“Cruel Summer” ຂອງ Taylor Swift ເມື່ອປີ 2019 ຂຶ້ນສູ່ອັນດັບ 1 ໃນ Billboard Hot 100


ສຳລັບນັກຮ້ອງສາວປາກແດງຢ່າງ Taylor Swift ຍັງຄົງເດີນໜ້າສ້າງປາກົດການຢ່າງຕໍ່ເນື່ອງ ແບບເອົາຫຍັງມາດຶງໄວ້ກໍບໍ່ຢູ່ ເພາະຫຼ້າສຸດເພງ “Cruel Summer” ຈາກອາລະບ້ຳ Lover’ ທີ່ອອກມາຕັ້ງແຕ່ປີ 2019 ໄດ້ຂຶ້ນສູ່ອັນດັນ 1 ເທິງ Billboard Hot 100 ໃນອາທິດຫຼ້າສຸດ.

ສືບເນື່ອງມາຈາກກະແສຂອງ ‘The Eras Tour’ ທີ່ໄດ້ໃຊ້ເພງນີ້ເພື່ອໂປຣໂໝດ ແລະ ຕັດອອກມາເປັນເພງທີ່ມີເວີຊັນ live ກັບ ອີກໜຶ່ງຣີມິກ ແຕ່ທີີ່ໜ້າຕື່ນເຕັ້ນໄປກວ່ານັ້ນຄືເພງ “Cruel Summer” ນີ້ເປັນເພງທີ່ບໍ່ໄດ້ມີ MV ປະກອບເພງເລີຍ.

ຫຼັງຈາກທີ່ທາງ Billboard ໄດ້ປ່ຽນກົດການຈັດອັນດັບໃໝ່ກໍເປັນເລື່ອງຍາກທີ່ຈະຂຶ້ນອັນດັບໜຶ່ງໂດຍບໍ່ຕ້ອງເພິ່ງພາ MV ແຕ່ສຳລັບເພງ  “Cruel Summer” ເປັນເພງອັນດັບ 1 ເພງທີີ 10 ຂອງ Taylor Swift ແລະ ອາດເວົ້າໄດ້ວ່ານີ້ແມ່ນອີກໜຶ່ງອິດທິພົນຂອງ Taylor Swift ທີ່ສາມາດສ້າງປາກົດການນີ້ໄດ້.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/