ຜູ້ປູກສາລີ ໃນແຂວງ ໄຊຍະບູລີ ໄດ້ສະເໜີໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຊ່ວຍພວກເຂົາເຈລະຈາກັບ ຝ່າຍໄທ ເພື່ອໃຫ້ພວກເຂົາສາມາດຂາຍສາລີອົບແຫ້ງຂອງພວກເຂົາໄດ້ ຫຼັງລະດູເກັບກ່ຽວໃນເດືອນ ຕຸລາຂອງທຸກໆປີ.
ໃນໄລຍະທີ່ຜ່ານມາ ປົກກະຕິແລ້ວ ພໍ່ຄ້າໄທ ຈະຊື້ສາລີແຫ້ງ ຈາກແຂວງ ໄຊຍະບູລີ ແລະ ພາກສ່ວນອື່ນໆ ຂອງລາວ ໃນເດືອນກຸມພາ ທຸກໆປີ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ນໍາເຂົ້າ ແລະ ສົ່ງອອກ ຂອງແຂວງ. ແຕ່ເນື່ອງຈາກຊາວກະສິກອນປູກສາລີບາງຄົນທີ່ບໍ່ມີເຄື່ອງອົບແຫ້ງ ແລະ ສາງ ຈຶ່ງມັກຈະໄດ້ຮັບຜົນກະທົບຖ້າພວກເຂົາຕ້ອງລໍຖ້າຈົນຮອດເດືອນກຸມພາເພື່ອສົ່ງອອກພືດຂອງເຂົາເຈົ້າ.
ອຳນາດການປົກຄອງເມືອງ ໄດ້ລາຍງານຕໍ່ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ວ່າການປູກສາລີແມ່ນປູກຢູ່ໃນເມືອງບໍ່ແຕນ ໃນເນື້ອທີ່ເກືອບ 200 ເຮັກຕາ, ຜົນຜະລິດໄດ້ 60%. ນອກນັ້ນ, ຍັງໄດ້ປູກໃນເນື້ອທີ່ 260 ເຮັກຕາ ຢູ່ເມືອງແກ່ນທ້າວ, ເຊິ່ງສາມາດຜະລິດໄດ້ປະມານ 2,000 ໂຕນ.
ເຈົ້າໜ້າທີ່ ນໍາເຂົ້າ ແລະ ສົ່ງອອກ ກ່າວຕໍ່ສື່ມວນຊົນວ່າ: ຜູ້ປະກອບການ ແລະ ອໍານາດ ການປົກຄອງ ແຂວງ ໄດ້ສະເໜີ ເຈລະຈາ ໃນການສົ່ງອອກໃນເດືອນ ຕຸລາ ໄປຍັງ ກະຊວງ ທີ່ກ່ຽວຂ້ອງຂອງໄທ. ແຕ່ ລັດຖະບານໄທ ບໍ່ໄດ້ອະນຸຍາດໃຫ້ສົ່ງອອກ ຕາມທີ່ທາງການລາວ ສະເໜີມາ ເພາະຖືວ່າຕ້ອງການປົກປ້ອງຜົນປະໂຫຍດຂອງຊາວກະສິກອນໄທ.
ຊາວກະສິກອນຢູ່ແຂວງໄຊຍະບູລີ ສົ່ງອອກ 70% ຂອງຜົນຜະລິດໄປຈີນ, ໄທ ແລະ ຫວຽດນາມ, ສ່ວນທີ່ເຫຼືອແມ່ນສະໜອງໃຫ້ຕະຫຼາດພາຍໃນ.
ສາລີເປັນພືດປະເພດໜຶ່ງທີ່ລັດຖະບານລາວສົ່ງເສີມໃຫ້ຊາວກະສິກອນທ້ອງຖິ່ນ ໂດຍສະເພາະໃນເຂດພາກເໜືອຂອງປະເທດ. ໃນເມື່ອກ່ອນ, ສາລີແມ່ນປູກເພື່ອລ້ຽງສັດ. ແຕ່ພາຍຫຼັງລັດຖະບານໄດ້ເລີ່ມສົ່ງເສີມເປັນການປູກພືດທາງການຄ້າ.
ສາລີໄດ້ຖືກສົ່ງອອກ ແລະ ເຮັດໃຫ້ຊາວກະສິກອນຢູ່ເຂດຊົນນະບົດ ແລະ ເຂດພູດອຍທາງພາກເໜືອມີລາຍຮັບເພີ່ມຕື່ມ. ການສົ່ງອອກສາລີທີ່ເປັນທັນຍາຫານສົ່ງອອກຕົ້ນຕໍຂອງປະເທດຄາດຄະເນວ່າຈະບັນລຸ 150,000 ໂຕນ.
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/