ່ງທີ່ Peng ຮັກສະເໝີ ແລະ Peng ກໍຈະຫຼິ້ນເທນນິສຕໍ່ໄປ.

ນອກຈາກນີ້ IOC ຍັງໄດ້ບອກວ່າ Peng ຍອມຮັບຄຳເຊີນ ໄປຮັບປະທານອາຫານຄໍ່າກັບທາງ IOC ໃນເດືອນມັງກອນປີໜ້າ ເຊິ່ງກໍເປັນໄລຍະທີ່ IOC ມີແຜນຈະເດີນທາງໄປກຽມຕົວສຳລັບການແຂ່ງຂັນໂອລິມປິກລະດູໜາວທີ່ນະຄອນປັກກິ່ງພໍດີ.

ຢ່າງໃດກໍຕາມທາງ IOC ບໍ່ໄດ້ເປີດເຜີຍລາຍລະອຽດກ່ຽວກັບບົດສົນທະນາໄປຫຼາຍກວ່ານີ້ ເຮັດໃຫ້ຄົນທົ່ວໂລກທີ່ຕິດຕາມຂ່າວ Peng Shuai ຍັງບໍ່ປັກໃຈເຊື່ອ 100% ວ່າ Peng Shuai ມີອິດສະຫຼະແລະປອດໄພແທ້ຫຼືບໍ່. ລວມໄປເຖິງ Steve Simon ປະທານເຈົ້າໜ້າທີ່ບໍລິຫານຂອງສະມາຄົມນັກເທນນິສມືອາຊີບຍິງ ຫຼື WTA ໄດ້ກ່າວວ່າ ຍັງບໍ່ພຽງພໍທີ່ຈະບັນເທົາຫຼືແກ້ໄຂຄວາມກັງວົນໃຈຂອງ WTA.

Steve Simon ປະທານເຈົ້າໜ້າທີ່ບໍລິຫານຂອງສະມາຄົມນັກເທນນິສມືອາຊີບຍິງ

“ມັນເປັນເລື່ອງດີທີ່ໄດ້ເຫັນ Peng Shuai ໃນ Video call ຫຼ້າສຸດ ແຕ່ວ່າ Video Call ນັ້ນບໍ່ໄດ້ບັນເທົາຫຼືແກ້ໄຂຂໍ້ກັງວົນຂອງ WTA ກ່ຽວກັບສະຫວັດດີການແລະການສື່ສານຂອງ Peng ທີ່ບໍ່ໄດ້ມີການປິດບັງຫຼືຖືກບັງຄັບ” Simon ກ່າວ.

ນອກຈາກນີ້ Simon ຍັງໄດ້ຮຽກຮ້ອງໃຫ້ມີການພິສູດຫຼັກຖານທີ່ຊັດເຈນກວ່ານີ້ກ່ຽວກັບເສລີພາບຂອງ Peng ແລະ ໄດ້ສົ່ງຈົດໝາຍເຖິງນາງ Qin Gang ທູດຈີນປະຈຳສະຫະລັດອາເມຣິກາ ໂດຍ Simon ຂໍໃຫ້ Peng ໄດ້ຮັບອະນຸຍາດເດີນທາງອອກນອກປະເທດ ຫຼື ມີການສົນທະນາແບບເວົ້າສົດຜ່ານການປະຊຸມທາງໄກກັບ Simon ແລະ ຕ້ອງບໍ່ມີໃຜຢູ່ນຳ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/