ຍີ່ປຸ່ນກຽມປິດດ່ານບໍ່ໃຫ້ຕ່າງຊາດເດີນທາງເຂົ້າມາ ເພື່ອສະກັດກັ້ນການລະບາດຂອງ Omicron


ໃນວັນທີ 8 ເດືອນພະຈິກທີ່ຜ່ານມາ ທາງປະເທດຍີ່ປຸ່ນໄດ້ມີການເປີດຮັບຕ່າງຊາດເຂົ້າມາໃນປະເທດບໍ່ວ່າຈະເປັນ ນັກສຶກສາ, ນັກຝຶກງານທາງເຕັກນິກ ໂດຍໃຫ້ພວກເຂົາໄດ້ກັກຕົວເປັນເວລາ 14 ມື້ ແລະ ຈະລົດລົງເຫຼືອ 10 ມື້ຖ້າແມ່ນຜູ້ທີ່ໄດ້ຮັບວັກຊີນແລ້ວ. ໃນການປະກາດດັ່ງກ່າວກໍເພື່ອກະຕຸ້ນເສດຖະກິດພາຍໃນປະເທດ ແຕ່ກໍໄດ້ມາພົບກັບການລະບາດຂອງໂຄວິດສາຍພັນໃໝ່ຢ່າງ ໂອໄມຄຣອນ (Omicron)

ດ້ວຍຄວາມຢ້ານຕໍ່ການລະບາດຮອບໃໝ່ ເຊິ່ງເປັນໄປໄດ້ວ່າຈະລະບາດໜັກກວ່າເກົ່າ, ທາງລັດຖະບານຈຶ່ງໄດ້ມີການວາງແຜນຮັດກຸມມາດຕະການເຂົ້າອອກອີກຄັ້ງ. ໃນວັນຈັນນີ້, ໄດ້ມີການຖະແຫຼງຂ່າວດ່ວນຊ່ອງ NTV ອອກມາວ່າຈະປິດດ່ານເດີນທາງ ໃຫ້ມີຜົນທັນທີ ສຳລັບຊາວຕ່າງຊາດ, ລວມໄປເຖິງນັກທຸລະກິດຕ່າງຊາດ, ນັກຮຽນຕ່າງຊາດ ແລະ ນັກຝຶກງານຕ່າງຊາດ.

ການຕັດສິນໃຈຄັ້ງນີ້ຈະສົ່ງຜົນກະທົບຢ່າງໃຫຍ່ຕໍ່ນັກຮຽນຕ່າງຊາດທີ່ໄດ້ມີການກະກຽມຈາກປະເທດຕົນເອງຮຽບຮ້ອຍ ເພື່ອມາສຶກສາໃນປະເທດ ແຕ່ພວກເຂົາຈະໄດ້ກັບມາຮຽນອອນລາຍໃນປະເທດຕົນເອງໄປອີກຄັ້ງ.

ຂອບໃຈຂໍ້ມູນຈາກ:

ຕິດຕາມຂ່າວທັງໝົດຈາກ LaoX: https://laox.la/all-posts/