ພາບແຕ້ມຜັງເມືອງຫຼວງພຣະບາງ ທີ່ສຸດແສນຈະງາມຕາ ຜົນງານຈາກ ສິລະປິນຊາວໄທ ທີ່ຫຼົງຮັກໃນສະເໜ່ຂອງຫຼວງພຣະບາງ


ເຊື່ອວ່າຄົນລາວທັງໃນແລະຕ່າງປະເທດທີ່ໄດ້ເຫັນພາບວາດຜັງເມືອງຫຼວງພຣະບາງນີ້ແມ່ນຈະຕ້ອງເກີດຄວາມຮູ້ສຶກປື້ມໃຈ ແລະ ດີໃຈຢ່າງແນ່ນອນ ເພາະມັນສະແດງໃຫ້ເຫັນເຖິງຄວາມເປັນເອກະລັກຂອງເມືອງເກົ່າທີ່ຂຶ້ນຊື່ວ່າເປັນເມືອງມໍລະດົກໂລກ ແລະ ສະທ້ອນໃຫ້ເຫັນທັດສະນີຍະພາບ, ຊີວິດການເປັນເປັນຢູ່, ເຮືອນຊານບ້ານຊ່ອງຂອງຄົນລາວເຮົາອີກດ້ວຍ.

ມື້ນີ້ທາງ LaoX ຂອງພວກເຮົາ ໄດ້ມີໂອກາດສຳພາດ ແລະ ນຳສະເໜີຜົນງານຂອງສິລະປິນທີ່ໄດ້ສ້າງສັນຜົນງານນີ້.

ຜັງເມືອງຫຼວງພຣະບາງ

ພາບວາດຜັງເມືອງນີ້ແມ່ນ ຜົນງານຂອງສິລະປິນຊາວໄທທີ່ມີຊື່ວ່າ ເມືອງມົນ ເຄຫາຣົມ (เมือง​มนต์​ เคหา​รม​ย์ )  ຫຼື ອາຈານ ເມືອງມົນ ມີຊື່ຫຼິ້ນວ່າ ອ໊ອດ ອາຍຸ 50 ປີ ເປັນຄົນຈັງຫວັດ ອຸບົນຣາຊະທານີ ເຊິ່ງຈົບສາຂາ ເທັກນິກສະຖາປັດ ຈາກວິທະຍາໄລເທັກນິກດຸສິດ.

  1. ເປັນຫຍັງຈຶ່ງຢາກສ້າງຜົນງານຜັງເມືອງຫຼວງພຣະບາງນີ້ຂຶ້ນມາ?

ກັບໄປໃນປີ 2018 ເປັນປີທຳອິດທີ່ຂ້ອຍໄດ້ໄປທ່ຽວຕ່າງປະເທດ ແລະ ປະເທດທີ່ຂ້ອຍເລືອກໄປນັ້ນ ແມ່ນປະເທດລາວ ເຊິ່ງຂ້ອຍໄດ້ໄປທ່ຽວຫຼວງພຣະບາງ ເຮັດໃຫ້ຂ້ອຍຕິດໃຈໃນວັດທະນະທຳ ວັດວາອາຮາມ ລວມໄປຮອດເສັ້ນທາງ ແລະ ເຮືອນຊານບ້ານຊ່ອງຂອງຄົນຫຼວງພຣະບາງທີ່ເປັນເອກະລັກໂດຍສະເພາະ.

ທີ່ຂ້ອຍແຕ້ມຜັງເມືອງນີ້ຂຶ້ນມາກໍເພື່ອຢາກເຮັດປຶ້ມຮວບຮວມຜົນງານລາຍເສັ້ນຮູບແຕ້ມທີ່ຂ້ອຍໄດ້ແຕ້ມກ່ຽວກັບສະຖານທີ່ຕ່າງໆໃນເມືອງຫຼວງພຣະບາງ. ໂດຍປຶ້ມນັ້ນມີຊື່ວ່າ The​ Spirit​ of​ Luang​prabang (ຫຼວງພຣະບາງດິນແດນແຫ່ງບັນພະຊົນ) ເຊິ່ງປຶ້ມເຫຼັ້ມນີ້ຂ້ອຍເຮັດມາໄດ້ 2 ປີແຕ່ຍັງບໍ່ແລ້ວເທື່ອ ແລະ ຂ້ອຍກໍມີຄວາມຕັ້ງໃຈນຳປຶ້ມແລະຜົນງານນີ້ໄປຈັດສະແດງໃຫ້ພີ່ນ້ອງຄົນລາວໄດ້ເຫັນນຳກັນ. ຜົນງານດັ່ງກ່າວ ຂ້ອຍແລະໝູ່ຂອງຂ້ອຍຕັ້ງໃຈສ້າງຂຶ້ນ ເພື່ອສະແດງຄວາມຍິນດີ ແລະ ເປັນການສະເຫຼີມສະຫຼອງໃຫ້ກັບປະເທດລາວທີ່ຈະເປີດນຳໃຊ້ລົດໄຟໃນເດືອນທັນວານີ້.

  1. ແຮງບັນດານໃຈໃນການສ້າງຜົນງານ?

ເພາະທີ່ຜ່ານມາຂ້ອຍເຄີຍແຕ້ມຜັງເມືອງໃຫຍ່ໃນໄທມາແລ້ວເຊັ່ນ: ກຸງເທບ,ອະຍຸດທະຍາ, ຊຽງໃໝ່.

ຜັງກຸງເທບ
ຜັງເມືອງຊຽງໃໝ່
ຜັງເມືອງອະຍຸດທະຍາ

ແລະ ຂ້ອຍກໍເປັນຄົນໜຶ່ງທີ່ມັກເບິ່ງທັດສະນີຍະພາບກ່ຽວກັບເຮືອນຊານບ້ານຊ່ອງ ອາຄານສະຖານທີ່ ພູມສາດຂອງປະເທດ ແບບຄົບອົງສາ ແລະ ສຳລັບປະເທດລາວຂ້ອຍກໍໄດ້ໄປທ່ອງທ່ຽວຫຼາຍແຂວງໃນລາວແລ້ວ. ຫຼາຍໆບ່ອນທີ່ຂ້ອຍໄດ້ໄປແມ່ນມີທາງເຂົ້າເປັນຮ່ອມນ້ອຍໆ ເຮັດໃຫ້ເຫັນພາບແລະອົງປະກອບແບບບໍ່ຄົບ, ສະຖານທີ່ບາງແຫ່ງທີ່ມີຄວາມເປັນເອກະລັກກໍເຫັນພຽງທາງໜ້າຫຼືຫຼັງຄາເທົ່ານັ້ນ. ດ້ວຍເຫດນີ້ຂ້ອຍເລີຍຢາກນຳສະເໜີແລະຖ່າຍທອດແຜນຜັງເມືອງຫຼວງພຣະບາງແບບຄົບ 360 ອົງສາ ໃຫ້ຄົນອື່ນໆໄດ້ເຫັນນໍາ ເຖິງວິວທິວທັດທີ່ສວຍງາມຂອງເມືອງ. ຂ້ອຍໄດ້ໃຊ້ໂປຣແກຣມ google map ໃນການອ້າງອີງເປັນໂຄງ Sketch ຂອງແຜນຜັງເມືອງ ໂດຍການແຕ້ມຂອງຂ້ອຍເປັນການແຕ້ມແບບ freehand sketch.

ຜັງເມືອງຫຼວງພຣະບາງ
ຜັງເມືອງຫຼວງພຣະບາງ

ຂ້ອຍຈະແຕ້ມໃນເຈ້ຍເຍື່ອໄມ້ໃຜ່ (ທີ່ເປັນ Handmade) ມີຂະໜາດ 1m x 2m ແລະໃຊ້ພຽງແຕ່ປາກກາເທົ່ານັ້ນໃນການແຕ້ມ ເຊິ່ງຜັງເມືອງທີ່ແຕ້ມອອກມາມັນບໍ່ຄືກັບຕົ້ນສະບັບ 100% ແນ່ນອນ. ເພາະວ່າສະຖານທີ່ຕົວຈິງກັບສິ່ງທີ່ເຮົາແຕ້ມລົງໄປໃນເຈ້ຍມັນມີຈະໜາດແຕກຕ່າງກັນ.

ຜັງເມືອງຫຼວງພຣະບາງ

ເຊິ່ງຮູບແຕ້ມທີ່ຫຼາຍຄົນເຫັນໄປນັ້ນແມ່ນໃຊ້ເວລາໄປປະມານສອງເດືອນແລະຍັງບໍ່ແລ້ວເທື່ອ ເພາະວ່າຍັງເຫຼືອຂັ້ນຕອນໃນການລົງສີ ແລະ ຖ້າຜົນງານນີ້ແລ້ວຂ້ອຍກໍມີຄວາມຕັ້ງໃຈທີ່ຈະນຳໄປຕໍ່ຍອດເຊັ່ນ ຈັດວາງສະແດງໃຫ້ຄົນເຂົ້າມາຮັບຊົມ, ເອົາລວດລາຍນີ້ໄປເຮັດເປັນຜະລິດຕະພັນອື່ນໆໃຫ້ກັບຄົນທີ່ສົນໃຈ.

  1. ມີຫຍັງກ່າວກັບຄົນທີ່ສົນໃຈໃນຜົນງານນີ້ບໍ?

ຂອບໃຈຫຼາຍໆທີ່ສົນໃຈໃນຜົນງານຂ້ອຍ ຂ້ອຍຮູ້ສຶກຍິນດີແລະດີໃຈຫຼາຍ ແລະ ຂ້ອຍກໍຮັກປະເທດລາວຄືກັນເພາະປະເທດລາວເປັນປະເທດໜຶ່ງທີ່ຂ້ອຍມັກທີ່ສຸດ ຖ້າວ່າສະຖານະການໂຄວິດ-19 ດີຂຶ້ນ ແລະ ລາວເປີດປະເທດ ຂ້ອຍຈະໄປທ່ຽວຫຼວງພຣະບາງທັນທີເລີຍ! ຫຼັງຈາກແຕ້ມຜັງເມືອງຫຼວງພຣະບາງແລ້ວ ກໍມີແຜນວ່າຈະແຕ້ມແຜນຜັງຂອງນະຄອນຫຼວງວຽງຈັນ ເພາະຄວາມເປັນເອກະລັກຂອງວັດວາອາຮາມ .

ຂອບໃຈບົດສຳພາດໂດຍ: ອາຈານ ເມືອງມົນ ເຄຫາຣົມ
ສາມາດຕິດຕາມຜົນງານໄດ້ທີ່: facebook: Muangmon Keharome
ສຳພາດວັນທີ: 28 ພະຈິກ 2021
ສຳພາດໂດຍ: Tern Saiyasack.

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/