ຈີນ ແລະ ຊາອຸດີອາຣະເບຍເຊິ່ງເປັນໜຶ່ງໃນສະມາຊິກ BRICS ກຳລັງເທຂາຍພັນທະບັດລັດຖະບານຂອງສະຫະລັດເປັນມູນຄ່າກວ່າ 114 ຕື້ໂດລາ. ໂດຍຕົວເລກຈາກກະຊວງການຄັງໄດ້ສະແດງໃຫ້ເຫັນວ່າຈີນກຳລັງລົດການຖືຄອງພັນທະບັດລັດຖະບານຂອງສະຫະລັດຈາກ 938.8 ຕື້ໃນເດືອນມິຖຸນາ ປີ 2020 ໂດຍເຫຼືອພຽງ 835 ຕື້ໂດລາໃນເດືອນມິຖຸນາ ປີ 2023, ເຊິ່ງຫຼຸດລົງເຖິງ 103.4 ຕື້ໂດລາ. ເຖິງແມ່ນວ່າຈີນນັ້ນຈະເທຂາຍພັນທະບັດລັດຖະບານຂອງສະຫະລັດເປັນຈຳນວນຫຼາຍໃນປີທີ່ຜ່ານມາ ແຕ່ຈີນກໍຍັງຄົງເປັນໜຶ່ງໃນເຈົ້າໜີ້ລາຍໃຫຍ່ທີ່ສຸດຂອງສະຫະລັດຮອງຈາກປະເທດຍີ່ປຸ່ນທີ່ຖືຄອງໄວ້ທີ່ 1.105 ພັນຕື້ໂດລາ.
ໃນສ່ວນຂອງຊາອຸດີອາຣະເບຍ ກໍໄດ້ລົດການຖືຄອງໜີ້ສະຫະລັດລົງເຖິງ 11,1 ຕື້ໂດລາຈາກ 119 ຕື້ໂດລາເຫຼືອ 108 ຕື້ໂດລາໃນເວລາດຽວກັບຈີນ.
ທັງນີ້ ການລົດລົງຂອງການຖືຄອງພັນທະບັດຂອງສອງປະເທດໃນກຸ່ມ BRICS ນັ້ນຖືເປັນສັນຍານໃໝ່ຂອງການໂຄ່ນລົ້ມອຳນາດເງິນໂດລາສະຫະລັດ.
Ziad Daoud ຫົວໜ້າພະແນກເສດຖະກິດຂອງ Bloomberg ກ່າວວ່າ ການເຄື່ອນໄຫວຂອງຊາອຸດີອາຣະເບຍອາດສົ່ງຜົນກະທົບຕໍ່ການປັບອັດຕາດອກເບ້ຍຂຶ້ນຂອງ FED.
ໃນຂະນະທີ່ຈີນ ແລະ ຊາອຸດີອາຣະເບຍເທຂາຍພັນທະບັດຂອງລັດຖະບານສະຫະລັດ, ປະເທດອື່ນໆໃນກຸ່ມ BRICS ກໍໄດ້ເພີ່ມການຖືຄອງພັນທະບັດລັດຖະບານຂອງສະຫະລັດໃນປະເທດຂອງຕົນ. ໂດຍອິນເດຍໄດ້ຖືຄອງພັນທະບັດຂອງສະຫະລັດເພີ່ມຂຶ້ນ 26.6 ຕື້ໂດລາໃນລະຫວ່າງເດືອນມິຖຸນາ ປີ 2022 ຫາເດືອນມິຖຸນາ ປີ 2023 ແລະໃນໄລຍະ 12 ເດືອນທີ່ຜ່ານມາ ສະຫະລັດອາຣັບເອມິເຣດ ແລະ ບຣາຊິວໄດ້ຖືຄອງເພີ່ມຂຶ້ນ 25.1 ຕື້ໂດລາ ແລະ 1.3 ຕື້ໂດລາ ຕາມລໍາດັບ.
ທີ່ມາ:
ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/