ຍິງຊາວອິນໂດເນເຊຍຖືກຕີຕໍ່ໜ້າສາທາລະນະຊົນ ຈົນລົ້ມລົງກັບພື້ນ ຍ້ອນມີເພດສຳພັນກັບຄູ່ຮັກກ່ອນແຕ່ງງານ


ນີ້ອາດຈະເປັນພາບທີ່ໜ້າຫົດຫູ່ ແລະ ສ້າງຄວາມປະຫຼາດໃຈໃຫ້ກັບຫຼາຍໆຄົນເລີຍ ເພາະວ່າສື່ຕ່າງປະເທດໄດ້ອອກມາລາຍງານຂ່າວແລະເຜີຍແຜ່ຮູບພາບ ເປັນເລື່ອງລາວຂອງຍິງສາວຊາວອິນໂດເນເຊຍຄົນໜຶ່ງທີ່ຖືກລົງໂທດດ້ວຍການໃຊ້ໄມ້ຕີໄປຫຼາຍຄັ້ງຈົນເຮັດໃຫ້ລາວລົ້ມລົງກັບພື້ນ.

ເລື່ອງລາວນີ້ເກີດຂຶ້ນທີ່ແຂວງ Banda Aceh ປະເທດອິນໂດເນເຊຍ ເຊິ່ງໃນພາບໄດ້ສະແດງໃຫ້ເຫັນຍິງຄົນໜຶ່ງກຳລັງນັ່ງລົງກັບພື້ນດ້ວຍຄວາມເຈັບປວດຈາກການຕີ ຂອງເຈົ້າໜ້າທີ່ Algojo ທີ່ໃສ່ຜ້າຄຸມສີນ້ຳຕານໝົດຕົວຕັ້ງແຕ່ຫົວຈົນຮອດຕີນເຫຼືອໄວ້ພຽງຮູບ່ອນຕາ.

ຍິງສາວຄົນນີ້ຖືກກ່າວຫາວ່າລະເມີດກົດກົດໝາຍ Sharia (ກົດໝາຍຂອງອິດສະລາມທີ່ຫ້າມຜູ້ຊາຍ ແລະ ຜູ້ຍິງໃກ້ຊິດກັນ ຍົກເວັ້ນແຕ່ວ່າພວກເຂົາແຕ່ງງານກັນຫຼືເປັນຄອບຄົວ.) ໂດຍລາວຖືກຕັ້ງຂໍ້ຫາວ່າ “ມີເພດສຳພັນກັບຄູ່ຮັກກ່ອນແຕ່ງງານ” ຫຼັງຈາກມີຄົນພົບເຫັນລາວອອກຈາກໂຮງແຮມພ້ອມກັນກັບຄູ່ຮັກ.

ໂດຍບົດລົງໂທດຂອງຍິງສາວຄົນນີ້ ພ້ອມກັບຄູ່ຮັກ ແມ່ນຈະຖືກຈຳຄຸກແລະຖືກຕີດ້ວຍໄມ້ໄຜ່ຄົນລະ 17 ຄັ້ງຕໍ່ໜ້າສາທາລະນະຊົນທີ່ຢືນຖ້າເບິ່ງການລົງໂທດ. ໃນລະຫວ່າງການລົງໂທດເຈົ້າໜ້າທີ່ໄດ້ຟາດໄມ້ໄປທີ່ຫຼັງຂອງຍິງສາວ ເຮັດໃຫ້ລາວລົ້ມລົງດ້ວຍຄວາມເຈັບປວດຕໍ່ໜ້າຄົນທີ່ມາເບິ່ງຫຼາຍຕໍ່ຫຼາຍຄັ້ງ.

ແຂວງ Aceh ເປັນແຂວງດຽວໃນ ອິນໂດເນເຊຍທີ່ມີອິດສະຫຼະໃນການໃຊ້ກົດໝາຍ Sharia ແລະ ຍັງນໍາໃຊ້ການລົງໂທດແບບຟາດຕີ ໃນການກະທຳຜິດຕ່າງໆເຊັ່ນ: ການດື່ມເຄື່ອງດື່ມແອລກໍຮໍ, ການຄ້າປະເວນີ ແລະ ການມີເພດສຳພັນກ່ອນແຕ່ງງານຫຼືການຮັກຮ່ວມເພດ.

ໂດຍການກະທຳຜິດທີ່ຮ້າຍແຮງທີ່ສຸດຄື “ການຮັກຮ່ວມເພດ” ເຊິ່ງຈະຖືກຕີເປັນຈໍານວນ 150 ຄັ້ງ ແລະ ຫຼາຍຄັ້ງທີ່ຜູ້ຖືກລົງໂທດໝົດສະຕິໄປໃນລະຫວ່າງການຖືກຕີ ຫຼື ລະຫວ່າງການເຂົ້າຮັບການປິ່ນປົວໃນໂຮງໝໍ.

ໃນປີ 2018 ລັດຖະບານທ້ອງຖິ່ນ ແຂວງ Aceh ໄດ້ໃຫ້ຄໍາໝັ້ນສັນຍາວ່າຈະຢຸດການລົງໂທດລັກສະນະນີ້ ໃນພື້ນທີ່ສາທາລະນະ ແລະ ຈະລົງໂທດໃນສະຖານທີ່ບໍ່ມີຄົນ ຫຼື ເຮືອນຈໍາແທນ. ເຖິງວ່າຈະມີຄຳສັນຍາດັ່ງກ່າວ ແຕ່ການຖືກລົງໂທດໃນສາທາລະນະກໍເພີ່ມຂຶ້ນເລື້ອຍໆ.

ຫຼັງຈາກພາບນີ້ຖືກເຜີຍແຜ່ໃຫ້ຄົນທົ່ວໂລກໄດ້ເຫັນກໍເກີດການວິພາກວິຈານຢ່າງກວ້າງຂວາງເຖິງການລະເມິດສິດທິຄວາມເປັນມະມຸດທີ່ເກີດຂຶ້ນໃນແຂວງນີ້ ເຊິ່ງເອີ້ນໄດ້ວ່າເປັນກົດໝາຍ ແລະ ບົດລົງໂທດທີ່ບໍ່ມີໃຜຢາກໃຫ້ເກີດຂຶ້ນແທ້ໆ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/