ສປ ຈີນ ຮ່ວມມືກັບ ສະຫະລັດອາເມຣິກາ ແລະ ປະເທດອື່ນໆປ່ອຍນ້ຳມັນຈາກຄັງສຸກເສີນອອກ


ວັນພຸດທີ່ຜ່ານມາ, ສປ ຈີນໄດ້ປະກາດຢືນຢັນທີ່ຈະຮ່ວມກັບສະຫະລັດອາເມຣິກາ ແລະ ກຸ່ມປະເທດທີ່ນຳໃຊ້ພະລັງງານລະດັບໃຫຍ່ທົ່ວໂລກ ໃນການປ່ອຍນ້ຳມັນຈາກຄັງສູ່ຕະຫຼາດເພື່ອຫຼຸດຜ່ອນບັນຫາການເພີ່ມຂຶ້ນສູງຂອງລາຄາ ແລະ ເຮັດໃຫ້ເງິນເຟີ້ອ່ອນລົງ.

ທີ່ທຳນຽບຂາວໄດ້ມີການປະກາດໃນວັນອັງຄານທີ່ຜ່ານມາວ່າສະຫະລັດອາເມຣິກາ ຈະປ່ອຍນ້ຳມັນອອກຈຳນວນ 50 ລ້ານບາເຣລ ຈາກຄັງປີໂຕຣຽມສຳຮອງທາງຍຸດທະສາດ (Strategic Petroleum Reserve) ເຊິ່ງຈະມີຜູ້ເຂົ້າຮ່ວມຄື: ສປ ຈີນ, ຍີ່ປຸ່ນ, ອິນເດຍ, ເກົາຫຼີໃຕ້ ແລະ ສະຫະລາຊະອານາຈັກ. ລາຍລະອຽດຂອງການເຂົ້າມາແຊກແຊງໃນຕະຫຼາດ ລວມໄປເຖິງປະລິມານທີ່ເຈາະຈົງວ່າບັນດາປະເທດຜູ້ນຳຈະເຂົ້າມາມີສ່ວນຮ່ວມນັ້ນ ແມ່ນຍັງບໍ່ຊັດເຈນ.

ຈີນເປັນປະເທດທີ່ມີເສດຖະກິດທີ່ໃຫຍ່ທີ່ສຸດອັນດັບສອງ ແລະ ເປັນຜູ້ສົ່ງອອກນ້ຳມັນທີ່ໃຫຍ່ທີ່ສຸດ ກ່າວວ່າ ພ້ອມຈະຊ່ວຍໃຫ້ການຄົມມະນາຄົມຄົງທີ່ ແລະ ຮັກສາສົມດຸນທາງຕະຫຼາດໃຫ້ຄົງທີ່ເປັນໄລຍະຍາວ. ສຳລັບຂໍ້ມູນນ້ຳມັນໃນຄັງຂອງປະເທດດັ່ງກ່າວນັ້ນບໍ່ຄ່ອຍຈະໄດ້ອອກມາໃຫ້ທົ່ວເຖິງເທົ່າໃດ. ແຕ່ເມື່ອປີ 2017, ໄດ້ມີການສ້າງຄັງໃຫຍ່ຂຶ້ນມາ ເຊິ່ງເປັນຖານຫຼັກທົ່ວປະເທດ ໂດຍສາມາດກັກເກັບໄດ້ 37.7 ລ້ານໂຕນ.

ທາງດ້ານຍີ່ປຸ່ນເອງກໍໃຫ້ການເຊັ່ນດຽວກັນ ເຊິ່ງມີປະລິມານນ້ຳມັນກັກເກັບໄວ້ຢູ່ 388 ລ້ານບາເຣລ ໃນເດືອນມິຖຸນາປີ 2020.

ສ່ວນປະເທດອິນເດຍນັ້ນ ເຫັນດີຈະແບ່ງໃຫ້ 5 ລ້ານບາເຣລ ໂດຍກ່າວວ່າທາງລັດຖະບານໄດ້ມີການກັງວົນຕໍ່ບັນຫານ້ຳມັນມາດົນແລ້ວ ເຊິ່ງເມື່ອບໍ່ດົນມານີ້ກໍໄດ້ມີການຕັດພາສີນ້ຳມັນອອກ ເຖິງວ່າຈະເປັນບັນຫາໃຫຍ່ໃຫ້ແກ່ລັດຖະບານ, ແຕ່ກໍເພື່ອໃຫ້ປະຊາຊົນໄດ້ສະບາຍໃຈຂຶ້ນ.

ເກົາຫຼີໃຕ້ກ່າວວ່າປະລິມານ ແລະ ເວລາທີ່ຈະປ່ອຍນ້ຳມັນຈາກຄັງແມ່ນຫຼັງຈາກການປຶກສາຫາລືກັບບັນດາປະເທດອື່ນໆແລ້ວ. ແຕ່ກໍຄາດວ່າເປັນຈຳນວນເທົ່າກັບການຮ່ວມມືນານາຊາດເມື່ອຄັ້ງກ່ອນ ເຊິ່ງເປັນຈຳນວນ 3.5 ລ້ານບາເຣລ ຫຼືເທົ່າກັບ 4% ຂອງຈຳນວນນ້ຳມັນໃນຄັງຂອງປະເທດ.

ລັດຖະບານສະຫະລາຊະອານາຈັກປະກາດວ່າໃຫ້ບັນດາບໍລິສັດຕ່າງໆ “ອາສາ” ປ່ອຍນ້ຳມັນສູງເຖິງ 1.5 ລ້ານບາເຣລ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/