ຄົນເກັ່ງຂອງ Ahgase! BamBam ຄວ້າຮາງວັນ Best All-Rounder


ປີນີ້ກໍເປັນປີທີ່ມີຄວາມໝາຍຄວາມສຳຄັນ ແລະ ເປັນການສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ທີ່ດີງາມສຳລັບ Ahgase ເພາະບັນດາສະມາຊິກໃນວົງ GOT7 ຕ່າງກໍໄດ້ຮັບຮາງວັນຕ່າງໆມາໃຫ້ໄດ້ຊົມເຊີຍຢູ່ບໍ່ເຊົາ.

ຫຼ້າສຸດ ໜຸ່ມແບມແບມ ສະມາຊິກວົງ GOT7 ກໍໄດ້ຊະນະຜົນໂຫວດ ໂດຍໄດ້ອັນດັບໜຶ່ງຂອງ SARPLAY AWARDS 2021 ສາຂາ BEST ALL-ROUNDER ເຮັດໃຫ້ບັນດາ Ahgase ດີໃຈ ແລະ ພູມໃຈ ໄປຕາມໆກັນ. ນອກຈາກນີ້ ບັນດາ Ahgase ທົ່ວໂລກຍັງຈະພາກັນສົ່ງຄະແນນໂຫວດໃຫ້ ແບມແບມ ໄດ້ຮັບຮາງວັນ SARPLAY AWARDS 2021 ສາຂາ STARPLAY OF THE YEAR ອີກໜຶ່ງຮາງວັນອີກດ້ວຍ.

ຂອບໃຈຂໍ້ມູນຈາກ: https://bit.ly/3E07jQb

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/