ຜູ້ປູກສາລີ ໃນແຂວງໄຊຍະບູລີ ສະເໜີໃຫ້ລັດຖະບານ ຊ່ວຍເຈລະຈາກັບຝັ່ງໄທ ເພື່ອການສົ່ງອອກ


ຜູ້ປູກສາລີ ໃນແຂວງ ໄຊຍະບູລີ ໄດ້ສະເໜີໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຊ່ວຍພວກເຂົາເຈລະຈາກັບ ຝ່າຍໄທ ເພື່ອໃຫ້ພວກເຂົາສາມາດຂາຍສາລີອົບແຫ້ງຂອງພວກເຂົາໄດ້ ຫຼັງລະດູເກັບກ່ຽວໃນເດືອນ ຕຸລາຂອງທຸກໆປີ.

ໃນໄລຍະທີ່ຜ່ານມາ ປົກກະຕິແລ້ວ ພໍ່ຄ້າໄທ ຈະຊື້ສາລີແຫ້ງ ຈາກແຂວງ ໄຊຍະບູລີ ແລະ ພາກສ່ວນອື່ນໆ ຂອງລາວ ໃນເດືອນກຸມພາ ທຸກໆປີ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ ນໍາເຂົ້າ ແລະ ສົ່ງອອກ ຂອງແຂວງ. ແຕ່ເນື່ອງຈາກຊາວກະສິກອນປູກສາລີບາງຄົນທີ່ບໍ່ມີເຄື່ອງອົບແຫ້ງ ແລະ ສາງ ຈຶ່ງມັກຈະໄດ້ຮັບຜົນກະທົບຖ້າພວກເຂົາຕ້ອງລໍຖ້າຈົນຮອດເດືອນກຸມພາເພື່ອສົ່ງອອກພືດຂອງເຂົາເຈົ້າ.

ອຳນາດການປົກຄອງເມືອງ ໄດ້ລາຍງານຕໍ່ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ວ່າການປູກສາລີແມ່ນປູກຢູ່ໃນເມືອງບໍ່ແຕນ ໃນເນື້ອທີ່ເກືອບ 200 ເຮັກຕາ, ຜົນຜະລິດໄດ້ 60%. ນອກນັ້ນ, ຍັງໄດ້ປູກໃນເນື້ອທີ່ 260 ເຮັກຕາ ຢູ່ເມືອງແກ່ນທ້າວ, ເຊິ່ງສາມາດຜະລິດໄດ້ປະມານ 2,000 ໂຕນ.

ເຈົ້າໜ້າທີ່ ນໍາເຂົ້າ ແລະ ສົ່ງອອກ ກ່າວຕໍ່ສື່ມວນຊົນວ່າ: ຜູ້ປະກອບການ ແລະ ອໍານາດ ການປົກຄອງ ແຂວງ ໄດ້ສະເໜີ ເຈລະຈາ ໃນການສົ່ງອອກໃນເດືອນ ຕຸລາ ໄປຍັງ ກະຊວງ ທີ່ກ່ຽວຂ້ອງຂອງໄທ. ແຕ່ ລັດຖະບານໄທ ບໍ່ໄດ້ອະນຸຍາດໃຫ້ສົ່ງອອກ ຕາມທີ່ທາງການລາວ ສະເໜີມາ ເພາະຖືວ່າຕ້ອງການປົກປ້ອງຜົນປະໂຫຍດຂອງຊາວກະສິກອນໄທ.

ຊາວກະສິກອນຢູ່ແຂວງໄຊຍະບູລີ ສົ່ງອອກ 70% ຂອງຜົນຜະລິດໄປຈີນ, ໄທ ແລະ ຫວຽດນາມ, ສ່ວນທີ່ເຫຼືອແມ່ນສະໜອງໃຫ້ຕະຫຼາດພາຍໃນ.

ສາລີເປັນພືດປະເພດໜຶ່ງທີ່ລັດຖະບານລາວສົ່ງເສີມໃຫ້ຊາວກະສິກອນທ້ອງຖິ່ນ ໂດຍສະເພາະໃນເຂດພາກເໜືອຂອງປະເທດ. ໃນເມື່ອກ່ອນ, ສາລີແມ່ນປູກເພື່ອລ້ຽງສັດ. ​ແຕ່​ພາຍຫຼັງ​ລັດຖະບານ​ໄດ້​ເລີ່​ມສົ່ງ​ເສີມ​ເປັນ​ການ​ປູກ​ພືດ​ທາງ​ການ​ຄ້າ.

ສາລີ​ໄດ້​ຖືກ​ສົ່ງ​ອອກ ​ແລະ ​ເຮັດ​ໃຫ້​ຊາວ​ກະສິກອນ​ຢູ່​ເຂດ​ຊົນນະບົດ ​ແລະ ​ເຂດ​ພູດ​ອຍ​ທາງ​ພາກ​ເໜືອ​ມີ​ລາຍ​ຮັບ​ເພີ່ມ​ຕື່ມ. ການ​ສົ່ງ​ອອກ​ສາລີ​ທີ່​ເປັນ​ທັນ​ຍາ​ຫານ​ສົ່ງ​ອອກ​ຕົ້ນຕໍ​ຂອງ​ປະ​ເທດ​ຄາດ​ຄະ​ເນ​ວ່າ​ຈະ​ບັນລຸ 150,000 ​ໂຕນ.

http://www.vientianetimes.org.la/sub-new/Business/Business_209Xayaboury_23.php?fbclid=IwAR1Ibq72DKH94x8cpROlzRi95gCj5gBgR6XNRagCCr_yOqC_9UhVzmp-rAk

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/