Fed ຍັງຄົງອັດຕາດອກເບ້ຍໄວ້ທີ່ 5.25% – 5.50% ແລະ ຈະບໍ່ຫຼຸດລົງ ຈົນກວ່າຈະໝັ້ນໃຈວ່າສາມາດຄວບຄຸມ “ອັດຕາເງິນເຟີ້” ໄດ້


ຄະນະກໍາມະການກຳນົດນະໂຍບາຍການເງິນ (FOMC) ຂອງລັດຖະບານກາງສະຫະລັດ (Fed) ໄດ້ຕັດສິນໃຈຮັກສາອັດຕາດອກເບ້ຍໄລຍະສັ້ນໄວ້ຢູ່ທີ່ 5.25-5.50% ໃນກອງປະຊຸມຂອງຕົນໃນມື້ນີ້. ໂດຍເນັ້ນໜັກວ່າຈະບໍ່ຫຼຸດອັດຕາດອກເບ້ຍຈົນກ່ວາຈະໝັ້ນໃຈວ່າສາມາດຄວບຄຸມ “ອັດຕາເງິນເຟີ້” ໃຫ້ຢູ່ໃນລະດັບເປົ້າໝາຍ +2% ໄດ້. ເຊິ່ງການຕັດສິນໃຈໃນຄັ້ງນີ້ໄດ້​ສ້າງ​ຄວາມ​ກັງວົນໃຫ້ກັບ​ນັກ​ລົງ​ທຶນ​ໃນ​ທົ່ວ​ໂລກ ສົ່ງຜົນໃຫ້ຕະຫຼາດຫຼັກຊັບທົ່ວໂລກປັບຕົວຫຼຸດລົງ ແລະ ເງິນໂດລາແຂງຄ່າຂຶ້ນ.

ການປະກາດຮັກສາອັດຕາດອກເບ້ຍດັ່ງກ່າວ ໄດ້ເປັນໄປຕາມການຄາດການໄວ້ຂອງຕະຫຼາດ ແລະ ເປັນການຄົງອັດຕາດອກເບ້ຍໄວ້ຄັ້ງທີ 6 ຕິດຕໍ່ກັນ, ຫຼັງຈາກທີ່ Fed ປັບອັດຕາດອກເບ້ຍໄດ້​ຂຶ້ນ 11 ​ຄັ້ງນັບ​ແຕ່​ການ​ເລີ່​ມຕົ້ນ​ຂອງ​ວົງ​ຈອນ​ການ​ຂຶ້ນ​ອັດຕາ​ດອກ​ເບ້ຍ​ໃນ​ເດືອນ 3/2022. ສົ່ງຜົນໃຫ້ Fed ປັບຂຶ້ນອັດຕາດອກເບ້ຍລວມ 5.25%.

ນອກຈາກນັ້ນ, Fed ໄດ້ປະກາດຊະລໍການໃຊ້ມາດຕະການປັບຫຼຸດວົງເງິນມາດຕະການ Quantitative Tightening (QT) ລົງໃນເດືອນມິຖຸນາຈາກ 60 ຕື້ໂດລາໃຫ້ເຫຼືອພຽງ 25 ຕື້ໂດລາ. ໃນຂະນະທີ່ຕາສານໜີ້ທີ່ມີສິນເຊື່ອທີ່ຢູ່ເປັນອາໄສເປັນຫຼັກຄໍ້າປະກັນ (MBS) ຈະຍັງຄົງລະດັບເກົ່າບໍ່ປ່ຽນແປງທີ່ 25 ຕື້ໂດລາຕໍ່ເດືອນ.

QT ແມ່ນເຄື່ອງມືທີ່ Fed ໃຊ້ເພື່ອຫຼຸດຜ່ອນປະລິມານເງິນໃນລະບົບ. ໂດຍ Fed ໄດ້ເລີ່ມໃຊ້ QT ໃນປີ 2022 ເພື່ອຕໍ່ສູ້ກັບອັດຕາເງິນເຟີ້. ດັ່ງນັ້ນ, ການປັບຫຼຸດລົງ QT ເປັນສັນຍານບອກວ່າ Fed ກໍາລັງເລີ່ມຕົ້ນທີ່ຈະຜ່ອນຄາຍນະໂຍບາຍການເງິນລົງເລັກນ້ອຍ.

ຢ່າງໃດກໍຕາມ, ນັກລົງທຶນຄວນຕິດຕາມສະຖານະການເສດຖະກິດ ແລະ ນະໂຍບາຍການເງິນຂອງ Fed ຢ່າງໃກ້ຊິດ. ເພື່ອທີ່ຈະບໍ່ພາດຂ່າວສານ ແລະ ຫຼຸດຜ່ອນຄວາມສ່ຽງໃນການລົງທຶນ.

ທີ່ມາ:

bangkokbiznews

 barrons

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/