ນັກວິທະຍາສາດຈາກ MIT ປ່ຽນຖົງຢາງພລາສຕິກມາເປັນຜ້າ ສາມາດນຳກັບມາຣີໄຊເຄິນໄດ້ ເພື່ອຫວັງຈະລົດມົນລະພິດຂີ້ເຫຍື້ອ


ຖົງຢາງພລາສຕິກ ຍັງເປັນອັນດັບໜຶ່ງໃນບັນຫາມົນລະພິດທາງຂີ້ເຫຍື້ອທີ່ຍ່ອຍສະຫຼາຍໄດ້ຍາກ ມັນສ້າງຄວາມເສຍຫາຍໃຫ້ແກ່ສິ່ງແວດລ້ອມ ແລະ ລະບົບນິເວດຢ່າງມະຫາສານ ເພາະຖົງຢາງພວກນີ້ໃຊ້ເທື່ອດຽວແລ້ວຖິ້ມ ເຮັດໃຫ້ເກີດຂີ້ເຫຍື້ອຈຳນວນມະຫານສານໃນແຕ່ລະມື້. ເຖິງວ່າປັດຈຸບັນຄົນເລີ່ມຫັນມາໃຫ້ຄວາມສຳຄັນກັບບັນຫານີ້ ແລະ ຫັນມາໂຄສະນາການໃຊ້ຖົງຜ້າຫຼາຍຂຶ້ນ ແຕ່ຂີ້ເຫຍື້ອຖົງຢາງພລາສຕິກກໍຍັງບໍ່ໄດ້ລົດລົງຫຼາຍເລີຍ ຂີ້ເຫຍື້ອທີ່ຖືກຖິ້ມໄປແລ້ວກໍຍັງຕົກຄ້າງຢູ່ກັບສິ່ງແວດລ້ອມ.

ໃນທີ່ສຸດ ນະວັດຕະກຳໃໝ່ທີ່ເປັນອີກໜຶ່ງຄວາມຫວັງຂອງການລົດປະລິມານຂີ້ເຫຍື້ອຖົງຢາງພລາສຕິກກໍເກີດຂຶ້ນ ເມື່ອນັກວິທະຍາສາດກໍໄດ້ຫາວິທີທາງເຮັດຜ້າທີ່ມາຈາກໂພລີທີນ (Polythene) ເຊິ່ງເປັນພລາສຕິກທີ່ສາມາດພົບໄດ້ທົ່ວໄປໃນຖົງຢາງພລາສຕິກ ຫຼື ພລາສຕິກຊະນິດອື່ນໆ,​ ນອກຈາກຈະລົດປະລິມານຂີ້ເຫຍື້ອພລາສຕິກແລ້ວ ຍັງຊ່ວຍໃຫ້ວົງການອຸດສາຫະກຳແຟຊັນມີຄວາມຍືນຍົງຂຶ້ນຕື່ມອີກ.

Dr Svetlana Boriskina ຈາກມະຫາວິທະຍາໄລ MIT ປະເທດສະຫະລັດອາເມຣິກາ ໄດ້ລະບຸວ່າ: ຖົງຢາງພລາສຕິກເຫຼົ່ານີ້ສາມາດກາຍມາເປັນຜ້າທີ່ມີປະສິດທິພາບສູງທີ່ມາກັບຄ່າ Carbon Footprint ທີ່ຕ່ຳ. ນອກຈາກນີ້ມັນຍັງສາມາດເອົາມາຣີໄຊເຄິນໄດ້ເລື້ອຍໆ ເພາະວ່າມັນເຮັດມາຈາກພລາສຕິກຊະນິດດຽວ ແລະ ສາມາດເອົາມັນມາຊັກລ້າງທຳຄວາມສະອາດໄດ້ດ້ວຍນ້ຳເຢັນ.

ຜ້າພລາສຕິກທີ່ເຮັດມາຈາກເສັ້ນໃຍໂພລີທີນ ຈະທໍມາຈາກເຄື່ອງທໍອຸດສາຫະກຳທີ່ຖືກອອກແບບມາເພື່ອເຮັດໃຫ້ເຄື່ອງໃສ່ສະບາຍ,​ ທີ່ສຳຄັນແມ່ນ ເສັ້ນໃຍເຫຼົ່ານັ້ນອອກແບບມາເພື່ອຖ່າຍເທນ້ຳໄດ້ດີກວ່າການກັກເກັບນ້ຳ ຜ້າດັ່ງກ່າວຈຶ່ງເໝາະກັບເຄື່ອງນຸ່ງຫຼາຍຮູບແບບ ຕັ້ງແຕ່ເຄື່ອງນຸ່ງກິລາ ຈົນຮອດຊຸດອະວະກາດທີ່ມີປະສິດທິພາບສູງ ໂດຍມີການອອກແບບມາໃຫ້ມັນສາມາດປ້ອງກັນລັງສີຄອສມິກໄດ້.

ຢ່າງໃດກໍຕາມ Dr. Mark Sumner ຈາກມະຫາວິທະຍາໄລ Leed ໄດ້ກ່າວອີກມຸມໜຶ່ງວ່າ ການທີ່ຈະໃຊ້ຜ້າພລາສຕິກອາດຈະຕ້ອງລໍຖ້າເບິ່ງກ່ອນວ່າມັນຈະມີປະສິດທິພາບຫຼືບໍ່ ເພາະວ່າອຸນຫະພູມຫຼອມລະລາຍຂອງພລາສຕິກໂພລີທີນນັ້ນຍັງຈຳກັດຕໍ່ການໃຊ້ງານເປັນສິ່ງທໍ ແລະ ມັນກໍດູດຊັບຄວາມຊຸ່ມໄດ້ຕ່ຳ ແລະ ເວລາໃສ່ອາດຈະບໍ່ສະບາຍຕົວຄືທີ່ຄິດ ເຖິງມັນຈະເປັນມິດກັບສິ່ງແວດລ້ອມກໍຕາມ.

ນັບວ່າເປັນອີກບາດກ້າວຂອງວົງການວິທະຍາສາດສິ່ງແວດລ້ອມເລີຍກໍວ່າໄດ້ ເປັນອີກຄວາມຫວັງທີ່ຈະລົດປະລິມານຂີ້ເຫຍື້ອພລາສຕິກລົງ ແລະ ເອົາຂີ້ເຫຍື້ອເຫຼົ່ານັ້ນມາຣີໄຊເຄິນໃຫ້ເປັນສິ່ງທີ່ມີປະໂຫຍດຕໍ່ອຸດສາຫະກຳແຟຊັນໃນອະນາຄົດ.

ຂອບໃຈຂໍ້ມູນຈາກ:
https://news.mit.edu/2021/plastic-bags-recycle-fabrics-0315?fbclid=IwAR0P6HLMajAcxm3QZ4YrIr06p_bSLlnaHZa_Q6Nu6ZkKeBpIlomHKfpBf9w
https://www.bbc.com/news/science-environment-56404803?fbclid=IwAR1kYohaNQxPnYkS_fNI1lHLth9bUU89d9we9slwjuvWdyBjB4C6ms24gpo
https://www.facebook.com/environman.th/posts/3519796784815410