ສະຫະລັດອາເມຣິກາ ເຊີນ 110 ປະເທດທົ່ວໂລກເຂົ້າຮ່ວມກອງປະຊຸມສຸດຍອດປະຊາທິປະໄຕໃນນັ້ນມີພຽງ ສາມປະເທດໃນອາຊຽນທີ່ໄດ້ເຂົ້າຮ່ວມ!


ໃນຕົ້ນເດືອນພະຈິກທີ່ຜ່ານມາ ທີ່ມະຫານະຄອນ Washington, D.C. (ວໍຊິງຕັນ ດີ ຊີ) ໂຈ ໄບເດັນ ປະທານາທິບໍດີ ແຫ່ງສະຫະລັດອາເມຣິກາ ໄດ້ປະກາດວ່າກຽມຈະຈັດກອງຊຸມສຸດຍອດປະຊາທິປະໄຕ ຄັ້ງທຳອິດ ໂດຍໄດ້ເຊີນ 100 ກວ່າປະເທດເຂົ້າຮ່ວມ ເຊິ່ງໃນນັ້ນມີພຽງ 3 ຊາດສະມາຊິກອາຊຽນເທົ່ານັ້ນທີ່ໄດ້ຮັບຄຳເຊີນ.

ກອງປະຊຸມສຸດຍອດປະຊາທິປະໄຕ ແມ່ນຈະຈັດຂຶ້ນໃນວັນທີ 9-10 ທັນວານີ້ ໂດຍມີຈຸດປະສົງເປັນເວທີປຶກສາຫາລື ຫຼື ຫາແນວທາງການສົ່ງເສີມຄຸນຄ່າທາງດ້ານປະຊາທິປະໄຕ ແລະ ຢຸດການຈຳກັດສິດທິເສລີພາບທົ່ວໂລກ.

ກອງປະຊຸມທີ່ຈະໄດ້ຈັດຂຶ້ນນີ້ແມ່ນຈະຈັດຂຶ້ນໃນຮູບແບບ video conference (ການປະຊຸມແບບທາງໄກ) ແຕ່ຖືກຕັ້ງຄຳຖາມຈາກນັກເຄື່ອນໄຫວດ້ານສິດທິມະນຸດວ່າ ຈະສາມາດຊຸກຍູ້ຜູ້ນຳທີ່ໄດ້ຮັບຄຳເຊີນນີ້ໄດ້ໜ້ອຍຫຼາຍເທົ່າໃດ ເພາະວ່າຜູ້ນຳບາງປະເທດຖືກກ່າວຫາວ່າມີຄວາມເປັນຜະເດັດການເຊື່ອງຢູ່. ນອກຈາກນີ້ຍັງມີສຽງວິຈານວ່າ ລັດຖະບານອາເມຣິກາຄວນພິຈາລະນາ ແລະ ຈຳກັດບັນດາປະເທດທີ່ເຂົ້າຮ່ວມ ໂດຍເຊີນແຕ່ປະເທດທີ່ເປັນປະຊາທິປະໄຕທີ່ແທ້ຈິງເທົ່ານັ້ນ.

ໃນບັນດາປະເທດທີ່ໄດ້ຮັບເຊີນແມ່ນປະກອບໄປດ້ວຍ ປະເທດຫຼືດິນແດນທີ່ເປັນປະຊາທິປະໄຕເສລີນິນົມ ໄປຈົນຮອດປະເທດທີ່ມີລະບອບປະຊາທິປະໄຕທີ່ອ່ອນແອ ແລະ ຫຼາຍລັດທີ່ມີລັກສະນະຜະເດັດການຢ່າງຊັດເຈນເຊັ່ນ ສາທາລະນະລັດປະຊາທິປະໄທຄອງໂກ ແລະ ປາກີສະຖານ.

ໂດຍນີ້ແມ່ນລາຍຊື່ບັນດາປະເທດທີ່ໄດ້ຖືກຮັບເຊີນຢ່າງເປັນທາງການ ຈາກເວັບໄຊກະຊວງການຕ່າງປະເທດຂອງ ອາເມຮິກາ ເຊິ່ງປະກອບມີ Albania, Angola, Antigua and Barbuda, Argentina, Armenia, Australia, Austria, Bahamas ,Barbados, Belgium, Belize, Botswana, Brazil, Bulgaria, Cabo Verde, Canada, Chile Colombia, Costa Rica, Croatia, Cyprus, Czech Republic ,Democratic Republic of Congo, Denmark, Dominica, Dominican Republic, Ecuador, Estonia, European Union Fiji, Finland, France, Georgia, Germany, Ghana, Greece, Grenada, Guyana, Iceland, India, Indonesia, Iraq, Ireland, Israel, Italy, Jamaica, Japan, Kenya, Kiribati, Kosovo, Latvia, Liberia, Lithuania, Luxembourg, Malawi, Malaysia, Maldives, Malta, Marshall Islands, Mauritius, Mexico, Micronesia, Moldova, Mongolia, Montenegro, Namibia, Nauru, Nepal, Netherlands, New Zealand,, Niger Nigeria, North Macedonia, Norway, Pakistan, Palau, Panama, Papua New Guinea, Paraguay, Peru, Philippines, Poland, Portugal, Republic of Korea, Romania, Saint Kitts and Nevis Saint, Lucia Saint, Vincent and the Grenadines, Samoa Sao Tome and Principe, Senegal, Serbia, Seychelles, Slovakia, Slovenia, Solomon Islands, South Africa, Spain, Suriname, Sweden, Switzerland, Taiwan, Timor-Leste, Tonga ,Trinidad and Tobago, Tuvalu, Ukraine, United Kingdom, Uruguay, Vanuatu, Zambia.

ບັນດາປະເທດແລະເຂດແດນທີ່ໄດ້ຖືກເຊີນໃຫ້ເຂົ້າຮ່ວມກອງປະຊຸມສຸດຍອດປະຊາທິປະໄຕ

ເຊິ່ງບັນດາປະເທດໃນສະມາຄົມອາຊີຕາເວັນອອກສຽງໃຕ້ ຫຼື ອາຊຽນທີ່ໄດ້ຖືກຮັບເຊີນ ແມ່ນ ມີພຽງ 3 ປະເທດເທົ່ານັ້ນຄື ມາເລເຊຍ, ອິນໂດເນເຊຍ ແລະ ຟີລິບປິນ ນອກຈາກນີ້ທາງການສະຫະລັດຍັງບໍ່ໄດ້ເຊີນບັນດາປະເທດມະຫາອຳນາດຂອງໂລກເຊັ່ນ ຈີນ, ຣັດເຊຍ, ເກົາຫຼີເໜືອ ແລະ ອີກຫຼາຍປະເທດໃນຕາເວັນອອກກາງເຊັ່ນ ຊາອຸດິອາຣະເບຍ , ຄູເວດ ແລະ ສະຫະລັດອາຣັບເອມິເຣດ ເຖິງວ່າໜຶ່ງໃນນີ້ຈະເປັນພັນທະມິດກັບອາເມຣິກາກໍຕາມ.

ຈາກຂໍ້ມູນ ລາຍງານສະບັບ 2021 ຂອງ Freedom house ທີ່ໄດ້ເຜີຍແຜ່ໃນເວັບໄຊ carnegieendowment (ສະຖາບັນ Carnegie ເພື່ອສັນຕິພາບລະຫວ່າງປະເທດ) ໄດ້ລະບຸວ່າ ມີ 77 ປະເທດທີ່ຖືກຈັດຢູ່ກຸ່ມປະເທດ ເສລີ ຫຼື ປະເທດປະຊາທິປະໄຕຢ່າງສົມບູນແບບ, ອີກ 31 ແມ່ນຢູ່ໃນກຸ່ມປະເທດ “ເສລີບາງສ່ວນ” ແລະ ອີກ 3 ປະເທດຢູ່ໃນກຸ່ມ “ບໍ່ເສລີ” ຫຼື ບໍ່ເປັນປະຊາທິປະໄຕ.

ເຊິ່ງການຄັດເລືອກເຊີນບັນດາປະເທດຕ່າງໆຂອງ ໂຈ ໄບເດັນ ພ້ອມດ້ວຍຄະນະນັ້ນ ແມ່ນໄດ້ອີງຕາມລະບອບປົກຄອງ ແລະ ການສົ່ງເສີມຄຸນຄ່າທາງດ້ານປະຊາທິປະໄຕຂອງລັດຖະບານ. ນອກຈາກນີ້ ເຫດຜົນທາງດ້ານພູມສາດການເມືອງກໍເປັນອີກການຕັດສິນໃຈສຳຄັນໂດຍທາງສະຖາບັນ Carnegie ໄດ້ວິເຄາະວ່າ

ປະການທຳອິດຄື ຜົນວັດລະດັບພາກພື້ນແມ່ນມີບົດບາດສຳຄັນຫຼາຍ. ຍົກຕົວຢ່າງ ໃນຕາເວັນອອກກາງເມື່ອພິຈາລະນາຈາກດັດຊະນີປະຊາທິປະໄຕຢ່າງເຄັ່ງຄັດພົບວ່າໃນພາກພື້ນນີ້ມີພຽງ ອິດສະຣາເອລແລະຕູນີເຊຍເທົ່ານັ້ນທີ່ມີຄຸນສົມບັດທີ່ຈະເຂົ້າຮ່ວມໃນສຸດກອງປະຊຸມປະຊາທິປະໄຕຄັ້ງນີ້. ແຕ່ຕູຊີເນຍກຳລັງເກີດລັດຖະປະຫານແບບຊ້າໆ ດ້ວຍເຫດຜົນນີ້ຈຶ່ງເລືອກເອົາພຽງອິດສະຣາເອລເທົ່ານັ້ນ. ແຕ່ການເລືອກເອົາອິດສະຣາເອລເປັນຄົວແທນພຽງປະເທດດຽວໃນພາກພື້ນນີ້ ອາດຈະເຮັດເກີດຂໍ້ສົງໄສໃນທາງການເມືອງລະຫວ່າງປະເທດໄດ້. ດັ່ງນັ້ນພາຍໃຕ້ບໍລິບົດດັ່ງກ່າວ ການທີ່ເຊີນອີຣັກທີ່ປົກຄອງໃນລະບອບປະຊາທິປະໄຕເຂົ້າຮ່ວມຈຶ່ງເບິ່ງວ່າສົມເຫດສົມຜົນກວ່າ.

ປະການທີສອງແມ່ນພິຈາລະນາຈາກຜົນປະໂຫຍດທາງຍຸດທະສາດໃນວົງກວ້າງຂອງສະຫະລັດ ເພາະເບິ່ງຈາກລາຍຊື່ທີ່ຖືກຮັບເຊີນພົບວ່າ ມີ ປາກິສະຖານ, ຟີລິບປິນ ແລະ ຢູເຄຣນຮ່ວມຢູ່ນຳ ເຊິ່ງບັນດາປະເທດເຫຼົ່ານີ້ລ້ວນແລ້ວແຕ່ເປັນປະເທດທີ່ມີປະຊາທິປະໄຕທີ່ບໍ່ສົມບູນ ເພາະວ່າມີການສໍ້ລາດບັງຫຼວງແລະການລະເມີດຫຼັກນິຕິທຳ. ແຕ່ປະເທດເຫຼົ່ານີ້ກໍລ້ວນແຕ່ເປັນພັນທະມິດຂອງສະຫະລັດ ຍົດຕົວຢ່າງເຊັ່ນ ສະຫະລັດຮ່ວມມືກັບຟິລິບປິນໃນການຖ່ວງດຶງອຳນາດຂອງຈີນ, ຊ່ວຍຍູເຄຣນໃນການຕ້ານການຮຸກຮານຂອງຣັດເຊຍ ຫຼື ຮ່ວມມືກັບປາກີສະຖານໃນການເຮັດສົງຄາມກັບກຸ່ມກໍ່ການຮ້າຍເປັນຕົ້ນ.

ປະການສຸດທ້າຍແມ່ນເຫດຜົນທາງການເມືອງເຊັ່ນ ການບໍ່ເຊີນຮັງກາຣີ   ແລະຕຸຣກີໃນຄັ້ງນີ້ ອາດຈະເປັນຄວາມຕັ້ງໃຈຂອງໄບເດັນທີ່ບໍ່ຕ້ອງການເຮັດຫຍັງທີ່ຊ່ວຍເພີ່ມໂອກາດໃຫ້ນາຍົກລັດຖະມົນຕີຂອງຮັງກາຣີ ແລະ ປະທານາທິບໍດີຂອງຕຸຣກີໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝ. ເພາະກ່ອນໜ້ານີ້ທັງສອງຄົນແມ່ນຖືກວິຈານມາຕະຫຼອດວ່າມີການປົກຄອງທີ່ມີລັກສະນະເປັນຜະເດັດການ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/