WHO ຕັ້ງຊື່ໄວຣັສ Covid-19 ສາຍພັນໃໝ່ທີ່ໜ້າກັງວົນຕໍ່ຈາກ Delta ວ່າ Omicron


ອົງການອະນາໄມໂລກປະກາດຊື່ທາງການສຳລັບເຊື້ອໄວຣັສ Covid-19 ສາຍພັນໃໝ່ ທີ່ກຳລັງເປັນທີ່ກັງວົນຕໍ່ຈາກສາຍພັນ Delta ວ່າ ໂອໄມຄຣອນ (Omicron)

ສາຍພັນໂອໄມຄຣອນ ຫຼື B.1.1.529 ໄດ້ມີການລະບຸຄັ້ງທຳອິດໃນວັນທີ 24 ພະຈິກທີ່ປະເທດອາຟຣິກາໃຕ້, ນອກຈາກນີ້ຍັງຖືກພົບທີ່ ບັອດສວານາ, ເບລຢຽມ, ຮົງກົງ ແລະ ອິດສະຣາເອລ. ໃນວັນສຸກທີ່ຜ່ານມາ, ທາງອົງການອະນາໄມໂລກກໍໄດ້ໍຈຳນວນກໍລະນີຜູ້ຕິດເຊື້ອຈາກໄວຣັສສາຍພັນດັ່ງກ່າວນີ້ແມ່ນເພີ່ມຂຶ້ນເກືອບກວມທົ່ວທຸກແຂວງໃນອາຟຣິກາໃຕ້ແລ້ວ. ເນື່ອງຈາກວ່າມັນມີຈຳນວນຕົວເລກການກາຍພັນມາຫຼວງຫຼາຍ ເຊິ່ງສ້າງຄວາມກັງວົນໃຫ້ກັບທາງອົງການ ຮັບຜິດຊອບຕໍ່ຄວາມສ່ຽງໃນການຕິດເຊື້ອ.

ກ່ອນໜ້ານີ້ພວກເຂົາໄດ້ມີການຕັ້ງຊື່ມັນວ່າ “Nu” ແຕ່ກໍໄດ້ມີການປ່ຽນຊື່ຫຼັງພິຈາລະນາເຖິງການເອີ້ນຊື່ດັ່ງກ່າວ. ພ້ອມທັງຍັງມີການຖົກຖຽງກັນເຖິງການອອກສຽງທີ່ຖືກຕ້ອງຕາມອັກສອນພາສາກຣີກ. ຈຶ່ງໄດ້ຕັດສິນໃຈປ່ຽນເປັນ ໂອໄມຄຣອນ ຕັ້ງແຕ່ອາທິດນີ້ໄປ.

ມັນເປັນເລື່ອງປົກກະຕິທີ່ເຊື້ອໄວຣັສຈະມີການປ່ຽນແປງ, ກາຍພັນໄປຕາມເວລາ. ພາຍໃນໄລຍະບໍ່ດົນມານີ້ກໍໄດ້ຄົ້ນພົບຫຼາກຫຼາຍສາຍພັນທີ່ເພີ່ມຂຶ້ນມາຢູ່ເລື້ອຍໆ. ແຕ່ວ່າສາຍພັນທີ່ຈະສ້າງຄວາມກັງວົນ ແລະ ຕ້ອງໄດ້ຮັບເຝົ້າສັງເກດນັ້ນ ກໍຕໍ່ເມື່ອໄວຣັສໄດ້ກາຍພັນຈົນສາມາດສົ່ງຜົນກະທົບເຊັ່ນ ການສົ່ງຕໍ່ເຊື້ອ ຫຼື ເຊື້ອທີ່ສາມາດມີຜົນຕໍ່ວັກຊີນໄດ້.

ດ້ວຍເຫດນັ້ນເອງ, ຈຶ່ງໄດ້ມີການປະກາດໃຫ້ຮີບດ່ວນໃນການຕັ້ງມາດຕະການໃນການເດີນທາງເຂົ້າອອກປະເທດ. ເຊິ່ງທາງ ສະຫະລາຊະອານາຈັກ, ສະຫະລັດອາເມຣິກາ ແລະ ສະຫະພາບຢູໂຣບໄດ້ມີການວາງມາດຕະການຮຽບຮ້ອຍແລ້ວ. ຕາມມາດ້ວຍຍີ່ປຸ່ນທີ່ປະກາດໃນວັນເສົານີ້ ວ່າຜູ້ທີ່ເດີນທາງຈາກອາຟຣິກາໃຕ້ຈະຕ້ອງໄດ້ມີການກັກຕົວ 10 ມື້ ແລະ ກວດຫາເຊື້ອ 4 ຄັ້ງໃນໄລຍະການກັກຕົວ. ສ່ວນອິນເດຍແມ່ນໄດ້ມີການສັ່ງກວດກາຢ່າງເຄັ່ງຄັດ ພ້ອມທັງກວດຫາເຊື້ອໃຫ້ແກ່ຜູ້ທີ່ເດີນທາງມາຈາກອາຟຣິກາໃຕ້, ບັອດສວານາ ແລະ ຮົງກົງ. ອິຣານເອງກໍແບນຜູ້ທີ່ເດີນທາງຈາກ 6 ປະເທດໃນທະວີບອາຟຣິກາ ເຊິ່ງລວມປະເທດອາຟຣິກາໃຕ້. ສ່ວນປະຊາຊົນອິຣານທີ່ເດີນທາງກັບມາຈາກກຸ່ມປະເທດດັ່ງກ່າວແມ່ນຈະຕ້ອງໄດ້ມີການກັກຕົວກວດຫາເຊື້ອສອງຄັ້ງ. ຫຼ້າສຸດ, ປະເທດບຣາຊິວເອງກໍໄດ້ປະກາດມາດຕະການຕໍ່ຜູ້ເດີນທາງເຂົ້າມາຈາກ 6 ປະເທດໃນທະວີບອາຟຣິກາ.

ລັດຖະມົນຕີກະຊວງສາທາລະນະສຸກຂອງປະເທດອາຟຣິກາໃຕ້ໄດ້ອອກມາສະແດງຄວາມຄິດເຫັນຕໍ່ມາດຕະການໃນການເດີນທາງຂອງບັນດາປະເທດວ່າເກີນມາດຕະຖານທີ່ທາງອົງການອະນາໄມໂລກໄດ້ແນະນຳໄວ້. ເຖິງຢ່າງນັ້ນ, ຈຳນວນຜຸ້ໄດ້ຮັບວັກຊີນຄົບໂດສໃນປະເທດອາຟຣິການັ້ນມີພຽງ 24% ຂອງປະຊາກອນ ເຊິ່ງອາດເປັນໜຶ່ງໃນປັດໄຈຂອງການກະຈາຍເຊື້ອຢ່າງໄວວານີ້.

ນອກຈາກອາຟຣິກາໃຕ້, ບັອດສວານາ ແລະ ຮົງກົງແລ້ວ ກໍໄດ້ມີການຕິດເຊື້ອທີ່ເບລຢຽມ ເຊິ່ງທາງສູນການປ້ອງກັນ ແລະ ຄວບຄຸມເຊື້ອພະຍາດໃນຢູໂຣບ (European Centre for Disease Prevention and Control) ກໍໄດ້ອອກມາໃຫ້ຄຳເຫັນວ່າມີຄວາມເປັນໄປໄດ້ສູງ ເຖິງສູງຫຼາຍ ວ່າສາຍພັນໂອໄມຄຣອນນີ້ຈະລະບາດທົ່ວຢູໂຣບ.

ທາງອົງການອະນາໄມໂລກບອກວ່າຈະຕ້ອງໃຊ້ເວລາສອງສາມອາທິດໃນການສຶກສາເພື່ອໃຫ້ເຂົ້າໃຈສາຍພັນໃໝ່ດັ່ງກ່າວ. ຕົວໄວຣັສນັ້ນຫຼັງຈາກຜ່ານການກາຍພັນມາຫຼາຍ ເຊິ່ງທາງນັກວິທະຍາສາດໄດ້ມີການຄາດເດົາວ່າ ມັນສາມາດພັດທະນາການກະຈາຍເຊື້ອ ແລະ ຫຼົບຫຼີກຈາກການປ້ອງການຂອງພູມຕ້ານທານຂອງວັກຊີນໄດ້ບາງຈຳນວນ. ເຖິງຢ່າງໃດກໍຕາມ, ຂໍ້ມູນດັ່ງກ່າວກໍຍັງບໍ່ຄົບຖ້ວນພຽງພໍ ທີ່ຈະຢືນຢັນວ່າມັນສາມາດກະຈາຍໄດ້ໄວຂຶ້ນ, ເຮັດໃຫ້ວັກຊີນ ຫຼື ຢາມີປະສິດທິຜົນໜ້ອຍລົງ ຫຼື ເຮັດໃຫ້ອາການຮຸນແຮງຂຶ້ນ.

ຂອບໃຈຂໍ້ມູນຈາກ

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/