ດີໃຈກັບ ສປປ ລາວ! ໄດ້ຮັບວັກຊີນ AstraZeneca ອີກແລ້ວ ຈໍານວນ 631,200 ໂດສ


ຂໍສະແດງຄວາມຍິນດີກັບປະເທດລາວເຮົາ, ເມື່ອວັນທີ 28 ພະຈິກ 2021 ທີ່ຜ່ານມາ ໄດ້ຮັບວັກຊີນ AstraZeneca ຈໍານວນ 631,200 ໂດສ.

ການຊ່ວຍເຫຼືອໃນຮອບນີ້ ກໍແມ່ນອົງການໂຄແວັກ COVAX FACILITY ແລະ UNICEF ເປັນອົງການທີ່ດີທີ່ສຸດ ແລະ ຍັງຄົງຊ່ວຍເຫຼືອຢູ່ສະເໝີມາ ແລະ ກໍຄົງຕະຫຼອດໄປ ຈົນສິ້ນສຸດການແຜ່ລະບາດ. ຈຸດປະສົງໃນການຊ່ວຍເຫຼືອຂອງອົງການນີ້ ກໍເພື່ອຈະໃຫ້ປະເທດຊາດບ້ານເມືອງລາວເຮົາຫຼຸດພົ້ນຈາກພະຍາດໂຄວິດ-19 ໂດຍໄວ.

ນັບມື້ການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອຍິ່ງໄປໜ້າເລື້ອຍໆ ທາງອົງການຈຶ່ງຕ້ອງໄດ້ສະໜອງມາຢ່າງຕໍ່ເນື່ອງ ເພື່ອຈະນຳເອົາໄປສັກໃຫ້ປະຊາຊົນຂອງແຜ່ນດິນລາວເຮົາ ແລະ ວັກຊີນຈຳນວນ 631,200 ໂດສ ກໍຈະຖືກນຳໄປໂຮງໝໍແຕ່ລະແຂວງທົ່ວປະເທດລາວ.

ຕ້ອງຂໍຂອບໃຈສຳລັບໂຄງການ COVAX ທີ່ໃຫ້ການສະໜັບສະໜູນລັດຖະບານລາວ ແລະ ຊ່ວຍເຫຼືອປະເທດລາວມາໂດຍຕະຫຼອດ. ໃນການສັກວັກຊີນໃຫ້ແກ່ປະຊາຊົນລາວນີ້ ແມ່ນໃຫ້ໄດ້ຢ່າງໜ້ອຍ 70% ຂອງຈຳນວນປະຊາກອນ ກ່ອນທ້າຍປີ 2021.
ວັກຊີນ AstraZeneca ຊຸດນີ້ ແມ່ນປະກອບສ່ວນໂດຍກົງຈາກໂຄງການ COVAX Facility ຈໍານວນ 132,000 ໂດສ; ປະກອບສ່ວນຈາກ ຟິນແລນ ຈຳນວນ 100,800 ໂດສ; ຈາກສະວີເດນ ຈຳນວນ 199,200 ໂດສ ແລະ ຈາກເນເທີແລນ ຈຳນວນ 199,200 ໂດສ.
ຂອບໃຈຂໍ້ມູນຈາກ:

ຂອບໃຈຂໍ້ມູນຈາກ: https://bit.ly/3pcHwOB

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/