ຟ້າວໄປເສຍພາສີ! ເປີດໂອກາດໃຫ້ຜູ້ຄອບຄອງຍານພາຫະນະແບບບໍ່ຖືກຕ້ອງ ເຂົ້າແຈ້ງເສຍພາສີໂດຍບໍ່ຖືກປັບໃໝ ເລີ່ມແຕ່ມື້ນີ້ ຈົນຮອດ 20 ມັງກອນ 2022


ນະຄອນຫຼວງວຽງຈັນຈະປະຕິບັດຕາມຄຳສັ່ງນາຍົກ ເປີດໂອກາດໃຫ້ຜູ້ທີ່ຄອບຄອງຍານພາຫະນະແບບບໍ່ຖືກຕ້ອງທີ່ຫຼົບຫຼີກພາສີ ໃຫ້ເຂົ້າແຈ້ງເສຍພາສີ ໂດຍບໍ່ຖືກປັບໃໝ ຈົນຮອດວັນທີ 20 ເດືອນມັງກອນ ປີ 2022.

ພະແນກການເງິນນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມຮັບຟັງການເຜີຍແຜ່ຄຳສັ່ງວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຜູ້ທີ່ນຳເຂົ້າ-ນຳໃຊ້ ຍານພາຫະນະທຸກປະເພດແບບບໍ່ຖືກຕ້ອງ ລວມທັງຄຳສັ່ງ ແລະ ຄຳແນະນຳອື່ນໆ ໃນວັນທີ 19 ພະຈິກ 2021 ທີ່ຜ່ານມາ ຢູ່ທີ່ພະແນກດັ່ງກ່າວ.

ໂດຍການເຂົ້າຮ່ວມໂດຍທ່ານ ພູຂົງ ບັນນາວົງ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ເຊິ່ງໃຫ້ພາກສ່ວນໄດ້ນຳເອົາເນື້ອໃນຂອງຄຳສັ່ງດັ່ງກ່າວ ໄປສືບຕໍ່ຜັນຂະຫຍາຍເພື່ອຈັດຕັ້ງປະຕິບັດ ໃຫ້ມີປະສິດທິພົນ ແລະ ສຳເລັດຕາມລະດັບຄາດໝາຍຢ່າງເຂັ້ມງວດ. ໃນໄລຍະຜ່ານມາບັນດາຂະແໜງການ ທີ່ກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນ ທີ່ກ່ຽວຂ້ອງຢ່າງຕັ້ງໜ້າ ເປັນຕົ້ນແມ່ນການສະກັດກັ້ນ ແລະ ແກ້ໄຂເດັດຂາດ ຕໍ່ການຄ້າຂາຍເຖື່ອນ ກໍຄືການນຳເຂົ້າ ແລະ ການນຳໃຊ້ຍານພາຫະນະແບບບໍ່ຖືກຕ້ອງ ໃນຮູບແບບຕ່າງໆ, ຊ່ວຍເຮັດໃຫ້ລັດສາມາດເກັບລາຍໄດ້ພາສີອາກອນໄດ້ເພີ່ມຂຶ້ນ ແລະ ໄດ້ເຮັດໃຫ້ການນຳເຂົ້າຍານພາຫະນະບໍ່ຖືກຕ້ອງໜ້ອຍລົງໃນລະດັບໜຶ່ງ. ແຕ່ເຖິງຢ່າງໃດກໍຕາມ ສະພາບການຄ້າຂາຍເຖື່ອນ, ການຫຼົບຫຼີກພາສີຈາກການນຳເຂົ້າຍານພາຫະນະຕ່າງໆ ກໍຍັງມີລັກສະນະແຜ່ຫຼາຍເປັນວົງກວ້າງໃນຂອບເຂດທົ່ວປະເທດ.

ດັ່ງນັ້ນ, ທາງນາຍົກລັດຖະມົນຕີ ຈຶ່ງອອກຄຳສັ່ງດັ່ງກ່າວ ເພື່ອແກ້ໄຂປາກົດການຫຍໍ້ທໍ້ໃນການນຳເຂົ້າ, ການນຳໃຊ້ ແລະ ຊື້ຂາຍຍານພາຫະນະ ໃຫ້ຖືກຕ້ອງຕາມກົດໝາຍ ໃນຂອບເຂດທົ່ວປະເທດ ທັງເປັນການຈັດຕັ້ງປະຕິບັດ ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດການເງິນຂອງປະເທດລາວ.

ສຳລັບຄຳສັ່ງ ແລະ ມາດຕະການຕໍ່ຜູ້ນຳເຂົ້າ ແລະ ນຳໃຊ້ພາຫະນະທຸກປະເພດແບບບໍ່ຖືກຕ້ອງ ແມ່ນໄດ້ກຳນົດຫຼັກການວິທີການ ຂັ້ນຕອນ ແລະ ກົນໄກຈັດຕັ້ງປະຕິບັດ ເພື່ອຊຸກຍູ້ໃຫ້ຜູ້ທີ່ມີຍານພາຫະນະໄວ້ຄອບຄອງແບບບໍ່ຖືກຕ້ອງ ແລະ ຍັງບໍ່ທັນເສຍພາສີ ແລະ ພັນທະອື່ນໆ ໃຫ້ໄປພົວພັນແກ້ໄຂກັບພາກສ່ວນທີ່ຮັບຜິດຊອບ ໃຫ້ຖືກຕ້ອງຕາມລະບຽບຫຼັກການ ແລະ ກົດໝາຍ ເພື່ອປະຕິບັດຕາມມາດຕະການ ຢ່າງຖືກຕ້ອງໃຫ້ມີເອກະພາບກັນໃນທົ່ວປະເທດ. ໂດຍກຳນົດໃຫ້ຜູ້ທີ່ນຳໃຊ້ຍານພາຫະນະແບບບໍ່ຖືກຕ້ອງ, ບໍ່ທັນໄດ້ເສຍພາສີ ຫຼື ພັນທະອື່ນໆ ໃຫ້ພ້ອມກັນຮີບຮ້ອນນຳເອົາພາຫະນະຂອງຕົນ ແລະ ເອກະສານທີ່ກ່ຽວຂ້ອງ (ຖ້າມີ) ໄປແຈ້ງກອງຄຸ້ມຄອງພາຫະນະ ແລະ ການຂັບຂີ່ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ນັບແຕ່ແຈ້ງການມື້ນີ້ເປັນຕົ້ນໄປ ຈົນຮອດວັນທີ 20 ມັງກອນ ປີ 2022 ໂດຍຈະໄດ້ເສຍພາສີ ແລະ ພັນທະອື່ນໆ ໂດຍຈະບໍ່ມີການປັບໃໝ. ແຕ່ຖ້າຫາກກາຍກຳນົດເວລາດັ່ງກ່າວ ແມ່ນຈະໄດ້ດຳເນີນມາດຕະການຕາມຂັ້ນຕອນຂອງກົດໝາຍ ຕາມທີ່ກຳນົດໄວ້.

ຂອບໃຈຂໍ້ມູນຈາກ: https://bit.ly/3cTYTOs

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/