ລາຄາຫຼຽນ CYBER ເພີ່ມຂຶ້ນຫຼາຍກວ່າ 30% ຫຼັງຈາກທີ່ Binance ປະກາດຈະລົງທຶນເພີ່ມໃນໂຄງການ CyberConnect


CyberConnect (CYBER) ແມ່ນຫຼຽນ Social Network ແບບ Decentralized ໄດ້ມີລາຄາເພີ່ມຂຶຶ້ນຫຼາຍກວ່າ 30%, ຫຼັງຈາກທີ່ Binance Labs ເຊິ່ງເປັນບໍລິສັດຮຸ້ນສ່ວນມູນຄ່າ 9 ຕື້ໂດລາຂອງ Binance ແພລັດຟອມການຊື້ຂາຍ Crypto ທີ່ໃຫຍ່ທີ່ສຸດໃນໂລກ ໄດ້ປະກາດທີ່ຈະລົງທຶນເພີ່ມເຕີມໃນໂຄງການ CyberConnect.

ໂດຍລາຄາຂອງຫຼຽນ CYBER ນັ້ນໄດ້ເພີ່ມຂຶ້ນຈາກລະດັບ 5.05 ໂດລາໄປແຕະລະດັບ 6.35 ໂດລາໃນວັນພຸດທີ່ຜ່ານມາ ອີງຕາມຂໍ້ມູນ CoinGecko. ແຕ່ເຖິງແບບນັ້ນລາຄາຂອງຫຼຽນ CYBER ທີ່ໄດ້ເພີ່ມຂຶ້ນກໍຢູ່ຫ່າງໄກຈາກລະດັບສູງສຸດຕະຫຼອດການທີ່ເຄີຍເຮັດໄວ້ທີ່ລະດັບ 15 ໂດລາໃນເດືອນທີ່ຜ່ານມາ.

Binance Labs Fund ໄດ້ປະກາດລົງໃນແພລັດຟອມ X ວ່າ “Binance Labs ໄດ້ລົງທຶນໃນ CyberConnect ເພິ່ມເຕີມ, ເນື່ອງຈາກວ່າພວກເຮົາເຫັນສັກກະຍະພາບຂອງ SocialFi ໃນການເຮັດໃຫ້ເຕັກໂນໂລຊີ web3 ສາມາດເຂົ້າເຖິງໄດ້ງ່າຍຂຶ້ນ ແລະ ຜູ້ໃຊ້ທົ່ວໄປສາມາດໃຊ້ງານໄດ້”

Binance Labs ຍັງຄົງສືບຕໍ່ລົງທຶນໃນອຸດສາຫະກຳ crypto ແລະ ໃນເດືອນກໍລະກົດທີ່ຜ່ານມານີ້ Biance ກໍໄດ້ລົງທຶນ 15 ລ້ານໂດລາໃນ Xterio ທີ່ເປັນສະຕາດອັບເກມໃນ Web3. Binance ໄດ້ສະແດງໃຫ້ເຫັນເຖິງການເຕີບໂຕຂຶ້ນຢ່າງຊັດເຈນ, ໂດຍມູນຄ່າຂອງບໍລິສັດ Binance ໄດ້ເພີ່ມຂຶ້ນເປັນ 9 ຕື້ໂດລາຈາກ 7.5 ຕື້ໂດລາໃນປີທີ່ຜ່ານມາ.

SocialFi ເປັນ trend ຫຼ້າສຸດໃນອຸດສາຫະກຳ crypto, ໂດຍໂຄງການຍອດນິຍົມຂອງ SocialFi ລວມມີ FriendTech, PostTech ແລະ StarsArena.

ທາງບໍລິສັດ CyberConnect ຕ້ອງການທີ່ຈະຊ່ວຍໃຫ້ນັກພັດທະນາສາມາດສ້າງແອັບ social media ເຊິ່ງຊ່ວຍໃຫ້ຜູ້ໃຊ້ສາມາດເປັນເຈົ້າຂອງຕົນເອງ ລວມທັງຂໍ້ມູນປະຈຳຕົວເບບດິຈິຕອນ, ເນື້ອຫາ, ການເຊື່ອມຕໍ່ ແລະ ການຕິດຕໍ່ພົວພັນ ອີງຕາມຂໍ້ມູນຈາກເວັບໄຊຂອງບໍລິສັດ.

ທີ່ມາ:

theblock

binance

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/