ຈີນ ແລະ ຊາ​ອຸ​ດີອາ​ຣະ​ເບຍເທຂາຍພັນທະບັດລັດຖະບານຂອງສະຫະລັດທີ່ຖືຄອງຢູ່ລວມເປັນມູນຄ່າຫຼາຍກວ່າ 114 ຕື້ໂດລາ


ຈີນ ແລະ ຊາ​ອຸ​ດີ​ອາ​ຣະ​ເບຍເຊິ່ງເປັນໜຶ່ງໃນສະມາຊິກ BRICS ກຳລັງເທຂາຍພັນທະບັດລັດຖະບານຂອງສະຫະລັດເປັນມູນຄ່າກວ່າ 114 ຕື້ໂດລາ. ໂດຍຕົວເລກຈາກກະຊວງການຄັງໄດ້ສະແດງໃຫ້ເຫັນວ່າຈີນກຳລັງລົດການຖືຄອງພັນທະບັດລັດຖະບານຂອງສະຫະລັດຈາກ 938.8 ຕື້ໃນເດືອນມິຖຸນາ ປີ 2020 ໂດຍເຫຼືອພຽງ 835 ຕື້ໂດລາໃນເດືອນມິຖຸນາ ປີ 2023, ເຊິ່ງຫຼຸດລົງເຖິງ 103.4 ຕື້ໂດລາ. ເຖິງແມ່ນວ່າຈີນນັ້ນຈະເທຂາຍພັນທະບັດລັດຖະບານຂອງສະຫະລັດເປັນຈຳນວນຫຼາຍໃນປີທີ່ຜ່ານມາ ແຕ່ຈີນກໍຍັງຄົງເປັນໜຶ່ງໃນເຈົ້າໜີ້ລາຍໃຫຍ່ທີ່ສຸດຂອງສະຫະລັດຮອງຈາກປະເທດຍີ່ປຸ່ນທີ່ຖືຄອງໄວ້ທີ່ 1.105 ພັນຕື້ໂດລາ.

ໃນສ່ວນຂອງຊາ​ອຸ​ດີ​ອາ​ຣະ​ເບຍ ກໍໄດ້ລົດການຖືຄອງໜີ້ສະຫະລັດລົງເຖິງ 11,1 ຕື້ໂດລາຈາກ 119 ຕື້ໂດລາເຫຼືອ 108 ຕື້ໂດລາໃນເວລາດຽວກັບຈີນ.

ທັງນີ້ ການລົດລົງຂອງການຖືຄອງພັນທະບັດຂອງສອງປະເທດໃນກຸ່ມ BRICS ນັ້ນຖືເປັນສັນຍານໃໝ່ຂອງການໂຄ່ນລົ້ມອຳນາດເງິນໂດລາສະຫະລັດ.

Ziad Daoud ຫົວໜ້າພະແນກເສດຖະກິດຂອງ Bloomberg ກ່າວວ່າ ການເຄື່ອນໄຫວຂອງຊາ​ອຸ​ດີອາ​ຣະ​ເບຍອາດສົ່ງຜົນກະທົບຕໍ່ການປັບອັດຕາດອກເບ້ຍຂຶ້ນຂອງ FED.

ໃນຂະນະທີ່ຈີນ ແລະ ຊາ​ອຸ​ດີ​ອາ​ຣະ​ເບຍເທຂາຍພັນທະບັດຂອງລັດຖະບານສະຫະລັດ, ປະເທດອື່ນໆໃນກຸ່ມ BRICS ກໍໄດ້ເພີ່ມການຖືຄອງພັນທະບັດລັດຖະບານຂອງສະຫະລັດໃນປະເທດຂອງຕົນ. ໂດຍອິນເດຍໄດ້ຖືຄອງພັນທະບັດຂອງສະຫະລັດເພີ່ມຂຶ້ນ 26.6 ຕື້ໂດລາໃນລະຫວ່າງເດືອນມິຖຸນາ ປີ 2022 ຫາເດືອນມິຖຸນາ ປີ 2023 ແລະໃນໄລຍະ 12 ເດືອນທີ່ຜ່ານມາ ສະຫະລັດອາຣັບເອມິເຣດ ແລະ ບຣາຊິວໄດ້ຖືຄອງເພີ່ມຂຶ້ນ 25.1 ຕື້ໂດລາ ແລະ 1.3 ຕື້ໂດລາ ຕາມລໍາດັບ.

ທີ່ມາ:

dailyhodl

ticdata

bloomberg

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/