ນັກວິທະຍາສາດພົບແບັກທີເຣຍຊະນິດໃໝ່ເທິງສະຖານີອະວະກາດນານາຊາດ ທີ່ອາດຈະຊ່ວຍໃຫ້ປູກພືດເທິງອະວະກາດໄດ້


ແບັກທີເຣຍ (bacteria) ສິ່ງທີ່ມີຊີວິດຂະໜາດນ້ອຍຫຼາຍຈົນເບິ່ງດ້ວຍຕາເປົ່າບໍ່ເຫັນ ມີຢູ່ທົ່ວໄປໃນສິ່ງແວດລ້ອມ,​ ແບັກທີເຣຍບາງຊະນິດສາມາດເຮັດໃຫ້ເກີດໂຣກໃນມະນຸດໄດ້ ແຕ່ແບັກທີເຣຍບາງຊະນິດກໍມີປະໂຫຍດຕໍ່ຮ່າງກາຍມະນຸດຫຼາຍ, ບາງຊະນິດກໍຊ່ວຍໃນເລື່ອງຕ່າງໆ ເຊັ່ນດຽວກັບຊະນິດທີ່ນັກວິທະຍາສາດພົບຫຼ້າສຸດ ຢູ່ເທິງສະຖານີອະວະກາດນານາຊາດ International Space Station (ISS) ເຊິ່ງອາດຈະສາມາດຊ່ວຍໃນການປູກພືດເທິງອະວະກາດໄດ້.

ນັກວິທະຍາສາດໄດ້ພົບແບັກທີເຣຍ 4 ຊະນິດເທິງສະຖານີອະວະກາດ, 1 ຊະນິດເປັນສາຍພັນໃນຕະກູນ Methylobacteriaceae ອີກ 3 ຊະນິດເປັນສາຍພັນໃໝ່ທີ່ບໍ່ຮູ້ຈັກມາກ່ອນ ຈາກການວິເຄາະກຳມະພັນ ນັກວິທະຍາສາດພົບວ່າມັນມີຄວາມໃກ້ຄຽງກັບສາຍພັນແບັກທີເຣຍ Methylobacterium indicum. ການຄົ້ນພົບດັ່ງກ່າວ ໄດ້ຖືກຕີພິມລົງວາລະສານ Frontiers in Microbiology ທີ່ຊີ້ວ່າ ມັນອາດຈະເປັນປະໂຫຍດໃນການປູກພືດສຳລັບພາລະກິດເທິງອະວະກາດໃນອະນາຄົດ.

ຢ່າງໃດກໍຕາມ ນັກວິທະຍາສາດໄດ້ບອກວ່າພວກເຂົາຕ້ອງທົດລອງແບັກທີເຣຍເຫຼົ່ານີ້ ເພື່ອທົດສອບທິດສະດີຂອງພວກເຂົາ ຫຼັງຈາກນັ້ນຈຶ່ງຈະບອກໄດ້ວ່າພວກມັນມີຄຸນສົມບັດແນວໃດ.

ນອກຈາກແບັກທີເຣຍເຫຼົ່ານີ້ແລ້ວ ຍັງມີຕົວຢ່າງອີກຫຼາຍຮ້ອຍພັນທີ່ກຳລັງລໍຖ້າການຂົນສົ່ງກັບມາສູ່ໂລກ ແລະ ເຮັດການວິເຄາະ ເຊິ່ງມີຄວາມເປັນໄປໄດ້ວ່າອາດຈະພົບແບັກທີເຣຍຊະນິດໃໝ່ເພີ່ມອີກ.

ຂອບໃຈຂໍ້ມູນຈາກ:
https://edition.cnn.com/2021/03/16/world/international-space-station-microbes-scn-trnd/index.html?fbclid=IwAR2jDpc7J9i-uXh5fOWb0EXbxbSA4kUEZu1YyXUCtRUqxvlW3Zy-_amoakQ
https://www.nasa.gov/content/growing-plants-in-space

ຂ່າວທັງໝົດ lao : https://laox.la/all-posts/